ພາບລວມດ້ານສິ່ງແວດລ້ອງຂອງລາວ 2012

  • ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອະດີດໜ່ວຍງານຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳ ແລະ ສິ່ງແວດລ້ອມ (WREA) ຮັບຮູ້ເຖິງຄວາມຈຳເປັນໃນການມີຂໍ້ມູນທີ່ເປັນວິທະຍາສາດ ແລະ ຕົວຊີ້ວັດທີ່ດີ ເຊິ່ງເປັນເຄື່ອງມືພື້ນຖານໃນການສະໜັບສະໜູນການຕັດສິນໃຈ ແລະ ການສ້າງນະໂຍບາຍ ເຊັ່ນ ຍຸດທະສາດຂະແໜງສິ່ງແວດລ້ອມແຫ່ງຊາດ ເຖິງປີ 2020. ບົດພາບລວມດ້ານສິ່ງແວດລ້ອມນີ້ ເຊິ່ງເປັນບົດລາຍງານການປະເມີນດ້ານສິ່ງແວດລ້ອນລວມ ປີ 2012 ຖືເປັນໜຶ່ງໃນຂະບວນການການຜະລິດ ແລະ ການສື່ສານຂໍ້ມູນ ນະໂຍບາຍກ່ຽວກັບການພົວພັນຕົ້ນຕໍ ລະຫວ່າງສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ເຊິ່ງຈັດເປັນປະເພດໂດຍນຳໃຊ້ຂອບການວິເຄາະ DPSIR ຜ່ານການລາຍງານໂດຍອີງໃສ່ ການເສີມຂະຫຍາຍຄວາມສາມາດດ້ານວິຊາການ ສຳລັບການປະເມີນທາງສິ່ງແວດລ້ອມໂດຍລວມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງນະໂຍບາຍທີ່ເປັນວິທະຍາສາດ ແລະ ສະໜັບສະໜູນແຜນການພັດທະນາແບບຍືນຍົງຂອງລາວ. ບົດພາບລວມດ້ານສິ່ງແວດລ້ອມຂອງລາວນີ້ ສ້າງຂຶ້ນໃນລັກສະນະລວມ ເພື່ອຈຸດປະສົງ 1) ສັງເກດບັນຫາບູລິມະສິດທາງສິ່ງແວດລ້ອມໃນປະເທດ ທີ່ສົ່ງຜົນຕໍ່ຄວາມສົມບູນຂອງລະບົບນິເວດ ແລະ ການດຳລົງຊີວິດຂອງປະຊາຊົນ, 2) ສ້າງຄວາມເຂັ້ມແຂງດ້ານເງື່ອນໄຂໃນການປະຕິບັດ ແລະ ການວິເຄາະ, ແລະ 3) ສົ່ງເສີມວິທີການແບບມີສ່ວນຮ່ວມ ແລະ ປຶກສາຫາລື.

Creative Commons Attribution

ແຫຼ່ງທີ່ມາ

PDF

Lao Environment Outlook 2012

ດາວໂຫຼດ