ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຫ້າປີຄັ້ງທີ 8 (2016-2020)

  • ການຊ່ວຍເຫຼືອ ແລະ ການພັດທະນາ
  • ຊົນເຜົ່າ ແລະ ຊົນກຸ່ມນ້ອຍ
  • ເປົ້າໝາຍການພັດທະນາແບບຍືນຍົງ

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫ້າປີ ຄັ້ງທີ 8 (2016–2020) “NSEDP 8” ແມ່ນເພື່ອຜັນຂະຫຍາຍມະຕິຂອງກອງປະຊຸມພັກຄັ້ງທີ 10 ແລະ ຍັງເນັ້ນໃສ່ຂົງເຂດວຽກງານ ທີ່ຕ້ອງສືບຕໍ່ຈາກການປະຕິບັດແຜນພັດທະນາຄັ້ງກ່ອນ. ແຜນພັດທະນາຊຸດນີ້ ຍັງສະທ້ອນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ເຖິງປີ 2025 ແລະ ວິໄສທັດປີ 2030 ເພື່ອເປົ້າໝາຍໃນການສ້າງພື້ນຖານໃໝ່ ສູ່ການຫຼຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2020 ກາຍເປັນປະເທດທີ່ມີລາຍຮັບປານກາງເຖິງສູງ ພາຍໃນປີ 2030. ດັ່ງນັ້ນ ແຜນ NSEDP 8 ສະບັບນີ້ ຈຶ່ງເປັນເຄື່ອງມືທີ່ສຳຄັນ ເປັນສູນກາງເພື່ອຮັບປະກັນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຊີ້ນຳໃໝ່ຂອງພັກ.

Creative Commons Attribution

ແຫຼ່ງທີ່ມາ

PDF

ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 8 (2016-2020)

ດາວໂຫຼດ

PDF

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ VIII

ດາວໂຫຼດ