News
ຂະແໜງເອກະຊົນຮຽກຮ້ອງໃຫ້ມີການປາບປາມຜູ້ປະກອບການທີ່ປະຕິບັດບໍ່ຖືກຕາມລະບຽບກົດໝາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງເອກະຊົນທີ່ຊອບດ້ວຍກົດໝາຍ ຮຽກຮ້ອງໃຫ້ລັດຖະບານຮັບຜິດຊອບໃນການສ້າງສະພາບແວດລ້ອມທີ່ສະດວກຕໍ່ການດຳເນີນທຸລະກິດ ດ້ວຍການຈັດການກັບການຄ້າຂາຍທີ່ບໍ່ໂປ່ງໃສ, ທຸລະກິດທີ່ບໍ່ເປັນທາງການ, ແລະ ບໍລິສັດທີ່ດຳເນີນການໂດຍບໍ່ມີໃບອະນຸຍາດ.ສະມາຊິກສະມາຄົມທຸລະກິດຕາງໜ້າບໍລິສັດ ແລະ ຜູ້ປະກອບການຕ່າງໆໄດ້ກ່າວຄຳຮຽກຮ້ອງໃນກອງປະຊຸມປຶກສາຫາລືຂະແໜງການລັດ ແລະ ເອກະຊົນ ທີ່ນະຄອນຫຼວງວຽງຈັນ ຫວ່າງໝໍ່ໆມານີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-business-sector-seeking-crackdown-illegal-operators-103706
ແຜນພັດທະນາການເປັນຜູ້ນຳເພື່ອສົ່ງເສີມຄວາມສຳເລັດທາງທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາການເປັນຜູ້ນຳທາງທຸລະກິດ ແມ່ນໜຶ່ງໃນແຜນບູລິມະສິດ ເພື່ອຈຸດປະສົງໃນການສ້າງການດຳເນີນທຸລະກິດໃນລາວໃຫ້ເຂັ້ມແຂງ, ປະສົບຜົນສຳເລັດ ແລະ ມີຄວາມຍືນຍົງຍິ່ງຂຶ້ນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ.ເຈົ້າໜ້າທີ່ບໍລິຫາຈາກພາກສ່ວນລັດຖະບານ, ວິສາຫະກິດ ແລະ ຂະແໜງເອກະຊົນ ເຂົ້າຮ່ວມກອງປະຊຸມສຳມະນາມື້ວານນີ້ ທີ່ວຽງຈັນ ເພື່ອຮຽນຮູ້ກ່ຽວກັບການເປັນຜູ້ນຳທາງທຸລະກິດ ແລະ ວິທີການໃນການພັດທະນາແຜນເພື່ອການເປັນຜູ້ນຳດັ່ງກ່າວ.ອ່ານຕໍ່ ...
ການຄວບຄຸມລາຄາສິນຄ້າໃນລາວຍັງຄົງມີຄວາມຫຍຸ້ງຍາກ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການຄວບຄຸມລາຄາສິນຄ້າໃນລາວ ເນື່ອງຈາກສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໄທ, ຕາມບົດລາຍງານຂອງກະຊວງ.ກະຊວງການຄ້າໄດ້ເຜີຍແຜ່ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ສິນຄ້ານຳເຂົ້າ ໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນວຽງຈັນໃນອາທິດແລ້ວນີ້, ເຊິ່ງຢືນຢັນວ່າການປ່ຽນແປງຂອງລາຄາສິນຄ້າຢູ່ໄທໄດ້ສົ່ງຜົນກະທົບຜົນຢ່າງໃຫຍ່ຫຼວງຕໍ່ລາຄາສິນຄ້າໃນລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ກະຊວງການຄ້າຈະລົງກວດກາຫົວໜ່ວຍທຸລະກິດຕ່າງປະເທດທີ່ບໍ່ມີເອກະສານ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າກຳລັງດຳເນີນການແກ້ໄຂບັນຫາທີ່ບໍລິສັດຕ່າງປະເທດຈຳນວນໜຶ່ງດຳເນີນກິດຈະການໃນລາວ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ໄດ້ລົງນາມຮັບຮອງເອົາຄຳສັ່ງແນະນຳຂອງລັດຖະມົນຕີ ລົງວັນທີ 12 ມິຖຸນາ, ສະເໜີໃຫ້ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງດຳເນີນການໃນເລື່ອງດັ່ງກ່າວໃນເດືອນີ້.ຄຳສັ່ງແນະນຳດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນເວັບໄຊຈົດໝາຍເຫດທາງລັດຖະການໃນວັນທີ 18 ມິຖຸນາ ມອບໝາຍພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງແຕ່ງຕັ້ງເຈົ້າໜ້າທີ່ ເພື່ອລົງກວດກາຫົວໜ່ວຍທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັັນການປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-addressing-undocumented-foreign-businesses-98857
