ຍຸດທະສາດ ແລະ ຂອບໂຄງສ້າງການປະຕິຮູບຂະແໜງສາທາລະນະສຸກເຖິງປີ 2025

  • ສາທາລະນະສຸກ
  • SDG3 Good Health and Well-Being

ຂອບໂຄງສ້າງ HSR ແມ່ນເອກະສານເພື່ອເປັນແນວທາງ ໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະສາດ HSR ພາຍໃຕ້ຕົວແບບດ້ານນະໂຍບາຍ ແລະ ຕົວແບບການວາງແຜນຍຸດທະສາດ. ຕົວແບບດັ່ງກ່າວ ໄດ້ສະໜອງຂອບໂຄງສ້າງທາງດ້ານກົດໝາຍ ແລະ ການປະຕິບັດ ສຳລັບການວາງແຜນດຳເນີນງານ ເພື່ອການຈັດຕັ້ງປະຕິບັດໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ພາຍໃຕ້ນະໂຍບາຍສາມສ້າງ. ຂະບວນການໃນການພັດທະນາຂອງໂຄງສ້າງດັ່ງກ່າວ ແມ່ນນຳພາໂດຍລັດຖະບານ, ພາຍໃຕ້ການປຶກສາຫາລືຢ່າງໃກ້ຊິດ ລະຫວ່າງ ກົມກອງທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ, ຖັນແຖວກະຊວງ, ຄູ່ຮ່ວມພັດທະນາ ແລະ ຊ່ຽວຊານຕ່າງປະເທດ ທີ່ໄດ້ຮັບເຊີນຜ່ານອົງການອະນາໄມໂລກ ແລະ ອົງການໄຈກາ ເພື່ອໃຫ້ການສະໜັບສະໜູນດ້ານວິຊາການ ສຳລັບແຕ່ລະຂົງເຂດບູລິມະສິດ. ທີມວິຊາການຫຼັກແຫຼ່ງຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງສາທາລະນະສຸກ ທີ່ໄດ້ຮັບການແຕ່ງຕັ້ງ ຈາກລັດຖະມົນຕີ ໃຫ້ຮັບຜິດຊອບເຕັມທີ່ ກ່ຽວກັບເນື້ອໃນດ້ານວິຊາການຂອງຂອບໂຄງສ້າງດັ່ງກ່າວ. ທີມງານດັ່ງກ່າວ ແມ່ນເຮັດວຽກຮ່ວມກັບບັນດາຄູ່ຮ່ວມພັດທະນາ ພາຍໃຕ້ການປະສານງານ ຂອງກົມແຜນການ ແລະ ການຮ່ວມມືຕ່າງປະເທດ ກະຊວງສາທາລະນະສຸກ.

Creative Commons Attribution

ແຫຼ່ງທີ່ມາ

PDF

Health Sector Reform Strategy and Framework till 2025

ດາວໂຫຼດ