ເວທີສົນທະນາ: ແມ່ຍິງຈາກວົງການອົງການຈັດຕັ້ງທາງສັງຄົມ
 
ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມຮັບຟັງການແບ່ງປັນປະສົບການ  ຈາກແມ່ຍິງທີ່ເປັນແຮງບັນດານໃຈຜູ້ທີ່ເຮັດວຽກໃນຂະແໜງການສັງຄົມ ແລະ ການພັດທະນາ ໃນ ສປປ ລາວ. ພວກເຂົາຈະເລົ່າເຖິງປະສົບການໃນການເລືອກສາຍອາຊີບຂອງຕົນ ອຸປະສັກທີ່ພວກເຂົາໄດ້ປະເຊີນຜ່ານມາ ແລະ ສິ່ງສໍາຄັນອີກຢ່າງໜື່ງກໍຄື ວິທີການທີ່ລົ້ມເຫລວ “ເພາະນັ້ນໝາຍເຖິງການຮຽນຮູ້ວິທີການເພື່ອປະສົບຜົນສໍາເລັດທີ່ດີກວ່າ.”
ການສົນທະນາຄັ້ງນີ້ ມີແຂກຮັບເຊີນຫຼາຍທ່ານທີ່ເປັນຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ເພາະສະນັ້ນຂໍເຊີນທ່ານເຂົ້າຮ່ວມງານຂອງພວກເຮົາ ພ້ອມກຽມຄໍາຖາມເພື່ອຖາມແຂກຮັບເຊີນ ແລະ ຫຼັງຈາກນັ້ນຖືໂອກາດນີ້ສ້າງເຄືອຂ່າຍກັບບັນດາຜູ້ເຂົ້າຮ່ວມໃນງານ.  
ວັນທີ: 7 ພຶດສະພາ 2022 
ເວລາ: 4:30 – 6:00 ຕອນແລງ 
ສະຖານທີ: ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ 
ທ່ານສາມາດຮ່ວມຮັບຟັງການສົນທະນາໄດ້ຜ່ານ ການ Live ສົດ ຢູ່ Facebook  ແລະ ຜ່ານເພຈວິທະຍຸ Lao Youth Radio  
 
          