ທາງເລືອກການສ້າງລາຍຮັບ ສຳລັບຜູ້ທີ່ທຸກຍາກທີ່ສຸດໃນກຸ່ມຄົນທຸກຍາກ: ກໍລະນີສຶກສາກ່ຽວກັບໝາກແໜ່ງ ຢູ່ພາກເໜືອຂອງລາວ

  • ປ່າໄມ້ ແລະ ວຽກງານດ້ານປ່າໄມ້
  • Non-timber forest products

ບົດວິໄຈນີ້ ຄົ້ນຄວ້າທ່າແຮງຂອງໝາກແໜ່ງ ເພື່ອການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຊົນນະບົດໃຫ້ມີຄວາມຍືນຍົງ ພາຍໃຕ້ການໝົດໄປຂອງຊັບພະຍາກອນ ໃນເຂດພູດອຍ ທາງພາກເໜືອຂອງລາວ. ໂດຍອີງໃສ່ການຄົ້ນຄວ້າພາກສະໜາມ ທາງດ້ານຄຸນນະພາບ ແລະ ປະລິມານ ໄດ້ມີການກຳນົດຕ່ອງໂສ້ການສະໜອງໝາກແໜ່ງ ແລະ ມີການສຶກສາໂອກາດທາງເສດຖະກິດ-ສັງຄົມສຳລັບຜູ້ເກັບກູ້ ແລະ ຜູ້ປູກ. ຄວາມຕ້ອງການທີ່ເພີ່ມຂຶ້ນໃນບັນດາປະເທດເພື່ອນບ້ານ ໂດຍສະເພາະແມ່ນຈີນ ໄດ້ສ້າງໂອກາດດ້ານລາຍຮັບ ທີ່ໜ້າສົນໃຈ ສຳລັບທຸກໆຜູ້ດຳເນີນການໃນຕ່ອງໂສ້ການສະໜອງໝາກແໜ່ງ. ການປູກຫຼາຍສາຍພັນຍົກລະດັບ ໄດ້ສ້າງຜົນປະໂຫຍດສຳລັບຊາວກະສິກອນ ທີ່ມີເນື້ອທີ່ການຜະລິດຫຼາຍ ທີ່ມີເງື່ອນໄຂເໝາະສົມດ້ານກະເສດນິເວດ. ເຖິງຢ່າງໃດກໍຕາມ, ຜູ້ເກັບໝາກແນ່ງປ່າ ທີ່ມີເນື້ອທີ່ທຳການຜະລິດໜ້ອຍ ແລະ ບໍ່ມີເນື້ອທີ່ທຳການຜະລິດ ກຳລັງປະສົບຄວາມຫຍຸ້ງຍາກ ເນື່ອງຈາກການເກັບກູ້ເກີນຂະໜາດ, ການກົດລາຄາຈາກນາຍໜ້າ, ແລະ ການປ່ຽນແປງຢ່າງວ່ອງໄວ ຂອງປ່າໄມ້ທີ່ຫຼົງເຫຼືອຈາກການປູກໄມ້ຊະນິດດຽວ ເຊັ່ນ ຢາງພາລາ, ໄດ້ຫຼຸດຜ່ອນ ແຫຼ່ງທຳມະຊາດຂອງໝາກແໜ່ງ ແລະ ເຄື່ອງປ່າຂອງດົງອື່ນໆ. ສິ່ງສະແດງດ້ານນະໂຍບາຍຕົ້ນຕໍ ແມ່ນການປົກປ້ອງປ່າໄມ້ທຳມະຊາດ ແລະ ປ່າມືສອງທີ່ຫຼົງເຫຼືອ — ຕົວຢ່າງ ຜ່ານການນຳໃຊ້ ກົນໄກສະໜັບສະໜູນການປ່ຽນແປງສາກົນ ສຳລັບການປົກປັກຮັກສາປ່າໄມ້, ເຊັ່ນ REDD+ — ເຊິ່ງຈະບໍ່ພຽງແຕ່ສ້າງປະໂຫຍດໃຫ້ແກ່ການອະນຸລັກຊີວະນາໆພັນ ແລະ ຫຼຸດຜ່ອນຜົນກະທົບການປ່ຽນແປງຂອງສະພາບອາກາດ, ແຕ່ຍັງເປັນການສົ່ງເສີມຊີວິດການເປັນຢູ່ຂອງກຸ່ມທີ່ທຸກຍາກທີ່ສຸກໃນເຂດພູດອຍຂອງ ສປປ ລາວ.

Creative Commons Attribution

ແຫຼ່ງທີ່ມາ

PDF

Income options for the poorest of the poor: the case of cardamom in northern Laos

ດາວໂຫຼດ