ສະໜາມບິນ
ຂໍ້ມູນສະໜາມບິນໃນລາວ ລວມມີລາຍການ attributes (name, type, ICAO and IATA code).
ປຶ້ມແຜນທີ່ທາງເດີນນ້ຳ – ການເຂົ້າເຖິງແຫຼ່ງນ້ຳ
ການເຂົ້າເຖິງແຫຼ່ງນ້ຳ ວັດແທກອັດຕາສ່ວນຂອງປະຊາກອນ ທີ່ບໍ່ສາມາດເຂົ້າເຖິງແຫຼ່ງນ້ຳບໍລິໂພກທີ່ມີການຍົກລະດັບ. ຄ່າທີ່ສູງ ໃຊ້ກຳນົດພື້ນທີ່ ທີ່ມີປະຊາຊົນຈຳນວນໜ້ອຍ ທີ່ເຂົ້າເຖິງແຫຼ່ງນ້ຳດື່ມທີ່ສະອາດປອດໄພ ແລະ ເຮັດໃຫ້ມີຄວາມສ່ຽງສູງກວ່າຜູ້ທີ່ບໍ່ນຳໃຊ້ນ້ຳໃນລັກສະນະທີ່ເທົ່າທຽມກັນ.
ປຶ້ມແຜນທີ່ທາງເດີນນ້ຳ – ປະລິມານນ້ຳປະຈຸບັນ
ປະລິມານນ້ຳປະຈຸບັນ (Ba) ໝາຍເຖິງປະລິມານນ້ຳທັງໝົດທີ່ມີໃນແຫຼ່ງກັກເກັບນ້ຳ ກ່ອນມີການນຳໃຊ້່. ເຊິ່ງຄິດໄລ່ຈາກປະລິມານນ້ຳທັງໝົດທີ່ໄຫຼເຂົ້າໃນແຫຼ່ງກັກເກັບຈາກແຫຼ່ງກັກເກັບນ້ຳຕົ້ນນ້ຳ ລົບອອກປະລິມານນ້ຳທີ່ນຳໃຊ້ແບບໝົດເປືອງ ແລະ ປະລິມານນ້ຳທີ່ໄຫຼອອກຈາກແຫຼ່ງກັກເກັບ.
ປຶ້ມແຜນທີ່ທາງເດີນນ້ຳ – ຄວາມກົດດັນທາງນ້ຳຂັ້ນພື້ນຖານ
ຄວາມກົດດັນທາງນ້ຳຂັ້ນພື້ນຖານ ວັກແທກປະລິມານການເພິກຖອນນ້ຳທັງໝົດຕໍ່ປີ (ໃນຄົວເຮືອນ, ອຸດສາຫະກຳ ແລະ ກະສິກຳ) ເຊິ່ງສະແດງເປັນເປີເຊັນຂອງປະລິມາການໄຫຼຂອງນ້ຳທີ່ເກີດຂຶ້ນຕໍ່ປີ. ຄ່າສູງ ໝາຍເຖິງ ມີການຍາດແຍ່ງໃນການນຳໃຊ້ຫຼາຍໃນບັນດາກຸ່ມຜູ້ໃຊ້ນ້ຳ.
ປຶ້ມແຜນທີ່ທາງເດີນນ້ຳ – ການນຳໃຊ້ແບບໝົດເປືອງ
ການນຳໃຊ້ແບບໝົດເປືອງ ແມ່ນປະລິມານນ້ຳທັງໝົດທີ່ມີການເພີກຖອນ ເຊິ່ງມີການນຳໃຊ້ໃຫ້ໝົດໄປ ໂດຍຜ່ານການລະເຫີຍອາຍ, ການປະກອບໃນຜະລິດຕະພັນ, ຫຼື ມົນລະພິດ, ເຊິ່ງວ່າບໍ່ສາມາດນຳກັບມາໃຊ້ປະໂຫຫຍດໄດ້ອີກຕໍ່ໄປ. ການນຳໃຊ້ແບບບໍ່ໝົດເປືອງ ໝາຍເຖິງປະລິມານການເພິກຖອນນ້ຳ ທີ່ນຳໃຊ້ແລ້ວ ແຕ່ຍັງສາມາດກັບຄືນສູ່ແຫຼ່ງນ້ຳໃນດິນ ແລະ ນ້ຳເທິງໜ້າດິນ.
