ແຜນພັດທະນາຂະແໜງການສຶກສາ ແລະ ກິລາ (2016-2020)

  • ນະໂຍບາຍ ແລະ ການຄຸ້ມຄອງດ້ານການສຶກສາ
  • SDG4 Equality Education

ແຜນພັດທະນາຂະແໜງການສຶກສາປີ 2016-2020 ແມ່ນສັງລວມຜົນສຳເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ໄດ້ຈາກແຜນພັດທະນາຂະແໜງການສຶກສາປີ 2011-2015. ຈາກຫຼັກຖານທີ່ໄດ້ຈາກການທົບທວນເຄິ່ງໄລຍະຂອງການຈັດຕັ້ງປະຕິບັດ, ການທົບທວນນະໂຍບາຍການສຶກສາແຫ່ງຊາດສຳລັບທຸກຄົນ 2015 ແລະ ການປະເມີນຜົນສຸດທ້າຍ ແລະ ຄວາມຄືບໜ້າໃນການປະຕິບັດເປົ້າໝາຍການພັດທະນາແຫ່ງສະຫະສະວັດສຳລັບການສຶກສາ, ແຜນສະບັບນີ້ໄດ້ກຳນົດວິທີການ ທີ່ຂະແໜງການສຶກສາຈະສາມາດສະໜັບສະໜູນການປະຕິບັດເປົ້າໝາຍລວມ ແລະ ວິໄສທັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຫ້າປີ ຄັ້ງທີ 8 (2016-2020). ນອກຈາກນັ້ນ. ການສ້າງແຜນ ESDP 2016-2020 ນີ້ ຍັງຄົ້ນຄວ້າວິທີການ ເພື່ອບັນລຸວິໄສທັດປີ 2030 ແລະ ຍຸດທະສາດການພັດທະນາເຖິງປີ 2025. ການກຳນົດນະໂຍບາຍ, ຍຸດທະສາດ, ແລະ ເປົ້າໝາຍໃນແຜນພັດທະນາສະບັບນີ້ ຕົ້ນຕໍແມ່ນອີງໃສ່ວາລະການພັດທະນາການສຶກສາຫຼັງປີ 2015 ທີ່ມີການຮັບຮອງຈາກສາກົນ.

unspecified

ແຫຼ່ງທີ່ມາ

PDF

Education and Sports Sector Development Plan (2016-2020) [Lao PDR]

ດາວໂຫຼດ