ການປະເມີນການຄຸ້ມຄອງຈັດການປ່າໄມ້ໃນ ສປປ ລາວ

  • ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ສປປ ລາວກຳລັງຜະເຊີນກັບບັນຫາຫຼາຍຢ່າງ ກໍຄືໂອກາດກ່ຽວກັບການຄຸ້ມຄອງຈັດການປ່າໄມ້. ເຊິ່ງມີຄວາມສຳຄັນ ໂດຍສະເພາະ ຕໍ່ພື້ນທີ່ປ່າໄມ້, ຄວາມທຸກຍາກໃນຊົນນະບົດ ແລະ ຄວາມຫຼາກຫຼາຍດ້ານຊີວິນາໆພັນຂອງປະເທດ. ການຄຸ້ມຄອງຈັດການເປັນຫົວຂໍ້ທີ່ລະອຽດອ່ອນໃນປະເທດ, ເຊິ່ງເພີ່ມຄວາມທ້າທາຍຕໍ່ຂະແໜງການປ່າໄມ້. ເຖິງຢ່າງໃດກໍຕາມ, ລັດຖະບານລາວ ກຳລັງດຳເນີນການເພື່ອປັບປຸງດ້ານການຄຸ້ມຄອງຈັດການປ່າໄມ້, ຕາມທີ່ໄດ້ກຳນົດໃນຍຸດທະສາດປ່າໄມ້ປີ 2020 ແລະ ການດັດແກ້ກົດໝາຍປ່າໄມ້ປີ 2007, ເຊິ່ງກຳລັງດຳເນີນໃນຂະນະທີ່ສ້າງບົດລາຍງານສະບັບນີ້. RECOFTC ສູນການຄົ້ນຄວ້າເພື່ອຄົນ ແລະ ປ່າ, ຮ່ວມກັບອົງການຄູ່ຮ່ວມງານສັງຄົມສົງເຄາະ ໃນຖານະສ່ວນໜຶ່ງຂອງໂຄງການ ສຽງຂອງປ່າໄມ້ໃນພາກພື້ນແມ່ນ້ຳຂອງ (V4MF) ພາຍໃຕ້ການຊ່ວຍເຫຼືອຂອງສະຫະພາບຢູໂຣບ, ກຳລັງສຶກສາສິ່ງທ້າທາຍ ແລະ ໂອກາດໃນການຈັດການດັ່ງກ່າວໃນຂະແໜງປ່າໄມ້ຂອງ ສປປ ລາວ, ກໍຄືຊຸກຍູ້ໂຄງການເພື່ອແກ້ໄຂບັນຫາດັ່ງກ່າວ ຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະຕິບັດການທີ່ບໍ່ແມ່ນພາກລັດ. ເພື່ອຈຸດປະສົງນີ້ ຈຶ່ງໄດ້ມີການດຳເນີນການປະເມີນ ການຄຸ້ມຄອງຈັດການປ່າໄມ້ແບບມີສ່ວນຮ່ວມ ໃນທ້າຍປີ 2017 ແລະ ຕົ້ນປີ 2018. ຜູ້ເຂົ້າຮ່ວມໃນການຄົ້ນຄວ້າດັ່ງກ່າວ ເຊັ່ນລັດຖະບານ, ອົງການຈັດຕັ້ງສັງຄົມສົງເຄາະ, ແລະ ຊຸມຊົນທ້ອງຖິ່ນ ໄດ້ສະແດງວ່າ ນະໂຍບາຍ ແລະ ລະບຽບການທີ່ມີຢູ່ ມີພື້ນຖານທີ່ເຂັ້ມແຂງ, ເຖິງວ່າ ຈະຍັງມີບັນຫາທີ່ເປັນລະບົບໃນການຈັດຕັ້ງ, ການບັງຄັບໃຊ້ ແລະ ການປະຕິບັດ ທີ່ສົ່ງຜົນຕໍ່ສະຖານະຂອງປ່າໄມ້ຂອງປະເທດ. ຄຳແນະນຳໃນທີ່ນີ້ລວມມີ ຄວາມຈຳເປັນໃນການປັບປຸງການຕິດຕາມການຄຸ້ມຄອງຈັດການພື້ນທີ່ປ່າໄມ້, ແລະ ການຍົກລະດັບຄວາມຮູ້ ແລະ ທັກສະຂອງອົງການສັງຄົມສົງເຄາະກ່ຽວກັບບັນຫາດ້ານວິຊາການ. ບັນດາຄູ່ຮ່ວມງານຂອງໂຄງການ ຈະເຮັດວຽກຮ່ວມກັບບັນດາຜູ້ມີສ່ວນຮ່ວມພາກສ່ວນຕ່າງໆ, ໂດຍສະເພາະ ແມ່ນອົງການຈັດຕັ້ງສັງຄົມສົງເຄາະ, ໃນການຈັດຕັ້ງໂຄງການ ເພື່ອຈັດການກັບສິ່ງທ້າທາຍ ແລະ ໂອກາດທີ່ລະບຸໃນທີ່ນີ້.

Creative Commons Attribution

ແຫຼ່ງທີ່ມາ

PDF

Assessing Forest Governance in Lao PDR

ດາວໂຫຼດ