ຂະແໜງເອກະຊົນຂອງລາວຫວັງວ່າຈະສາມາດດຳເນີນທຸລະກິດໄດ້ສະດວກຂຶ້ນຜ່ານມາດຕະຖານການປະເມີນຜົນສາກົນ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງເອກະຊົນໃນລາວຫວັງວ່າ ຂະແໜງການລັດຈະເຮັດໃຫ້ວຽກງານການຄ້າ ແລະ ການລົງທຶນສະດວກຍິ່ງຂຶ້ນຈາກການນຳໃຊ້ມາດຕະຖານການປະເມີນຜົນສາກົນ.ບັນດາມາດຕະຖານດັ່ງກ່າວນີ້ຈະຖືກນຳໃຊ້ໃນການປະເມີນປະສິດທິພາບຂອງການບໍລິການຂອງຂະແໜງການລັດ ແລະ ສະແດງໃຫ້ເຫັນຈຸດອ່ອນໃນການດຳເນີນງານ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-private-sector-hopes-easier-business-operation-through-int%E2%80%99l-evaluation-97555
ການຄຸ້ມຄອງທາງການເງິນພາກລັດເປັນຊ່ອງທາງໃນການສ້າງຜົນຕອບແທນສູງສຸດຈາກການລົງທຶນໃນລາວໃນອະນາຄົດ: ທະນາຄານໂລກ
ພາຍໃຕ້ການຂະຫຍາຍຕົວຂອງປະຊາກອນ ແລະ ການພັດທະນາ ແລະ ຫັນເປັນຕົວເມືອງທາງດ້ານເສດຖະກິດ-ສັງຄົມທີ່ວ່ອງໄວ ເຊິ່ງຮຽກຮ້ອງໃຫ້ມີການລົງທຶນທາງດ້ານຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ, ຄວາມຮຽກຮ້ອງຕ້ອງທາງການເງິນພາກລັດແມ່ນມີສູງກວ່າທີ່ຜ່ານມາ.ຄວາມຕ້ອງການເຫຼົ່ານີ້ແມ່ນແຜ່ຫຼາຍຢູ່ໃນທຸກຂະແໜງການຂອງຊາດ ຄຽງຄູ່ກັບສິ່ງທ້າທາຍສະເພາະຂອງປະເທດກໍຄືລູກລະເບີດທີ່ຍັງບໍ່ທັນແຕກ (ລບຕ).ອ່ານຕໍ່ ...
The Laotian Times
ຍີ່ປຸ່ນສົ່ງເສີມການຫາລືກ່ຽວກັບອາກອນມູນຄ່າເພີ່ມສຳລັບເຈົ້າໜ້າທີ່ການເງິນ
(ຂປລ) ກົມສ່ວຍສາອາກອນກະຊວງການເງິນ ແລະ ຍີ່ປຸ່ນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບອາກອນມູນຄ່າເພີ່ມ (VAT) ຄັ້ງທີ 5 ຂຶ້ນໃນວັນທີ 7 ມັງກອນນີ້ ເພື່ອສົ່ງເສີມການຫາລືກ່ຽວກັບ (VAT) ໃນຖັນແຖວພະນັກງານ.ກອງປະຊຸມສຳມະນາດັ່ງກ່າວຈັດຂຶ້ນເພື່ອລົງເລິກຄວາມເຂົ້າໃຈຂອງພະນັກງານກ່ຽວກັບການຄຸ້ມຄອງອາກອນ ເພື່ອການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ໂດຍສະເພາະແມ່ນແນໃສ່ຂະບວນການມອບຄືນ VAT ໂດຍອີງໃສ່ກົດໝາຍວ່າດ້ວຍ VAT ເຊິ່ງໄດ້ມີການຮັບຮອງຢ່າງເປັນທາງການໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນປີ 2018.ອ່ານຕໍ່ ...
ຂປລ
ນາຍົກໃຫ້ຄຳໝັ້ນໃນການເພີ່ມທະວີການປັບປຸງສະພາບແວດລ້ອມການເຮັດທຸລະກິດ ເນື່ອງຈາກປະເທດລາວຖືກຫຼຸດອັນດັບ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດ (ສພຊ) ວ່າ ລັດຖະບານຈະເພີ່ມທະວີຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຫຼັງຈາກທີ່ປະເທດລາວຖືກຫຼຸດອັນດັບລົງ 13 ລະດັບກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດຖະບານຄາດການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຫຼຸດລົງ
(ຂປລ) ລັດຖະບານຄາດຄະເນການຂະຫຍາຍຕົວຂອງຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການຈະຕ່ຳກວ່າລະດັບຄາດໝາຍ ຕາມຄຳເຫັນຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ.ການຜະລິດໃນຂະແໜງກະສິກຳ ແລະ ປ່າໄມ້ໃນປີນີ້ຄາດວ່າຈະຢູ່ທີ່ 2.5%, ຕ່ຳກວ່າຄາດໝາຍທີ່ວາງໄວ້ທີ່ 2.8%.ອ່ານຕໍ່ ...
ຂປລ
ທະນາຄານໂລກສະໜັບສະໜູນການສົ່ງເສີມການຂະຫຍາຍທຸລະກິດແບບຍືນຍົງ
ທະນາຄານໂລກໄດ້ອະນຸມັດທຶນຈຳນວນ 13 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການປະຕິຮູບສະພາບແວດລ້ອມໃນການດຳເນີນທຸລະກິດໃນລາວ ແລະ ເພື່ອຫຼຸດຜ່ອນຈຳນວນວັນທີ່ໃຊ້ໃນການຈົດທະບຽນທຸລະກິດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