ປຶ້ມແຜນທີ່ທາງເດີນນ້ຳ – ການເກີດໄພນ້ຳຖ້ວມ
ການເກີດໄພນ້ຳຖ້ວມ ໝາຍເຖິງຈຳນວນຄັ້ງທີ່ເກີດນ້ຳຖ້ວມ ຕາມການບັນທຶກແຕ່ປີ 1985 ຫາ 2011.
ປຶ້ມແຜນທີ່ທາງເດີນນ້ຳ – ປະລິມານນ້ຳທັງໝົດ
ປະລິມານນ້ຳທັງໝົດ (Bt) ສຳລັບແຕ່ລະແຫຼ່ງກັກເກັບນ້ຳ ແມ່ນປະລິມານນ້ຳທີ່ໄຫຼເຂົ້າແຫຼ່ງກັກເກັບຈາກຕົ້ນນ້ຳ ບວກກັບປະລິມານນ້ຳທີ່ໄຫຼອອກຈາກແຫຼ່ງກັກເກັບນ້ຳ.
ປຶ້ມແຜນທີ່ທາງເດີນນ້ຳ – ພື້ນທີ່ສະຫງວນຕົ້ນນ້ຳ
ພື້ນທີ່ສະຫງວນຕົ້ນນ້ຳ ວັດແທກອັດຕາສ່ວນການສະໜອງນ້ຳທັງໝົດ ທີ່ມີຕົ້ນກຳເນີດມາຈາກລະບົບນິເວດພື້ນທີ່ສະຫງວນ. ການປ່ຽນແປງການນຳໃຊ້ທີ່ດິນ ອາດມີຜົນກະທົບຕໍ່ສຸຂະພາບຂອງລະບົບນິເວດນ້ຳຈືດ ແລະ ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ພື້ນທີ່ລຸ່ມນ້ຳ ທັງໃນດ້ານປະລິມານ ແລະ ຄຸນນະພາບຂອງນ້ຳ.
ປຶ້ມແຜນທີ່ທາງເດີນນ້ຳ- ອັດຕາການເພີກຖອນນ້ຳ
ອັດຕາການເພີກຖອນນ້ຳ ໝາຍເຖິງປະລິມານນ້ຳທັງໝົດທີ່ນຳອອກມາຈາກແຫຼ່ງນ້ຳຈືດ ເພືື່ອຮັບໃຊ້ໃນກິດຈະກຳຂອງມະນຸດ.
[:en]Chinese financial aid projects[:lo]ໂຄງການຊ່ວຍເຫຼືອທາງການເງິນຈາກຈີນ[:]
License: ODC-BY-1.0
ປະເພດດິນປູກຝັງທີ່ສຳຄັນ
ຂໍ້ມູນ Polygons ປະເພດດິນປູກຝັງທີ່ສຳຄັນໃນລາວ ຕາມການຈັດປະເພດຂອງອົງການ FAO.
ເຂດທີ່ຢູ່ອາໄສຂອງກຸ່ມທີ່ໃຊ້ໝວດພາສາ: ຈີນ-ຕິເບດ
ບັນດາຊຸດຂໍ້ມູນນີ້ແມ່ນຈະບອກເຖິງ ສະຖານທີ່, ທີ່ຕັ້ງຂອງ ກຸ່ມຊົນເຜົ່າທີ່ໃຊ້ໝວດພາສາ ຈີນ-ຕິເບດ ເຊິ່ງແມ່ນໜຶ່ງໃນບັນດາ 4 ໝວດພາສາຂອງຊົນເຜົ່າໃນ ສ ປ ປ ລາວ ອີງຕາມສັດສ່ວນຂອງປະຊາຊົນໃນໝູ່ບ້ານ, ເມືອງ ແລະ ແຂວງ.
