ການສຶກສາການຂຶ້ນທະບຽນທີ່ດິນຊຸມຊົນໃນ ສ ປ ປ ລາວ

  • Communal land
  • ທີ່ດິນ
  • ນະໂຍບາຍ ແລະ ການຄຸ້ມຄອງທີ່ດິນ

ໃນການລົງພື້ນທີ່ຫຼາຍກວ່າ 25 ບ້ານ ຢູ່ 5 ແຂວງ ໃນ ສ ປ ປ ລາວ ແມ່ນສາມາດສະແດງໃຫ້ເຫັນໄດ້ວ່າ ທຸກຊົນເຜົ່າ, ຊຸມຊຸນ ແມ່ນມີຈັດການ ແລະ ຄຸ້ມຄອງທີ່ດິນຊຸມຊົນ. ປະເພດຂອງທີ່ດິນທີ່ມັກພົບເຫັນພາຍໃຕ້ການຄຸ້ມຄອງຂອງຊຸມຊົນ ປະກອບມີ ທີ່ດິນເຂດເນີນສູງ, ທີ່ດິນລ້ຽງສັດ, ທີ່ດິນລວມ ແລະ ປ່າສັກສິດ ເຊິ່ງບັນດາຊຸມຊົນ ແລະ ຜູ້ທີ່ນຳໃຊ້ທີ່ດິນໄດ້ມີການອອກກົດລະບຽບຂອງທ້ອງຖິ່ນຂຶ້ນເພື່ອການຄຸ້ມຄອງ ແລະ ການຈັດສັນຊັບພະຍາກອນຂອງຊຸມຊົນຢ່າງເໝາະສົມ. ບົດຮຽນທີ່ສຳຄັນສຳລັບຂະບວນການໃນການຮັບຮູ້ເຖິງສິດໃນການນຳໃຊ້ທີ່ດິນຂອງຊຸມຊົນແມ່ນສາມາດຖອດຖອນໄດ້ຈາກປະເທດເພື່ອນບ້ານ ສອງປະເທດ ຄື ກຳປູເຈຍ ແລະ ຫວຽດນາມ ເຊິ່ງທັງສອງປະເທດແມ່ນມີບົດບັນຍັດກ່ຽວກັບສິດທິໃນການນຳໃຊ້ທີ່ດິນຊຸມຊົນໃນໄລຍະຍາວ ອີງຕາມລະບົບການຄອບຄອງຕາມປະເພນີ.

CC-BY-4.0

ແຫຼ່ງທີ່ມາ

PDF

Study on communal land registration in Lao PDR

Land Policy Study No. 6 under LLTP II.

ດາວໂຫຼດ