ທີ່ດິນ
ມິນ, ລະເບີດທີ່ຍັງບໍ່ທັນແຕກ ແລະ ການເກັບກູ້
SDG 18 ມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ

ເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG 18) – ມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ) ແນໃສ່ເກັບກູ້ລະເບີດທີ່ບໍ່ທັນແຕກທີ່ເປັນໄພຕໍ່ການພັດທະນາ ສປປ ລາວ (ລາວ).1 SDG 18 ແມ່ນເປົ້າໝາຍທີ່ສ້າງຂຶ້ນມາສະເພາະສຳລັບປະເທດລາວ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກກວ່າ 80 ລ້ານລູກທີ່ຍັງຕົກຄ້າງໃນທົ່ວປະເທດມາຕັ້ງແຕ່ປາງສົງຄາມອິນດູຈີນຄັ້ງທີສອງ.2 ປະເທດກຳປູເຈຍກໍມີການຮັບຮອງເອົາເປົ້າໝາຍ SDG 18 ເພື່ອແກ້ໄຂບັນຫາວິກິດການດ້ານ ລບຕ ຕົວຢ່າງ – ‘ໂຄງການສ້າງປະເທດກຳປູເຈຍທີ່ປອດຈາກລະເບີດທີ່ຍັງບໍ່ທັນແຕກ/ລະເບີດມິນ’.3 ນອກຈາກເປົ້າໝາຍທີ່ມີລັກສະນະໃກ້ຄຽງ ເຊັ່ນ ເປົ້າໝາຍ SDG 11 – ສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ — ແລະ SDG 16 — ມີສັນຕິພາບ, ຄວາມຍຸດຕິທຳ, ແລະ ສະຖາບັນທີ່ເຂັ້ມແຂງ, ບໍ່ມີເປົ້າໝາຍ SDGs ໃດໆທີ່ແນໃສ່ການແກ້ໄຂວິກິດການດ້ານ ລບຕ ໂດຍກົງ.4 SDG ...