License: CC-BY-ND-4.0
ເຂດທີ່ຢູ່ອາໄສຂອງກຸ່ມທີ່ໃຊ້ໝວດພາສາ: ມົ້ງ-ອິ່ວມ້ຽນ
ບັນດາຊຸດຂໍ້ມູນນີ້ແມ່ນຈະບອກເຖິງ ສະຖານທີ່, ທີ່ຕັ້ງຂອງ ກຸ່ມຊົນເຜົ່າທີ່ໃຊ້ໝວດພາສາ ມົ້ງ-ອິ່ວມ້ຽນ ເຊິ່ງແມ່ນໜຶ່ງໃນບັນດາ 4 ໝວດພາສາຂອງຊົນເຜົ່າໃນ ສ ປ ປ ລາວ ອີງຕາມສັດສ່ວນຂອງປະຊາຊົນໃນໝູ່ບ້ານ, ເມືອງ ແລະ ແຂງ.
License: CC-BY-ND-4.0
ເຂດທີ່ຢູ່ອາໄສຂອງກຸ່ມທີ່ໃຊ້ໝວດພາສາ: ລາວ-ໄຕ
ບັນດາຊຸດຂໍ້ມູນນີ້ແມ່ນຈະບອກເຖິງ ສະຖານທີ່, ທີ່ຕັ້ງຂອງ ກຸ່ມຊົນເຜົ່າທີ່ໃຊ້ໝວດພາສາ ລາວ-ໄຕ ເຊິ່ງແມ່ນໜຶ່ງໃນບັນດາ 4 ໝວດພາສາຂອງຊົນເຜົ່າໃນ ສ ປ ປ ລາວ ອີງຕາມສັດສ່ວນຂອງປະຊາຊົນໃນໝູ່ບ້ານ, ເມືອງ ແລະ ແຂວງ.
License: CC-BY-ND-4.0
ເຂດທີ່ຢູ່ອາໄສຂອງກຸ່ມທີ່ໃຊ້ໝວດພາສາ: ມອນ-ຂະແມ
ບັນດາຊຸດຂໍ້ມູນນີ້ແມ່ນຈະບອກເຖິງ ສະຖານທີ່, ທີ່ຕັ້ງຂອງ ກຸ່ມຊົນເຜົ່າທີ່ໃຊ້ໝວດພາສາ ມອນ-ຂະແມ ເຊິ່ງແມ່ນໜຶ່ງໃນບັນດາ 4 ໝວດພາສາຂອງຊົນເຜົ່າໃນ ສ ປ ປ ລາວ ອີງຕາມສັດສ່ວນຂອງປະຊາຊົນໃນໝູ່ບ້ານ, ເມືອງ ແລະ ແຂວງ.
License: CC-BY-ND-4.0
ເຂດພູມນິເວດນ້ຳຈືດ
ໂດຍສະເລ່ຍໃນທົ່ວໂລກ ສາຍພັນສິ່ງທີ່ມີຊີວິດໃນນ້ຳຈືດ ແລະ ແຫຼ່ງທີ່ຢູ່ອາໄສ ມີຄວາມສ່ຽງຕໍ່ການສູນພັນສູງກວ່າບັນດາສາຍພັນເທິງໜ້າດິນ. ແຕ່ວ່າ ຄວາມພະຍາຍາມໃນການວາງແຜນການອະນຸລັກຂະໜາດໃຫຍ່ ບໍ່ຄ່ອຍເອົາໃຈໃສ່ໃນການອະນຸລັກຊີວະນາໆພັນນ້ຳຈືດ. ຄວາມຖືເບົາດັ່ງກ່າວສ່ວນໜຶ່ງແມ່ນເນື່ອງມາຈາກຄວາມຈິງທີ່ວ່າ ຖ້າທຽບກັບສາຍພັນເທິງໜ້າດິນທີ່ມີການຄົ້ນຄວ້າຫຼາຍກວ່າແລ້ວ, ການຮວບຮວມ ແລະ ຄວາມສົມບູນຂອງຂໍ້ມູນ ກ່ຽວກັບການແຈກຢາຍຂອງສາຍພັນນ້ຳຈືດ ຍັງມີຄວາມຂາດແຄນຫຼາຍ. ຂໍ້ມູນລະດັບສາຍພັນທີ່ມີໃນທົ່ວໂລກ ຄອບຄຸມພຽງແຕ່ລ້ອງແມ່ນ້ຳຂະໜາດໃຫຍ່ ຫຼື ເຂດຈຸດສຸມສະເພາະ, ແທນທີ່ຈະເປັນແຫຼ່ງນ້ຳຈືດທັງໝົດ. ນອກຈາກນີ້, ຂໍ້ມູນທີ່ຮວບຮວມເຫຼົ່ານີ້ກໍຍັງບໍ່ມີການອະທິບາຍຮູບແບບທາງດ້ານຊີວະ-ພູມິສາດ.
