ຂະບວນການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ອີງຕາມຄຳສັ່ງເລກທີ 15/ນຍ ເພື່ອການປັບປຸງການຄຸ້ມຄອງປ່າໄມ້ ແລະ ການຕັດໄມ້ທຳລາຍປ່າ ຮັບປະກັນຂໍ້ຕົກລົງການຄ້າໄມ້ກັບສະຫະພາບຢູໂຣບ

  • ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້

ຫຼັງຈາກທີ່ນາຍົກລັດຖະມົນຕີແຫ່ງສ ປ ປ ລາວໄດ້ອອກຄໍາສັ່ງເລກທີ 15/ນຍ ກ່ຽວກັບ "ການສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການຂົນສົ່ງໄມ້ ແລະ ທຸລະກິດການຂຸດຄົ້ນໄມ້" ເພື່ອສະັດກັ້ນການຄ້າໄມ້ຜິດກົດຫມາຍ ແລະ ຜະລິດຕະພັນເຄິ່ງສໍາເລັດຮູບໄປປະເທດເພື່ອນບ້ານ ເຊິ່ງໄດ້ເກີດຜົນໄດ້ຮັບທີ່ສຳຄັນ. ການຄຸ້ມຄອງ ແລະ ການຈັດການປ່າໄມ້ທີ່ດີຈະຊ່ວຍໃຫ້ສາມາດໝັນໃຈໄດ້ວ່າການຄ້າໄມ້ຂອງ ສ ປ ປ ລາວ ຈະສາມາດເຂົ້າເຖິງຕະຫຼາດໄມ້ໃຫຍ່ໆເຊັ່ນ ຕະຫຼາດໃນບັນດາປະເທດອາຊຽນ, ຈີນ, ເກົາຫຼີ, ຍີ່ປຸ່ນ, ສະຫະລັດອາເມລິກາ ແລະ ສະຫະພາບເອີຣົບ ນອກນີ້ການລິເລີ່ມດັ່ງກ່າວຍັງສອດຄ່ອງກັບຈຸດປະສົງຂອງຂະບວນການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າຂອງລາວ-ສະຫະພາບເອີຣົບ ແລະ ເປັນການສົ່ງເສີມການຄຸ້ມຄອງທີ່ດີກ່ຽວກັບຂະແໜງການຂອງປ່າໄມ້ ແລະ ການຄ້າໄມ້ທີ່ຖືກກົດໝາຍ ໂດຍສະເພາະແມ່ນກັບສະຫະພາບເອີຣົບ.

unspecified

ແຫຼ່ງທີ່ມາ

PDF

FLEGT Process Enforces PM Order No.15 to Improve Forest Governance and Fight Deforestation to Ensure Legal Timber Trade Agreement With EU

Press Release from FLEGT Laos about a Prime Ministerial order to more strictly govern the forestry value chain.

ດາວໂຫຼດ