ຖືກທາງແລ້ວບໍ່? ການສຳປະທານທີ່ດິນໃນລາວ

  • ທີ່ດິນ

ການລົງທຶນກ່ຽວກັບທີ່ດິນ ກຳລັງຂະຫຍາຍຕົວໃນລາວ, ເຊິ່ງໄດ້ຮັບການຂັບເຂື່ອນ ໂດຍຄວາມຕ້ອງການດ້ານຊັບພະຍາກອນທຳມະຊາດ ໃນບັນດາປະເທດເພື່ອບ້ານທີ່ກຳລັງພັດທະນາ ຢ່າງວ່ອງໄວ. ແຕ່ວ່າລາວ ຍັງຄົງເປັນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງປະຊາກອນຢ່າງໜ້ອຍ 33 ສ່ວນຮ້ອຍ ດຳລົງຊີວິດຢູ່ພາຍໃຕ້ລາຍຮັບ $1.25 ໂດລາຕໍ່ວັນ (PPP$). ລັດຖະບານລາວຫວັງວ່າ ບັນດາໂຄງການທີ່ເຊື່ອມໂຍງກັບການເຊົ່າ ແລະ ການສຳປະທານທີ່ດິນ ຈະຊ່ວຍສົ່ງເສີມການຜະລິດໃນທ້ອງຖິ່ນ, ຊ່ວຍຍົກລະດັບ ພື້ນຖານໂຄງລ່າງ ແລະ ຊ່ວຍໃນການຫຼຸດຜ່ອນຄວາມທຸກຍາກ. ແຕ່ວ່າ ມັນກໍມີຄວາມສ່ຽງຫຼາຍປະການ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ສິ່ງແວດລ້ອມ, ແລະ ການຮັບປະກັນວ່າການລົງທຶນດ້ານທີ່ດິນ ຈະສ້າງປະໂຫຍດແບບຍືນຍົງ ໃຫ້ແກ່ປະຊາຊົນລາວ ຮຽກຮ້ອງໃຫ້ມີການຄຸ້ມຄອງທີ່ມີປະສິດທິພາບ ພາຍໃຕ້ການຕິດຕາມຢ່າງເປັນລະບົບ ແລະ ຂໍ້ມູນທີ່ໂປ່ງໃສ. ບັດຄັດຫຍໍ້ນະໂຍບາຍນີ້ ສະແດງຂໍ້ມູນລາຍລະອຽດທີ່ເລິກເຊິ່ງຈຳນວນໜຶ່ງ ທີ່ມາຈາກການຈົດທະບຽນການສຳປະທານ ແລະ ການເຊົ່າທີ່ດິນແຫ່ງຊາດ, ເຊິ່ງເປັນການເກັບກຳທີ່ລະອຽດທີ່ສຸດ ກ່ຽວກັບສັນຍາທີ່ດິນຂອງປະເທດໃນປະຈຸບັນ.

Creative Commons Attribution

ແຫຼ່ງທີ່ມາ

PDF

On the right path? Land concessions in Laos

ດາວໂຫຼດ