SDG 2 ລຶບລ້າງຄວາມອຶດຫິວ

ເປົ້າໝາຍການພັດທະນາແບບຍືນຍົງ 2 (SDG 2) – ‘ລຶບລ້າງຄວາມອຶດຫິວ’ ແນໃສ່ການລຶບລ້າງຄວາມອຶດຫົວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ, ແລະ ສົ່ງເສີມການກະສິກຳແບບຍືນຍົງ. SDG 2 ລວມມີ 8 ເປົ້າໝາຍ ແລະ 14 ຕົວຊີ້ວັດ. ເປົ້າໝາຍ 2.1-2.2 ແນໃສ່ລຶບລ້າງຄວາມອຶດຫິວ ແລະ ຮັບປະກັນການເຂົ້າເຖິງແຫຼ່ງສະບຽງອາຫານທີ່ຄົບຖ້ວນ ແລະ ພຽງພໍສຳລັບກຸ່ມອ່ອນໄຫວ, ໂດຍສະເພາະແມ່ນເດັກນ້ອຍ, ສ່ວນເປົ້າໝາຍ 2.3-2.4 ແນໃສ່ການຮັບປະກັນດ້ານການຜະລິດ, ຜະລິດຕະພາບ ແລະ ຄວາມຍືນຍົງຂອງການຜະລິດສະບຽງອາຫານ, ໂດຍສະເພາະພາຍໃຕ້ສະພາບອາກາດທີ່ຮ້າຍແຮງ. ເປົ້າໝາຍທີ 2.5 ແນໃສ່ຮັບປະກັນຄວາມຫຼາກຫຼາຍຂອງແຫຼ່ງອາຫານ ແລະ ແນວພັນ; ແລະ ເປົ້າໝາຍທີ 2.A-2.C ແມ່ນກ່ຽວກັບນະໂຍບາຍ ແລະ ມາດຕະການເພື່ອສົ່ງເສີມການລົງທຶນ, ການຕະຫຼາດ, ຄວາມສາມາດໃນການຂົນສົ່ງ ແລະ ຊົມໃຊ້ ໃນການຜະລິດສະບຽງອາຫານ.ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ SDG 2ເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ແມ່ນເປົ້າໝາຍການພັດທະນາໂລກ … Continue reading SDG 2 ລຶບລ້າງຄວາມອຶດຫິວ