News

ໂຄງການທາງດ່ວນ ວຽງຈັນ-ຮາໂນຍຢູ່ໃນຊ່ວງສຶກສາຄວາມເປັນໄປໄດ້

ລັດຖະບານລາວ ແລະ ຫວຽດນາມກໍາລັງພິຈາລະນາຄວາມເປັນໄປໄດ້ໃນການສ້າງທາງດ່ວນເຊື່ອມຕໍ່ະລະຫວ່າງນະຄອນຫຼວງວຽງຈັນຫາຮ່າໂນ້ຍ, ໂດຍການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ. ເສັ້ນທາງທຳອິດຈະແລ່ນຜ່ານວຽງຈັນ-ປາກຊັນ-ວຽງທອງ-Thanh Thuy-Hanoi ໃນໄລຍະທາງ 725 ກິໂລແມັດ, ໃນນັ້ນ 355 ກິໂລແມັດຢູ່ໃນລາວ. ຄ່າໃຊ້ຈ່າຍທີ່ຄາດຄະເນໄວ້ແມ່ນ 5.23 ຕື້ໂດລາສະຫະລັດ.ເສັ້ນທາງທີ່ສອງຈະປະຕິບັດຕາມເສັ້ນທາງຜ່ານວຽງຈັນ-ນາແພງ-ໄຊສົມບູນ-ຊຽງຂວາງ-ທ່າລາວ (ແຂວງຫົວພັນ)-ຮ່າໂນ້ຍ, ໃນໄລຍະທາງ 730 ກິໂລແມັດ, ໃນນັ້ນ 485 ກິໂລແມັດຢູ່ໃນລາວ. ຄາດຄະເນມູນຄ່າຂອງເສັ້ນທາງນີ້ຈະປະມານ 9.27 ຕື້ໂດລາສະຫະລັດ.ອ່ານເພິ່ມເຕີມ   ...

ປ້ອມພົງ ລາວອິນ

ນະຄອນຫຼວງວຽງຈັນເຊັນສັນຍາປິດໂຄງການປ້ອງກັນນໍ້າຖ້ວມ ແລະ ສວນສາທາລະນະ

ໂຄງການປ້ອງກັນນໍ້າຖ້ວມຕາມລໍາແມ່ນໍ້າຂອງໃນນະຄອນຫຼວງວຽງຈັນ ໄລຍະທີສອງ ແມ່ນຈະເລີ່ມຂຶ້ນໃນເດືອນໜ້າ. ການປັກຫຼັກໝາຍເລກດ້ວຍຄວາມຍາວ 8 ກິໂລແມັດ ຈະເລີ່ມຢູ່ເມືອງສີສັດຕະນາກ ແລະ ສືບຕໍ່ເຂົ້າໄປໃນເມືອງຫາດຊາຍຟອງ ແລະ ຈະມີສວນສາທາລະນະທີ່ຈະສ້າງຂຶ້ນໃນໄລຍະສຸດທ້າຍຂອງໂຄງການ. ທ່ານຫົວໜ້າກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງກ່າວຕື່ມວ່າ: ການກໍ່ສ້າງໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກສ.ເກົາຫຼີ ແລະ ລັດຖະບານລາວ, ໃນມູນຄ່າຫຼາຍກວ່າ 67.5 ລ້ານໂດລາສະຫະລັດ, ຈະເລີ່ມຕົ້ນໃນເດືອນຕຸລາ 2021 ແລະ ຈະໃຫ້ສຳເລັດພາຍໃນ 48 ເດືອນ.  ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

