ເປົ້າໝາຍການພັດທະນາແບບຍືນຍົງ
SDG 3 ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ
SDG 3 ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ

ເປົ້າໝາຍການພັດທະນາແບບຍືນຍົງທີ 3 (SDG 3) – ‘ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ’ ແມ່ນແນໃສ່ຮັບປະກັນດ້ານສຸຂະພາບທີ່ແຂງແຮງ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີສຳລັບທຸກຄົນໃນທຸກໆລະດັບອາຍຸ.1 SDG 3 ລວມມີ 13 ເປົ້າໝາຍ, ແລະ 26 ຕົວຊີ້ວັດໃນການຕິດຕາມ. ເປົ້າໝາຍທີ 3.1, 3.5 & 3.7 ແມ່ນເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ສົ່ງເສີມສຸຂະພາບຂອງແມ່, ເພດສຳພັນ ແລະ ໄວຈະເລີນພັນ, ສ່ວນເປົ້າໝາຍ 3.2 ແນໃສ່ຫຼຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່, ເດັກອ່ອນ ແລະ ເດັກອາຍຸຕ່ຳກວ່າຫ້າປີ. ເປົ້າໝາຍ 3.3 ແລະ 3.4 ແມ່ນເພື່ອປັບປຸງການຄວບຄຸມພະຍາດ HIV, ວັນນະໂລກ, ໄຂ້ປ່າ, ພະຍາດຕິດແປດ ...