ເຂດພື້ນທີ່ຄຸ້ມຄອງ ແລະ ການເຂົ້າເຖິງຄວາມເທົ່າທຽມກັນໃນ ສ ປ ປ ລາວ

  • Community forest
  • Extractive industries
  • ພື້ນທີ່ສະຫງວນ

ບົດລາຍງານສະບັບນີ້ແມ່ນສະໜອງ 8 ບັນດາຂໍ້ສະເໜີແນະສຳລັບການປະຕິບັດຕາມແນວຄວາມຄິດການເຂົ້າເຖິງຄວາມຄວາມເທົ່າທຽມກັນໃນເຂດພື້ນທີ່ຄຸ້ມຄອງ ໂດຍສະເພາະຢູ່ ສ ປ ປ ລາວ. 1) ຈັດຕັ້ງບົດບາດທີ່ສຳຄັນໃຫ້ແກ່ຊຸມຊົນໃນການຄຸ້ມຄອງເຂດຄຸ້ມຄອງນັ້ນ ໂດຍສະເພາະແມ່ນສິດໃນການມີສ່ວນຮ່ວມໃນຕັດສິນໃຈໃນການວາງແຜນການຄຸ້ມຄອງ; 2) ສ້າງເຂດອະນຸລັກຂອງຊຸມຊົນພາຍໃນເຂດພື້ນທີ່ຄຸ້ມຄອງ ຫຼື ເອີ້ນວ່າການນຳໃຊ້ປ່າໄມ້ແບບດັ້ງເດີມ (TUF) ທີ່ສາມາດອອກແບບ ແລະ ບໍລິຫານໂດຍຊຸມຊົນເອງ. 3) ສະໜັບສະໜູນກ່ຽວກັບທີ່ດິນ, ການກະສິກຳ, ປ່າໄມ້ ແລະ ການນຳໃຊ້ຊັບພະຍາກອນອື່ນໆຂອງຜູ້ທີ່ອາໄສຢູ່ພື້ນທີ່ຄຸ້ມຄອງລວມເຖິງການເຮັດໄຮ່ແບບເລື່ອນລອຍ. 4) ການສ້າງຮູບບແບບໃໝ່ຂອງການນຳໃຊ້ທີ່ດິນ ແລະ ປ່າໄມ້ຢູ່ພື້ນທີ່ຄຸ້ມຄອງ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍການເຂົ້າເຖິງຄວາມເທົ່າທຽມກັນ ໂດຍການໃຫ້ສິດໃນການນຳໃຊ້ ແລະ ການເປັນເຈົ້າຂອງແກ່ຜູ້ທີ່ອາໄສຢູ່ເຂດນັ້ນ. 5) ສ້າງການຮ່ວມມືກັນລະຫວ່າງຜູ້ຈັດການເຂດພື້ນທີ່ຄຸ້ມຄອງ ກັບປະຊາຊົນທີ່ອາໄສຢູ່ເຂດນັ້ນໃນການຕິດຕາມ ແລະ ລາຍງານກິດຈະກຳທີ່ກ່ຽວຂ້ອງກັບການນຳໃຊ້ຊັບພະຍາກອນທີ່ຜິດກົດໝາຍ. 6) ຈຳກັດ ຫຼື ຫ້າມກິດຈະກຳຂະໜາດໃນການນຳໃຊ້ຊັບພະຍາກອນເພື່ອທຸລະກິດ ໂດຍສະເພາະແມ່ນການຕັດໄມ້, ການຂຸດຄົ້ນບໍ່ແຮ່ ແລະ ການສ້າງເຂື່ອນໄຟຟ້າ. 7) ຮັບປະກັນໃຫ້ປະຊາຊົນທີ່ອາໄສຢູ່ພື້ນທີ່ຄຸ້ມຄອງສາມາດເຂົ້າເຖິງຊັບພະຍາກອນ ແລະ ມີສ່ວນຮ່ວມໃນຂະບວນການຕັດສິນໃຈໃນຊຸມຊົນ. 8) ດຳເນີນການຄົ້ນຄວ້າເພີ່ມກ່ຽວກັບແຜນການຈັດການ ແລະ ແຜນອະນຸລັກແບບມີສ່ວນຮ່ວມໃນຖື້ນທີ່ຄຸ້ມຄອງໃນ ສ ປ ປ ລາວ.

unspecified

ແຫຼ່ງທີ່ມາ

PDF

Protected Area Governance and Equitable Access in the Lao PDR

ດາວໂຫຼດ