ການທົດລອງເສັ້ນທາງລົດໄຟລາວ-ຈີນ ຄັ້ງທຳອິດຄາດວ່າຈະມີຂື້ນໃນເດືອນສິງຫາ

ເສັ້ນທາງລົດໄຟລາວ-ຈີນ ແຫ່ງທຳອິດກຳລັງຢູ່ໃນການກໍ່ສ້າງດ້ວຍຄວາມຍາວ 422.4 ກິໂລແມັດ ແລະ ຄາດວ່າຈະມີການທົດລອງໃນເດືອນສິງຫາ ກ່ອນການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວານີ້ ຕາມການລາຍງານຂອງໂຄງການ.  ເສັ້ນທາງຈະເຊື່ອມຕໍ່ລະຫວ່າງວຽງຈັນ ຫາ ຊາຍແດນຈີນ ໂດຍຜ່ານແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ຜ່ານ 75 ອຸມົງດ້ວຍຄວາມຍາວ 197.83 ກິໂລແມັດ, ລວມມູນຄ່າການກໍ່ສ້າງຈຳນວນ 5.986 ຕືື້ (37.4ຕື້ຢວນ) ຊຶ່ງໄດ້ລິເລິ່ມການກໍສ້າງໃນເດືອນທັນວາ ປີ 2016. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ

ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ

ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19.  ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້.  ...

ລັດສະໝີ ພອນວິໄລ

ເຢຍລະມັນໃຫ້ການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງໃນຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນຕົກລົງໃຫ້ການຊ່ວຍເຫຼືອໃນປັບປຸງການເຂົ້າເຖິງບ້ານໃນຊົນນະບົດໃນທຸກລະດູ, ການສົ່ງເສີມການສ້າງລາຍຮັບ, ການປັບປຸງສະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງຄຳມ່ວນ ແລະ ແຂວງອັດຕະປື.ທຶນສຳລັບສອງໂຄງການພັດທະນາຊົນນະບົດດັ່ງກ່າວ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ບູລະນະຖະໜົນໃນຊົນນະບົດໃນສອງແຂວງດັ່ງກ່າວ ພາຍໃຕ້ໂຄງການພັດທະນາຊົນນະບົດ (RDP) ໄລຍະ 2 ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL).ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/germany-gives-boost-rural-infrastructure-development-105065

ສວນມິດຕະພາບລາວ-ຍີ່ປຸ່ນຈະເປີດໃຫ້ເຂົ້າຊົມໃນເດືອນກັນຍາທີ່ຈະມາເຖິງນີ້

(ຂປລ) ສວນມິດຕະພາບລາວ-ຍີ່ປຸ່ນຄາດວ່າຈະເປີດໃຫ້ມະຫາຊົນເຂົ້ານຳໃຊ້ໃນເດືອນກັນຍາທີ່ຈະມາເຖິງນີ້, ກຳນົດໜຶ່ງເດືອນກ່ອນການມອບຮັບ.ສວນດັ່ງກ່າວແມ່ນຕັ້ງຢູ່ບ້ານທ່ານາ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ສວນແຫ່ງນີ້ຈະຖືເປັນສັນຍະລັກແຫ່ງການຮ່ວມມືລະຫວ່າງລາວ ແລະ ຍີ່ປຸ່ນ.ສວນດັ່ງກ່າວແມ່ນເນັ້ນໃສ່ສິ່ງກໍ່ສ້າງ ແລະ ເຮືອນຕາມແບບສະຖາປັດຕະຍະກຳລາວ ແລະ ຍີ່ປຸ່ນ.ອ່ານຕໍ່  ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47722

ນາຍົກລາວ ແລະ ຫວຽດນາມຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່

ວຽງຈັນ (ວຽງຈັນທາມສ໌/ANN) – ໃນລະຫວ່າງການໂອ້ລົມທີ່ປະເທດຫວຽດນາມໃນວັນເສົາຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຫງວຽນ ຊວນ ພຸກ ນາຍົກຫວຽດນາມໄດ້ສົນທະນາກ່ຽວກັບຜົນສຳເລັດຂອງໂຄງການຮ່ວມມື, ໂດຍສະເພາະແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່.ນາຍົກລາວໄດ້ແວ່ພັກທີ່ນະຄອນຮ່າໂນ້ຍ ໃນຂະນະເດີນທາງກັບຈາກກອງປະຊຸມ Future of Asia ທີ່ປະເທດຍີ່ປຸ່ນ, ຕາມການລາຍງານຂອງສື່ມວນຊົນລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-vietnamese-pms-push-mega-infrastructure-projects-97916