ອຸດທະຍານແຫ່ງຊາດ Lower Oder Valley, Brandenburg, ເຢຍລະມັນ. (c) WWF-Canon / Chris Martin
Freshwater Ecoregions of the World (FEOW) ແມ່ນໂຄງການການຮ່ວມມື ເພື່ອການກຳນົດເຂດຊີວະພູມິສາດຊີວະນາໆພັນນ້ຳຈືດຂອງໂລກຄັ້ງທຳອິດ ແລະ ທຳການຮວບຮວມຂໍ້ມູນກ່ຽວກັບຊີວະນາໆພັນ ແລະ ໄພຄຸກຄາມສຳລັບເຂດພູມນິເວດນ້ຳຈືດດັ່ງກ່າວ. ພວກເຮົາກຳນົດເຂດພູມນິເວດນ້ຳຈືດຈາກພື້ນທີ່ໃຫຍ່ເຊິ່ງກວມເອົາໜຶ່ງ ຫຼື ຫຼາຍລະບົບນິເວດນ້ຳຈືດ ເຊິ່ງເປັນທີ່ຢູ່ອາໄສຂອງກຸ່ມກ້ອນຊຸມຊົນ ແລະ ສາຍພັນນ້ຳຈືດທຳມະຊາດສະເພາະ. ສາຍພັນນ້ຳຈືດ, ການປ່ຽນແປງ ແລະ ສະພາບແວດລ້ອມ ພາຍໃນເຂດພູມນິເວດດຽວກັນແມ່ນມີລັກສະນະທີ່ຄ້າຍຄືກັນຫຼາຍກວ່າ ທຽບກັບເຂດພູມນິເວດທີ່ຢູ່ອ້ອມຂ້າງ ແລະ ລວມເຂົ້າກັນເປັນໜຶ່ງຫົວໜ່ວຍການອະນຸລັກ.
ແຜນທີ່ເຂດພູນິເວດມີໜ້າທີ່ເປັນຕົວປະກອບໜຶ່ງໃນຊຸດແຜນທີ່ເຂດພູມນິເວດເທິງໜ້າດິນ ແລະ ທາງທະເລ ເຊິ່ງແຕກຕ່າງຊຸດແຜນທີ່ດັ່ງກ່າວຢູ່ບ່ອນວ່າ ສາຍພັນນ້ຳຈືດ (ສ່ວນໃຫຍ່ແມ່ນສາຍພັນປາ) ແລະ ຂະບວນວິວັດທາງນ້ຳຈືດ ເປັນຕົວຂັບເຂື່ອນການກຳນົດຂອບເຂດແຜນທີ່ນີ້. ລາຍລະອຽດວິທີການໃນການກຳນົດຂອບເຂດແຜນທີ່ນີ້ສາມາດເບິ່ງໄດ້ທີ່ Abell et al. (2008).
