ລາວ - ຂອບໂຄງສ້າງການຮ່ວມມື ສຳລັບປີ 2017-2021

  • ການປ່ຽນແປງສະພາບອາກາດ
  • ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ເອກະສານສະບັບນີ້ສະເໜີ ຂອບໂຄງສ້າງການຮ່ວມມື (CPF) ຂອງກຸ່ມທະນາຄານໂລກ (WBG) ກັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ສຳລັບປີ 2017-2021. ເອກະສານນນີ້ ແນໃສ່ສະໜັບສະໜູນໂອກາດໃນການເຂົ້າເຖິງທີ່ຍືນຍົງສຳລັບທຸກຄົນ. ມັນສະໜັມສະໜູນແຜນພັດທະນາເສດຖະກິດສັງຄົມ (NSEDP) ຄັ້ງທີ 8 ຂອງລັດຖະບານລາວ ສຳລັບປີ 2016-2020. ພາຍໃຕ້ສະພາບດ້ານເສດຖະກິດສັງຄົມ ແລະ ປະສົບການຕົວຈິງ, ແຜນໂຄງສ້າງ CPF ນີ້ ນຳໃຊ້ສາມຕົວຄັດເລືອກ ເພື່ອສຸມໃສ່ການມີສ່ວນຮ່ວມໃນການ ພັດທະນາຂອງກຸ່ມ WBG ໃນປີ 2017- 2021. ຕົວກັ່ນຕອງທຳອິດ ແມ່ນ CPF ສະໜັບສະໜູນບູລິມະສິດຂອງລັດຖະບານລາວຕາມແຜນ NSEDP ຄັ້ງທີ 8. ຕົວກັ່ນຕອງທີສອງແນໃສ່ ບູລິມະສິດທີ່ກຳນົດໃນ ການວິເຄາະປະເທດຢ່າງເປັນລະບົບ (SCD). ຕົວທີສາມແມ່ນກ່ຽວກັບຜົນປະໂຫຍດຕາມຄວາມເໝາະສົມຂອງ WBGs ເຊັ່ນການພົວພັນກັບໂຄງການ ຂອງຄູ່ຮ່ວມພັດທະນາອື່ນໆ.

Creative Commons Attribution

ແຫຼ່ງທີ່ມາ

PDF

Laos Country partnership framework for the period FY2017 FY2021

ດາວໂຫຼດ