ຍຸດທະສາດການພັດທະນາຂະແໜງກະສິກຳເຖິງປີ 2025 ແລະ ວິໄສທັດປີ 2030

  • ກະສິກຳ
  • ກະສິກຳ ແລະ ການປະມົງ

ຍຸດທະສາດການພັດທະນາຂະແໜງກະສິກຳເຖິງປີ 2025 ນີ້ ກຳນົດຈຸດປະສົງ, ເປົ້າໝາຍ, ຄາດໝາຍ ແລະ ຜົນຄາດຄະເນ ສຳລັບການພັດທະນາກະສິກຳ ໃນຍຸກສະໄໝແຫ່ງການ ພັດທະນາປະເທດຊາດ. ນອກນີ້ ຍັງກຳນົດນະໂຍບາຍ, ແຜນງານ, ແຜນດຳເນີນງານ ແລະ ໂຄງການ ພາຍໃຕ້ສອງເປົ້າໝາຍ ຫຼື ແຜນງານຕົ້ນຕໍ ເຊິ່ງປະກອບມີ 16 ແຜນດຳເນີນງານ ແລະ 120 ໂຄງການ. ນອກຈາກນີ້ ຍັງມີການຈຳແນກ ມາດຕະການໃນການຈັດຕັ້ງປະຕິບັດລວມ ກໍຄືການກຳນົດພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງການລັດຖະບານ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ບົດບາດຂອງຂະແໜງເອກະຊົນ, ຜູ້ປະກອບການ ແລະ ຊາວກະສິກອນ. ແຜນຍຸດທະສາດສະບັບນີ້ ສາມາດເປັນບ່ອນອີງ ສຳລັບການພັດທະນາ ແຜນການລະອຽດປະຈຳປີ ແລະ ແຜນການຫ້າປີ ສຳລັບຂະແໜງກະສິກຳ ກໍຄືຂະແໜງການອື່ນໆທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອເສີມຂະຫຍາຍ, ນຳໃຊ້, ຈັດຕັ້ງປະຕິບັດ ພາຍໃນຂະແໜງການ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ.

Creative Commons Attribution

ແຫຼ່ງທີ່ມາ

PDF

Agriculture Development Strategy to 2025 and Vision to the Year 2030

ດາວໂຫຼດ