ການເຮັດໄຮ່ແບບເລື່ອນລອຍໃນລາວ: ການຫັນປ່ຽນທາງດ້ານນະໂຍບາຍ ແລະ ທັດສະນະ

  • ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ບົດລາຍງານນີ້ ສະເໜີບັນຫາຫຍຸ້ງຍາກກ່ຽວກັບການເຮັດໄຮ່ແບບເລື່ອນລອຍ ທີ່ມີການຍົກຂຶ້ນໃນກອງປະຊຸມໂຕະມົນປີ 2011 ລະຫວ່າງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ສາກົນ. ຈາກຜົນຂອງກອງປະຊຸມດັ່ງກ່າວ, ພາລະກິດຕໍ່ໄປນີ້ ໄດ້ມີການມອບໝາຍໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ແລະ ປະທານຮ່ວມຂອງກຸ່ມເຮັດວຽກໃນຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ (SWG-ARD) #8 ວ່າດ້ວຍການຄຸ້ມຄອງທີ່ດິນກະສິກຳ ເພື່ອຮັບປະກັນໃຫ້ປະຊາຊົນລາວທຸກຖ້ວນໜ້າ ໂດຍສະເພາະແມ່ນກຸ່ມທີ່ຢູ່ເຂດພູດອຍ ສາມາດເຂົ້າເຖິງທີ່ດິນກະສິກຳ ໂດຍສະເພາະກຸ່ມທີ່ກ່ຽວຂ້ອງກັບການຖາງປ່າເຮັດໄຮ່. ບົດຄົ້ນຄວ້າສະບັບນີ້ ມີຈຸດປະສົງໃນການສຶກສານະໂຍບາຍປະຈຸບັນຂອງລັດຖະບານ ກ່ຽວກັບ ການເຮັດໄຮ່ແບບເລື່ອນລອຍ ກໍຄືບົດຄົ້ນຄວ້າຕ່າງໆກ່ຽວກັບຫົວຂໍ້ດັ່ງກ່າວ. ບົດລາຍງານສະບັບນີ້ ແນໃສ່ສາມຂົງເຂດວຽກງານສູນກາງ, ເຊິ່ງສັງລວມໃນບົດສະຫຼຸບຫຍໍ້ເນື້ອໃນ, ການປະເມີນທາງສະຖິຕິ ກ່ຽວກັບຂອບເຂດການເຮັດໄຮ່ແບບເລື່ອນລອຍໃນລາວ, ບົດວິເຄາະກ່ຽວກັບນະໂຍບາຍການເຮັດໄຮ່ແບບເລື່ອນລອຍຂອງລັດຖະບານ ແລະ ສັງລວມ ບົດຄົ້ນຄວ້າ 26 ບົດກ່ຽວກັບການເຮັດໄຮ່ແບບເລື່ອນລອຍ.

Creative Commons Attribution

ແຫຼ່ງທີ່ມາ

PDF

ການເຮັດໄຮ່ແບບເລື່ອນລອຍໃນລາວ: ການຫັນປ່ຽນທາງດ້ານນະໂຍບາຍ ແລະ ທັດສະນະ

ດາວໂຫຼດ