ບັດສະມາດຄາດໃໝ່ອອກແບບເພື່ອຄຸ້ມຄອງລັດຖະກອນ
ກະຊວງພາຍໃນຈະອອກບັດປະຈຳຕົວສຳລັບລັດຖະກອນໃນກົມກອງຕ່າງໆ ເຊິ່ງເປັນບັດອະເນກປະສົງເພື່ອໃຊ້ປ່ຽນແທນບັດເອທີເອັມ ແລະ ບັດປະກັນສັງຄົມ. ບັດສະມາດຄາດໃໝ່ນີ້ ຖືກອອກແບບເພື່ອອຳນວຍຄວາມສະດວກໃນຊີວິດປະຈຳວັນຂອງລັດຖະກອນ ຕາມນະໂຍບາຍຂອງລັດຖະບານໃນການສ້າງຄວາມທັນສະໄໝໃນການຄຸ້ມຄອງລັດຖະກອນ.
 ສົມສັກ ພົງຂາວ
 
          