ອ່າງໂຕ່ງທຳມະຊາດ (ລະດັບ 3)
ຂໍ້ມູນອ່າງໂຕ່ງທຳມະຊາດ ແມ່ນຊັ້ນຂໍ້ມູນອຸທຸກະສາດສຳລັບສະແດງແຫຼ່ງທີ່ມາຂອງຂອບເຂດແຫຼ່ງນ້ຳ ສຳລັບພື້ນທີ່ໃດໜຶ່ງ ໂດຍອີງໃສ່ແບບຈຳລອງລະດັບຄວາມສູງ SRTM ຂອງພື້ນທີ່ໃກ້ຄຽງ ທີ່ມີຄວາມລະອຽດສູງ.
ແຫຼ່ງນ້ຳແມ່ນກຳນົດຂອບເຂດຈາກ ລັກສະນະທີ່ສອດຄ່ອງຕາມມາດຕາສ່ວນທີ່ຕ່າງກັນ ແລະ ການຈັດແບ່ງອ່າງໂຕ່ງທຳມະຊາດຕາມລຳລັບຂັ້ນ ແມ່ນສ້າງມາຈາກຫຼັກພູມສັນຖານຂອງລະບົບເລກລະຫັດ Pfafstetter (Verdin & Verdin 1999). ຊັ້ນ polygon ທີ່ໄດ້ຮັບແມ່ນໃຊ້ກຳນົດພື້ນທີ່ອ່າງໂຕ່ງທຳມະຊາດ (HydroBASINS ) ແລະ ສະແດງກຸ່ມຂໍ້ມູນຍ່ອຍຂອງຖານຂໍ້ມູນ HydroSHEDS.
ອ່າງໂຕ່ງທຳມະຊາດມີ 12 ລະດັບ. ອ່າງໂຕ່ງລະດັບ 3 ສະແດງລະບົບແມ້ນ້ຳລຳເຊສາຍຫຼັກ ນັບແຕ່ຕົ້ນນ້ຳຫາຊາຍຝັ່ງ.
ເສັ້ນທາງເສດຖະກິດຂອງລາວ
ເສັ້ນທາງຂ້າມຊາຍແດນ ໃຊ້ກຳນົດເສັ້ນທາງການຂົນສົ່ງສິນຄ້າ ສຳລັບພາກພື້ນລຸ່ມແມ່ນ້ຳຂອງ (ເສັ້ນທາງປະຈຸບັນ, ຕາມແຜນ ແລະ ທ່າແຮງ).
ໂຄງການເຂື່ອນໄຟຟ້ານ້ຳຕົກໃນລາວ (2014)
ຊຸດຂໍ້ມູນນີ້ລວມມີເຂື່ອນໄຟຟ້ານ້ຳຕົກທີ່ດຳເນີນການ ແລະ ມີແຜນສ້າງໃນພາກພື້ນລຸ່ມແມ່ນ້ຳຂອງສຳລັບປະເທດລາວ, ເຊິ່ງປະມວນໂດຍ International Rivers ແລະ ເຜີຍແຜ່ໃນປີ 2014. ຂໍ້ມູນເຂື່ອນແມ່ນມາຈາກຫຼາຍພາກສ່ວນ ເຊັ່ນ: Global Reservoir and Dam (GRanD) Database, Consultative Group on International Agricultural Research (CGIAR) Challenge Program on Water and Food - Mekong (ສຳລັບເຂື່ອບໃນລ້ອງແມ່ນ້ຳຂອງໂດຍສະເພາະ), the United States National Inventory of Dams (NID), ລານການທະບຽນເຂື່ອນອື່ນໆຂອງລັດຖະບານ, ແລະ ການເກັບກຳຂໍ້ມູນເບື້ອງຕົ້ນໂດຍ International Rivers.