KOICA ສືບຕໍ່ສະໜັບສະໜູນໂຄງການແຕ້ມແຜນທີ່ແຂວງສະຫວັນນະເຂດ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ເລີ່ມໂຄງການການສ້າງຕັ້ງໂຄງລ່າງຂໍ້ມູນດ້ານທີ່ຕັ້ງ ແລະ ການສ້າງຄວາມສາມາດເພື່ອພັດທະນາເຂດເສດຖະກິດພິເສດຢູ່ແຂວງສະຫວັນນະເຂດ.ໂຄງການແຕ້ມແຜນທີ່ມູນຄ່າກວ່າ 51 ຕື້ກີບ (US$6 ລ້ານໂດລາ) ແຂວງສະຫວັນນະເຂດດັ່ງກ່າວ ແມ່ນດຳເນີນແຕ່ປີ 2018-2021 ແລະ ແນໃສ່ເລັ່ງມືການພັດທະນາເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໂດຍການສ້າງພື້ນຖານໂຄງລ່າງດ້ານແຜນທີ່.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ຈະຊຸກຍູ້ການຂະຫຍາຍຕົວຂອງ GDP ຂອງລາວ: ຕາມທະນາຄານໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄາດຄະເນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງລາວ ຄາດວ່າຈະຕົກຢູ່ 6.6 ເປີເຊັນໃນປີ 2019 ແລະ 6.7 ເປີເຊັນໃນປີ 2020, ຕາມການລາຍງານຫຼ້າສຸດຂອງທະນາຄານໂລກປະຈຳພາກພື້ນອາຊີປາຊິຟິກ.ປັດໄຈສຳຄັນທີ່ສົ່ງຜົນຕໍ່ການຂະຫຍາຍຕົວແບບກ້າວກະໂດດຂອງເສດຖະກິດລາວແມ່ນຍ້ອນໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່, ເຊິ່ງເສດຖະກິດຂອງປະເທດມົງໂກເລຍກໍ່ມີທ່າອ່ຽງການຂະຫຍາຍຕົວທີ່ເຂັ້ມແຂງຍ້ອນປັດໄຈດຽວກັນ.ການຂະຫຍາຍຕົວໃນການພັດທະນາພາກພື້ນອາຊີປາຊິຟິກ​ (EAP) ຄາດວ່າຈະເບົາບາງກວ່າຢູທີ່ 6.0 ເປີເຊັນໃນປີ 2019 ແລະ 2020, ຫຼຸດລົງຈາກ 6.3 ເປີເຊັນໃນປີ 2018, ເຊິ່ງສະທ້ອນໃຫ້ເຫັນສະພາບເສດຖະກິດໂລກ ແລະ ການຫຼຸດຜ່ອນການຊີ້ນຳດ້ານນະໂຍບາຍແບບເປັນລຳດັບຕໍ່ເນື່ອງໃນຈີນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຈີນຈະຊ່ວຍເຫຼືອປັບປຸງພື້ນຖານໂຄງລ່າງໃນ 30 ບ້ານຂອງລາວ

ວຽງຈັນ, 10 ເມສາ (Xinhua) — ຈີນຈະຊ່ວຍເຫຼືອ 30 ບ້ານຢູ່ແຂວງຫຼວງພະບາງທາງພາກເໜືອ ແລະ ແຂວງວຽງຈັນທາງພາກກາງ ໃນການປັບປຸງພື້ນຖານໂຄງລ່າງ.ບົດບັນທຶກກອງປະຊຸມກ່ຽວກັບ ການກວດກາພາກສະໜາມໃນການສຶກສາຄວາມເປັນໄປໄດ້ ຂອງໂຄງການຫຼຸດຜ່ອນຄວາມທຸກຍາກໃນຂັ້ນບ້ານພາຍໃຕ້ທຶນຊ່ວຍເຫຼືອຂອງຈີນ ໄດ້ຮັບການເຊັນຢັ້ງຢືນໃນວັນອັງຄານນີ້ ທີ່ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

Lu Hui

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WgtcM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!