ວິໄສທັດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມສິບປີ (2016-2025)

  • SDG1 No Poverty
  • ເປົ້າໝາຍການພັດທະນາແບບຍືນຍົງ

ວິໄສທັດເຖິງປີ 2030 ແນໃສ່ໃຫ້ ສປປ ລາວກາຍເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບສູງກວ່າສະເລ່ຍ ແລະ ມີການຂະຫຍາຍຕົວດ້ານນະວັດຕະກຳ, ສີຂຽວ ແລະ ເສດຖະກິດທີ່ຍືນຍົງ; ມີເສົາຄຳແຫ່ງອຸດສາຫະກຳ ແລະ ລະບົບພື້ນຖານໂຄງລ່າງພື້ນຖານທີ່ເຂັ້ມແຂງ ເພື່ອສະໜັບສະໜູນການຫັນສູ່ອຸດສາຫະກຳ ແລະ ທັນສະໄໝ; ປະເທດເດີນຕາມເສັ້ນທາງເສດຖະກິດ ສັງຄົມນິຍົມ ຢ່າງເປັນລະບົບ; ມີຄວາມຍຸດຕິທຳ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ການດຳລົງຊີວິດຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບ ແລະ ມີຄວາມສາມັກຄີປອງດອງ; ມີການປັບປຸງຊ່ອງຫວ່າງດ້ານການພັດທະນາລະຫວ່າງເຂດຊົນນະບົດ ແລະ ຕົວເມືອງ; ມີການປັບປຸງດ້ານການພັດທະນາຊັບພະຍາກອນມະນຸດ ເພື່ອຮັບປະກັນ ການເຂົ້າເຖິງການບໍລິການທາງສັງຄົມທີ່ມີຄຸນນະພາບ; ສິດຂອງປະຊາຊົນໄດ້ຮັບການປົກປ້ອງພາຍໃຕ້ລະບຽບກົດໝາຍທີ່ມີປະສິດທິພາບ, ລະບົບການປົກຄອງ ໄດ້ຮັບການເສີມຂະຫຍາຍຕາມແນວທາງ 3 ສ້າງ; ມີການປົກປັກຮັກສາສິ່ງແວດລ້ອມ ໂດຍການນຳໃຊ້ຍັບພະຍາກອນທຳມະຊາດທີ່ມີປະສິດທິຜົນ ເພື່ອຮັບປະກັນຄວາມຍືນຍົງ; ມີສະຖຽນລະພາບ ແລະ ຄວາມເຂັ້ມແຂງດ້ານການເມືອງ; ປະເທດເດີນຕາມເສັ້ນທາງການລວມຕົວຂອງພາກພື້ນ ແລະ ສາກົນຢ່າງຫ້າວຫັນ. ຍຸດທະສາດສິບປີນີ້ ມີການພິຈາລະນາ ຍຸດທະສາດສູ່ການຫຼຸດພົ້ນຈາກສະຖານະດ້ອຍພັດທະນາພາຍໃນປີ 2020 ແລະ ຍຸດທະສາດສຳລັບໄລຍະຂ້າມຜ່ານສູ່ການຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາພາຍໃນ 2025.

Creative Commons Attribution

ແຫຼ່ງທີ່ມາ

PDF

Vision 2030 and Ten-year Socio-Economic Development Strategy (2016-2025)

ດາວໂຫຼດ