ພື້ນທີ່ສະຫງວນ ແລະ ພື້ນທີ່ມໍລະດົກໂລກຂອງລາວ
ຖານຂໍ້ມູນໂລກວ່າດ້ວຍພື້ນທີ່ສະຫງວນ (WDPA) ແມ່ນຊຸດຂໍ້ມູນແຜນທີ່ໂລກທີ່ສົມບູນທີ່ສຸດ ກ່ຽວກັບພື້ນທີ່ສະຫງວນທາງທະເລ ແລະ ເທິງໜ້າດິນທີ່ມີຢູ່. ພື້ນທີ່ສະຫງວນ ແມ່ນເປັນທີ່ຮັບຮູ້ໃນລະດັບສາກົນ ເພື່ອຈຸດປະສົງໃນການອະນຸລັດແນວພັນສີ່ງທີ່ມີຊີວິດ ແລະ ລະບົບນິເວດ. ຂໍ້ມູນກ່ຽວກັບພື້ນທີ່ສະຫງວນທີ່ທັນກັບສະພາບການ ແມ່ນສິ່ງຈຳເປັນເພື່ອການອະນຸລັກ ແລະ ກິດຈະກຳການພັດທະນາຕ່າງໆໃນວົງກວ້າງ. ນັບແຕ່ປີ 1981 ເປັນຕົ້ນມາ, ອົງການ UNEP-WCMC, ໂດຍຜ່ານໂຄງການພື້ນທີ່ສະຫງວນ, ໄດ້ຈັດທຳຊຸດຂໍ້ມູນນີ້ຂຶ້ນ ແລະ ເຜີຍແຜ່ໃນທົ່ວໂລກ. WDPA ແມ່ນໂຄງການຮ່ວມຂອງ UNEP ແລະ IUCN, ຊຶ່ງປະຕິບັດໂດຍ UNEP-WCMC ແລະ ຄະນະກຳມາທິການ IUCN ໂລກກ່ຽວກັບພື້ນທີ່ສະຫງວນ ຮ່ວມກັບລັດຖະບານຂອງແຕ່ລະປະເທດ ແລະ ອົງການ NGOs ທີ່ກ່ຽວຂ້ອງ.
ສະຖານທີ່ທ່ອງທ່ຽວທີ່ສຳຄັນ
ສະແດງທີ່ຕັ້ງສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງລາວ. ລານການ Attributes ຂອງຂໍ້ມູນລວມມີ: site name, country, type of asset UNSECO WHS.
ພື້ນທີ່ຕົວເມືອງໃຫຍ່
ຊຸດຂໍ້ມູນນີ້ ແມ່ນໄດ້ມາຈາກແຜນທີ່ພື້ນທີ່ຕົວເມືອງຂອງໂລກ ແລະ ສະແດງພື້ນທີ່ຕົວເມືອງໃຫຍ່ (ເປັນ polygons), ເຊິ່ງມີປະຊາກອນຫຼາຍກວ່າ 10,000 ຄົນ ສຳລັບປະເທດລາວ.
ທາງລົດໄຟ
ເປັນຂໍ້ມູນແບບເສັ້ນ (vector line) ເຊິ່ງສະແດງເສັ້ນທາງລົດໄຟປະຈຸບັນ, ກຳລັງກໍ່ສ້າງ ແລະ ມີແຜນສ້າງ ໃນລາວ.
ອ່າງໂຕ່ງ
ຊັ້ນ layer ແຜນທີ່ແບບຈຸດ (point) (GRanD_Reservoirs_v1_1) ສະແດງ ທີ່ຕັ້ງແລະ ລາຍລະອຽດຂໍ້ມູນກ່ຽວກັບອ່າງເຂື່ອນທີ່ມີໃນຖານຂໍ້ມູນ GRanD database, version 1.1. ສຳລັບລາຍລະອຽດ ກະລຸນາເບິ່ງເອກະສານວິຊາການທີ່ກ່ຽວຂ້ອງ.
ຖານຂໍ້ມູນ Global Reservoir and Dam (GRanD) ລວມເອົາຂໍ້ມູນບັນດາເຂື່ອນທີ່ໃຫຍ່ທີ່ສຸດໃນໂລກ ແລະ ອ່າງໂຕ່ງທີ່ກ່ຽວຂ້ອງ. ຖານຂໍ້ມູນດັ່ງກ່າວລວມມີ ສອງ shapefiles: ຊັ້ນ layer ຈຸດ (point)(ເຂື່ອນ) ແລະ ຊັ້ນ layer ຮູບຮ່າງ (polygon) (ອ່າງໂຕ່ງ). ສຳລັບລາຍລະອຽດ ກະລຸນາເບິ່ງເອກະສານວິຊາການທີ່ມາກັບຂໍ້ມູນ.
