ການທ່ອງທ່ຽວແບບອະນຸລັກເປັນອີກທາງເລືອກໜຶ່ງຂອງການປູກຢາງພາລາຢູ່ເນີນພູຢູ່ທີ່ນຳ້ຫ້າ ເຂດອະນຸລັກແຫ່ງຊາດ ແຂວງຫຼວງນ້ຳທາ

  • ນະໂຍບາຍ ແລະ ການຄຸ້ມຄອງດ້ານເສດຖະກິດ
  • ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
  • Livelihood rights
  • ພື້ນທີ່ສະຫງວນ
  • ໜັງ
  • ການທ່ອງທ່ຽວ

ຈຳນວນນັກທ່ອງທ່ຽວທີ່ມາທ່ຽວໃນສ ປ ປ ລາວໄດ້ມີການເພີ່ມຂຶ້ນເຖິງ 1 ລ້ານຄົນໃນປີ 2005 ເຫັນໄດ້ວ່ານັກທ່ອງທ່ຽວແມ່ນມີຄວາມສົນໃຈໃນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນາທຳຂອງລາວ ເຊິ່ງມີຄວາມກັງວົນວ່າດິນປ່າທີ່ໃຊ້ສຳລັບການທ່ອງທ່ຽວແບບອຸນຸລັກຂອງຊຸມຊົນແມ່ນອາດຈະໄດ້ຮັບການຈັດສັນຫັນປ່ຽນມາເປັນສວນຢາງພາລາ. ນັບຕັ້ງແຕ່ປີ 2002 ເປັນຕົ້ນມາຂະແໜງການທ່ອງທ່ຽວແບບອະນຸລັກ ແລະ ການປູກຢາງພາລາແມ່ນເປັນກິດຈະກຳທີ່ສຳຄັນຕໍ່ກັບເສດຖະກິດໃນແຂວງຫຼວງນ້ຳທາ. ບົດລາຍງານສະບັບນີ້ເປັນການລາຍງານກ່ຽວກັບຜົນປະໂຫຍດທາງການເງິນທີ່ໄດ້ມາຈາກການທ່ອງທ່ຽວແບບອະນຸລັກຢູ່ເຂດພື້ນທີ່ອະນຸລັກ ນ້ຳຫ້າ ເຊິ່ງເປັນການສ້າງຜົນປະໂຫຍດທາງການເງິນໃຫ້ແກ່ປະຊາຊົນ ແລະ ທັງເປັນການອະນຸລັກສິ່ງແວດລ້ອມ ແລະ ວັດທະນາທຳລາວໄປພ້ອມໆກັນ ເຊິ່ງການປູກຢາງພາລາແມ່ນອາດຈະໄດ້ຮັບຜົນກຳໄລໜ້ອຍກວ່າພ້ອມທັງສ້າງຄວາມເສຍຫາຍໃຫ້ແກ່ຊີວິດນາໆພັນຂອງປະເທດ. ສະຫຼຸບລວມແລ້ວການທ່ອງທ່ຽວແບບອະນຸລັກ ແລະ ການປູກຢາງພາລາແມ່ນສາມາດດຳເນີນການໄປພ້ອມກັນ ແຕ່ບໍ່ຄວນຢູ່ເຂດພື້ນທີ່ດຽວກັນ.

unspecified

ແຫຼ່ງທີ່ມາ

PDF

Ecotourism as an Alternative to Upland Rubber Cultivation in the Nam Ha National Protected Area, Luang Namtha

ດາວໂຫຼດ