News
ນາຍົກຮຽກຮ້ອງການນຳໃນການກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງຕໍ່ບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງຕ່າງໆ ໃນການຈັດຕັ້ງປະຕິບັດແປດມາດຕະການເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ. ມາດຕະການດັ່ງກ່າວແມ່ນສ້າງຂຶ້ນເພື່ອສົ່ງເສີມການພັດທະນາເສດຖະກິດສັງຄົມໃນໄລຍະທີ່ຍັງເຫຼືອຂອງປີນີ້ ແລະ ປີ 2019 ພາຍໃຕ້ຄວາມເຄັ່ງຕຶງທາງດ້ານງົບປະມານ.ອ່ານຕໍ່ ...
ສົມສັກ ພົງຂາວ
ຄະນະລັດຖະມົນຕີຖືໂອກາດສັ່ງດຳເນີນການກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ
ຄະນະລັດຖະມົນຕີແຫ່ງຊາດໄດ້ສັ່ງໃຫ້ກະຊວງ ແລະ ຂະແໜງການຕ່າງໆດຳເນີນການທັນທີໃນການຈັດຕັ້ງປະຕິບັດມາດຕະການ ຕາມທີ່ໄດ້ສະໜີຕໍ່ສະພາແຫ່ງຊາດໃນຕົ້ນເດືອນນີ້ ເພື່ອກະຕຸ້ນເສດຖະກິດ. ອີງຕາມແປດມາດຕະການຕົ້ນຕໍ, ລັດຖະບານຈະສືບຕໍ່ສູ້ຊົນປັນປຸງສະພາບແວດລ້ອມການເຮັດທຸລະກິດທີ່ສະດວກ, ຄວບຄຸມອັດຕາເງິນເເຟີ້ ແລະ ປັບປຸງນະໂຍບາຍເງິນຕາເພື່ອດຶງດູດການລົງທຶນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ທະນາຄານໂລກ, ເສດຖະກິດລາວເຕີບຕົວຢ່າງເຂັ້ມແຂງ, ແຕ່ຍັງມີຄວາມສ່ຽງຍ້ອນໜີ້ສິນອັນມະຫາສານຂອງລັດ
ອັດຕາການເຕີບຕົວດ້ານເສດຖະກິດຂອງລາວມີການຂະຫຍາຍຕົວຢ່າງເຂັ້ມແຂງ ທຽບກັບບັນດາປະເທດໃນພາກພື້ນ, ແຕ່ວ່າປະເທດລາວຍັງຄົງມີຄວາມສ່ຽງຍ້ອນໜີ້ສິນຂອງລັດທີ່ສູງ, ຕາມການເພີ່ມຂຶ້ນຂອງສ່ວນແບ່ງໜີ້ສິນເຊິ່ງບໍ່ຢູ່ພາຍໃຕ້ເງື່ອນໄຂການສຳປະທານ, ຕາມບົດລາຍງານການຕິດຕາມສະພາບເສດຖະກິດລາວຂອງທະນາຄານໂລກ ສະບັບຫຼັງສຸດ . ໃນປີນີ້ ການເຕີບຕົວທາງດ້ານເສດຖະກິດຂອງລາວຄາດຄະເນຢູ່ໃນລະດັບ 6.7 ເປີເຊັນ ຂະນະທີ່ໜີ້ສິນຂອງລັດແມ່ນຕົກຢູ່ປະມານ 61 ເປີເຊັນຂອງ GDP ໃນທ້າຍປີ 2017.ອ່ານຕໍ່ ...
ວຽງຈັນທາມສ໌
ຜູ້ນຳ ACMECS ຈະທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ
ຜູ້ນຳປະເທດສະມາຊິກຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ຂອງ, ເອຍະວະດີ, ເຈົ້າພະຍາ (ACMECS) ຈະພົບປະກັນໃນກອງປະຊຸມສຸດຍອດຄັ້ງທີ 8 ຢູ່ບາງກອກ ປະເທດໄທ ໃນວັນທີ 15-16 ມີຖຸນານີ້ ເພື່ອທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ ບັນດາຜູ້ນຳຍັງຈະປະຊຸມໃນກອງປະຊຸມສຸດຍອດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ຄັ້ງທີ 9. ຄະນະຜູ້ແທນຈາກລາວທີ່ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີອ່ານຕໍ່ ...
ວຽງຈັນທາມສ໌
ລັດປັບປຸງມາດຕະການກະຕຸ້ນການເຕີບຕົວທາງດ້ານເສດຖະກິດ
ລັດຖະບານໄດ້ຮັບຮອງເອົາມາດຕະການເພື່ອກະຕຸ້ນການເຕີບຕົວທາງດ້ານເສດຖະກິດ ທັງດຳເນີນບາດກ້າວເພື່ອຈຳກັດເງິນເຟີ້ ເຊິ່ງອາດເກີດຄວາມຫຍຸ້ງຍາກ ຖ້າຄ່າເງິນດີດຕົວຂຶ້ນສູງ.ອ່ານຕໍ່ ...
ສົມສັກ ພົງຂາວ
ປ້ຳນ້ຳມັນທີ່ບໍ່ເປັນລະບຽບມີເວລາໜຶ່ງປີໃນການຍ້າຍອອກ
ເຈົ້າໜ້າທີ່ລະດັບສູງໄດ້ໃຫ້ຮູ້ວ່າ ປ້ຳນ້ຳມັນທີ່ເປີດກິດຈະການໃກ້ກັບສິ່ງອຳນວຍຄວາມສະດວກ ຫຼື ຕັ້ງຢູ່ໃກ້ພື້ນທີ່ຢູ່ອາໄສເກີນຄວນ ຕ້ອງຍ້າຍອອກພາຍໃນກຳນົດ 1 ປີນັບແຕ່ມື້ນີ້ເປັນຕົ້ນໄປ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກມະຕິໃນຊ່ວງຕົ້ນເດືອນນີ້ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 133 ເພື່ອຈັດລະບຽບທຸລະກິດນ້ຳມັນ ລວມທັງປ້ຳນ້ຳມັນຕ່າງໆ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ຊຸກຍູ້ໃຫ້ລັດຖະບານລາວເລັ່ງຫັນລັດວິສາຫະກິດເປັນເອກະຊົນ
ນັກເສດຖະສາດລາວຊຸກຍູ້ລັດຖະບານໃຫ້ເລັ່ງມືຂະບວນການຫັນລັດວິສາຫະກິດໃຫ້ເປັນເອກະຊົນ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການປັບປຸງສະຖານະພາບທາງການເງິນ.ນັກເສດຖະສາດທີ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ຄຳແນະນຳດັ່ງກ່າວຈາກການຄົ້ນຄວ້າເສດຖະກິດໃນເດືອນມິນາ ແນໃສ່ຊ່ວຍຫຼຸດຜ່ອນເງິນອຸດໜູນຈາກພາກລັດ.ອ່ານຕໍ່ ...
ເດີເນເຊິນ