ແມ່ນ້ຳ
ລະບົບແມ່ນ້ຳລຳເຊໃນພາກພື້ນລຸ່ມແມ່ນ້ຳຂອງ. ລາຍການ Attributes ລວມມີ: ຊື່ແມ່ນ້ຳ (name of river), ຊື່ອ່າງໂຕ່ງ (name of basin), ຊື່ອ່າງໂຕ່ງຍ່ອຍ (name of sub-basin), Strahler number.
ເຂດເສະຖະກິດພິເສດ ແລະ ເຂດເສດຖະກິດພິເສດລະຫວ່າງຊາຍແດນ
ເຂດເສະຖະກິດພິເສດ (SEZ) ແລະ ເຂດເສດຖະກິດພິເສດລະຫວ່າງຊາຍແດນ (CBEZ) ລວມມີລາຍກາຍ attributes (name, type, country and code).
ເຂດພູມນິເວດໜ້າດິນ
ເຂດພູມນິເວດໜ້າດິນຂອງໂລກ (TEOW) ແມ່ນການກຳນົດຂອບເຂດທາງຊີວະພູມີສາດ ຂອງຊີວະນາໆພັນເທິງໜ້າດິນຂອງໂລກ. ຫົວໜ່ວຍວັດແທກທາງຊີວະພູມີສາດ ແມ່ນເຂດພູມນິເວດ, ເຊິ່ງກຳນົດຈາກ ຫົວໜ່ວຍເທິງໜ້າດິນ ຫຼື ທາງນ້ຳຂະໜາດໃຫຍ່ ເຊິ່ງເປັນທີ່ຢູ່ອາໄສຂອງກຸ່ມກ້ອນຊຸມຊົນທຳມະຊາດສະເພາະ ເຊິ່ງກວມເອົາສ່ວນໃຫຍ່ຂອງບັນດາສາຍພັນ, ການປ່ຽນແປງ ແລະ ສະພາບແວດລ້ອມ. ເຂດພູມນິເວດໜ້າດິນມີທັງໝົດ 867 ເຂດ, ເຊິ່ງແບ່ງເປັນ 14 ລະບົບຊີວະນິເວດທີ່ແຕກຕ່າງກັນ ເຊັ່ນ ປ່າ, ທົ່ງຫຍ້າ, ຫຼື ທະເລຊາຍ. ເຂດພູມນິເວດ ສະແດງການແຈກຢາຍເດີມຂອງກຸ່ມກ້ອນຂອງສາຍພັນ ແລະ ຊຸມຊົນສະເພາະ. ຊຸດຂໍ້ມູນ TEOW ນີ້ມີຈຸດປະສົງນຳໃຊ້ຫຼາຍຢ່າງ ເພື່ອການອະນຸລັກຊີວະນາໆພັນໃນທົ່ວໂລກ.
ການແຈ້ງເຕືອນການສູນເສຍຕົ້ນໄມ້ປົກຄຸມ (FORMA): ເຂດພື້ນທີ່ຮ້ອນຊຸ່ມ
ຊຸດຂໍ້ມູນນີ້ແມ່ນມາຈາກອົງການ Global Forest Watch ແລະ ຂໍ້ມູນການແຈ້ງເຕືອນທາງດາວທຽມຂອງການສູນເສຍປ່າໄມ້ປົກຄຸມ (ເຂດຮ້ອນຊຸ່ມ) ສະເພາະ ສ ປ ປ ລາວ ເຊິ່ງການແຈ້ງເຕືອນນີ້ເອີ້ນວ່າການແຈ້ງເຕືອນ FORMA (Forest Monitoring Action) ແລະ ປະກອບມີຂໍ້ມູນທີ່ແຕກຕ່າງກັນໃນໄລຍະປີ 2006 ຫາປີ 2015.
License: CC-BY-NC-4.0