ເປົ້າໝາຍການພັດທະນາແບບຍືນຍົງ
SDG 1 ລຶບລ້າງຄວາມທຸກຍາກ
SDG 1 ລຶບລ້າງຄວາມທຸກຍາກ

ເປົ້າໝາຍການພັດທະນາແບບຍືນຍົງທີ 1 (SDG 1) – ‘ລຶບລ້າງຄວາມທຸກຍາກ’ ແມ່ນແນໃສ່ການລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ. ເປົ້າໝາຍດັ່ງກ່າວຍັງແນໃສ່ຮັບປະກັນການຄຸ້ມຄອງທາງສັງຄົມ, ເພີ່ມທະວີການເຂົ້າເຖິງການບໍລິການຂັ້ນພື້ນຖານ ແລະ ສົ່ງເສີມຄວາມສາມາດຮອງຮັບຕໍ່ໄພພິບັດຈາກການປ່ຽນແປງຂອງສະພາບອາກາດ, ການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມສຳລັບຜູ້ທຸກຍາກ ແລະ ອ່ອນແອ.1 SDG 1 ລວມມີ 7 ເປົ້າໝາຍ, ແລະ 12 ຕົວຊີ້ວັດ. ເປົ້າໝາຍ 1.1-1.5 ລວມມີການລຶບລ້າງຄວາມທຸກຍາກ, ການຄຸ້ມຄອງທາງສັງຄົມ, ການເຂົ້າເຖິງການບໍລິການ, ແລະ ຄວາມສາມາດຮອງຮັບຕໍ່ໄພພິບັດ, ແລະ ເປົ້າໝາຍ 1.A-1.B ແມ່ນການລະດົມຊັບພະຍາກອນ ແລະ ປະຕິຮູບໂຄງສ້າງທາງນະໂຍບາຍສຳລັບພາລະກິດການລຶບລ້າງຄວາມທຸກຍາກ.2ໂຮງຮຽນປະຖົມໃນ ສປປ ລາວ, ຄາບເຂົ້າທ່ຽງສາມັກຄີ. ຮູບຖ່າຍໂດຍ: GPE/Stephan Bachenheimer, 17 ມັງກອນ ...