ແຮງງານ
ແຮງງານ

ຄວາມສຳເລັດຂອງປະເທດໜຶ່ງໆ ຕົ້ນຕໍແມ່ນຂຶ້ນຢູ່ກັບການວ່າຈ້າງງານແຮງງານພາຍໃນປະເທດ ແລະ ການພັດທະນາຄວາມຮູ້ ແລະ ທັກສະຂອງພົນລະເມືອງ. ບົດລາຍງານທຶນມະນຸດໂລກຂອງສະພາເສດຖະກິດໂລກ ວັດແທກອົງປະກອບທີ່ໃຊ້ກຳນົດລະດັບການພັດທະນາ ‘ທຶນມະນຸດ’ ຂອງປະເທດ. ບົດລາຍງານດັ່ງກ່າວສາມາດນຳໃຊ້ໃນການປະເມີນຄວາມຄືບໜ້າພາຍໃນປະເທດ ແລະ ໃຊ້ສົມທຽບຄວາມຄືບໜ້າລະຫວ່າງບັນດາປະເທດ.ບົດລາຍງານທຶນມະນຸດໂລກ 2017 ຈັດປະເທດລາວຢູ່ອັນດັບທີ 84 ໃນ 130 ປະເທດ (ເຊິ່ງປະເທດອັນດັບທີໜຶ່ງແມ່ນອັນດັບທີ່ດີທີ່ສຸດ).1 ອັນດັບນີ້ເປັນອັນດັບທີ່ຕ່ຳກວ່າຄ່າສະເລ່ຍ, ແຕ່ວ່າລາວກໍມີການຍົກລະດັບຈາກອັນດັບທີ 106 ໃນປີ 2016. ລາວມີອັດຕາການນຳໃຊ້ແຮງງານໃນລະດັບທີ່ສູງ (ອັນດັບທີ 12) ເຊິ່ງສະແດງເຖິງອັດຕາການມີສ່ວນຮ່ວມຂອງແຮງງານມີສູງ ແລະ ອັດຕາການຫວ່າງງານມີຕ່ຳ. ເຖິງຢ່າງໃດກໍຕາມ ແຮງງານລາວຍັງຢູ່ໃນອັນຕ່ຳໃນດ້ານການພັດທະນາແຮງງານ (ຢູ່ອັນດັບ 97), ຄວາມສາມາດຂອງແຮງງານ (ຢູ່ອັນດັບ 99) ແລະ ທັກສະແຮງງານ (ຢູ່ອັນດັບ 105).ທຶນມະນຸດຂອງ ສປປ ລາວແມ່ນມີຕ່ຳ. ອັດຕາການຮູ້ໜັງສື ...
ການຄ້າມະນຸດ

ການຄ້າມະນຸດໝາຍເຖິງຂະບວນການ ເຊິ່ງວ່າບຸກຄົນຖືກບັງຄັບ ຫຼື ກັກຂັງເພື່ອສະແຫວງຫາຜົນປະໂຫຍດທີ່ບໍ່ເປັນທຳທາງເສດຖະກິດ.1 ຮູບແບບຂອງການຄ້າມະນຸດທີ່ແຜ່ຫຼາຍທີ່ສຸດແມ່ນການຄ້າປະເວນີ (ກວມ 79 ເປີເຊັນ), ເຊິ່ງຜູ້ປະສົບເຄາະສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກຍິງ. ຮອງລົງມາແມ່ນການຂູດຮີດແຮງງານ (18 ເປີເຊັນ).2 ບໍ່ວ່າຈະໃນຮູບແບບໃດກໍຕາມ, ການຄ້າມະນຸດສາມາດເກີດຂຶ້ນໄດ້ ທັງພາຍໃນປະເທດ ຫຼື ຂ້າມແດນ. ຈຸດປະສົງໃນການຄ້າມະນຸດລວມມີ ການບັງຄັບແຕ່ງງານ, ການຄ້າປະເວນີ, ແລະ ການຂູດຮີດແຮງງານໃນໂຮງຈັກໂຮງງານ.ຂໍ້ມູນພື້ນຖານກ່ຽວກັບການຄ້າມະນຸດໃນລາວສປປ ລາວ ບໍ່ພຽງເປັນປະເທດແຫຼ່ງ, ແຕ່ຍັງເປັນທາງຜ່ານ ແລະ ຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ.3 ປັດໃຈຕົ້ນຕໍໃນການຄ້າມະນຸດລວມມີ: ຄວາມບໍ່ສະເໝີພາບດ້ານລາຍຮັບ, ການຂະຫຍາຍຕົວດ້ານການພັດທະນາເສດຖະກິດ ແລະ ການຂາດແຄນຊັບພະຍາກອນໃນການຄວບຄຸມພື້ນທີ່ຊາຍແດນ. ນອກຈານນີ້ ຄວາມທຸກຍາກ ແລະ ການຂາດໂອກາດໃນການສຶກສາຍັງຄົງມີແຜ່ຫຼາຍໃນລາວ ເຮັດໃຫ້ແມ່ຍິງ ແລະ ເດັກຍິງຕ້ອງອອກໄປເຮັດວຽກນອກປະເທດ ແລະ ມັກຕົກເປັນເຫຍື່ອໃນການຄ້າປະເວນີ.ຂະນະທີ່ປະຊາກອນຜູ້ປະສົບເຄາະໃນການຄ້າມະນຸດມີຫຼາກຫຼາຍ ...