News

AIIB ອະນຸມັດທຶນກູ້ຢືມ $320 ລ້ານສຳລັບສີລັງກາ ແລະ ລາວ

ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ (AIIB) ໄດ້ເຊັນອະນຸມັດທຶນກູ້ຢືມສຳລັບປະເທດສີລັງກາລວມມູນຄ່າ $280 ລ້ານໂດລາ ແລະ ສຳລັບລາວ $40 ລ້ານໂດລາ.ໃນຂະນະດຽວກັນ ທຶນກູ້ຢືມຈຳນວນ $40 ລ້ານໂດລາ ສຳລັບລາວແມ່ນຈະນຳໃຊ້ເຂົ້າໃນການປັບປຸງຍົກລະດັບເສັ້ນທາງແຫ່ງຊາດເລກທີ 13, ເຊິ່ງຈະເອື້ອປະໂຫຍດໃຫ້ແກ່ປະຊາຊົນກວ່າ 502,100 ຄົນໃນ 471 ບ້ານ ແລະ 11 ເມືອງໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຕາມຂໍ້ມູນຈາກທະນາຄານໂລກ.ອ່ານຕໍ່ ...

Romil Patel

ເຊໂນເປີດຈຸດພັກລົດໃໝ່ສຳລັບນັກຂັບຂີ່

ຈຸດພັກລົດໃໝ່ສຳລັບນັກຂັບຂີ່ ຢູ່ເຊໂນ ແຂວງສະຫວັນນະເຂດ ໄດ້ມີການເປີດໃຫ້ບໍລິການສຳລັບສາທາລະນະຊົນໃນອາທິດນີ້ ພາຍຫຼັງສຳເລັດໂຄງການກໍ່ສ້າງ.ສິ່ງອຳນວຍຄວາມສະດວກດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນໃນພື້ນທີ່ຫວ່າງເປົ່າ ໃນເຂດທາງແບ່ງລະຫວ່າງເສັ້ນທາງແຫ່ງຊາດເລກທີ 13 ແລະ ເສັ້ນທາງແຫ່ງຊາດເລກທີ 9W ເຊໂນ, ເຊິ່ງຕັ້ງຢູ່ໃຈກາງເມືອງອຸທຸມພອນ ແຂວງສະຫວັນນະເຂດ. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວແມ່ນຢູ່ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ, ເຊິ່ງລວມມີຮ້ານອາຫານ, ບ່ອນຈອດລົດ, ຫ້ອງນ້ຳ, ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນອື່ນໆ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຂະແໜງການກໍ່ສ້າງໃນລາວຕັ້ງເປົ້າຂະຫຍາຍຕົວຢ່າງເຂັ້ມແຂງໃນປີ 2019

ວຽງຈັນ (Vientiane Times/ANN) – ລາວຄາດວ່າຂະແໜງການກໍ່ສ້າງໃນປີນີ້ຈະຂະຫຍາຍຕົວຢ່າງໜ້ອຍ 10% ພາຍໃຕ້ມາດຕະການຂອງລັດຖະບານໃນການສົ່ງເສີມການລົງທຶນ ແລະ ກະຕຸ້ນເສດຖະກິດ.ທ່າອ່ຽງດັ່ງກ່າວແມ່ນມາຈາກຫຼາຍປັດໄຈ ເຊັ່ນ ການລົງທຶນດ້ານການບໍລິການ, ການພັດທະນາພື້ນຖານໂຄງລ່າງ ແລະ ອະສັງຫາລິມະຊັບ ເຊິ່ງມີສ່ວນພົວພັນກົມກຽວກັນຢ່າງແໜ້ນແຟ້ນ.ອ່ານຕໍ່ ...

ໂຕະຂ່າວ

ນັກພັດທະນາຍີ່ປຸ່ນເປີດຕົວໂຄງການ "ARATA Garden Residences” ທຳອິດໃນລາວ

(ຂປລ) ໂຄງການຈັດສັນທີ່ຢູ່ອາໄສຊຸມຊົນ “ARATA Garden Residences” ທີ່ຕັ້ງຢູ່ທາງດ້ານຫຼັງຂອງສູນການຄ້າລາວ-ໄອເຕັກ ຂ້າງບຶງທາດຫຼວງ ເມືອງໄຊເສດຖາ ຈະເລີ່ມດຳເນີນການກໍ່ສ້າງໃນຕົ້ນປີ 2019 ແລະ ຄາດວ່າຈະສຳເລັດພາຍໃນທ້າຍໄຕມາດທຳອິດຂອງປີ 2021.ARATA ແມ່ນໂຄງການທຳອິດໃນລາວຂອງບໍລິສັດ Creed ເຊິ່ງເປັນທຸລະກິດຮ່ວມປະສົມຮ່ວມກັບບໍລິສັດ “Aanandi Group” Co., Ltd ຂອງສິງກະໂປ.ອ່ານຕໍ່ ...

ຂປລ

ທ່ານນາຍົກລາຍງານສະມາຊິກສະພາກ່ຽວກັບການເລັ່ງມືສົ່ງເສີມການພັດທະນາໂຄງການຂະໜາດໃຫຍ່

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ສະພາແຫ່ງຊາດວ່າ ກຳລັງມີການເລັ່ງມືໂຄງການພັດທະນາຂະໜາດໃຫຍ່ທີ່ກຳລັງດຳເນີນການກໍ່ສ້າງ ເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ. ຈາກການສະເໜີບົດລາຍງານການພັດທະນາດ້ານເສດຖະກິດສັງຄົມຕໍ່ທີ່ປະຊຸມສະພາແຫ່ງຊາດ, ທ່ານຫົວໜ້າລັດຖະບານແຫ່ງຊາດໄດ້ກ່າວວ່າ ກຳລັງມີການເສີມຂະຫຍາຍການດຳເນີນການເພື່ອສ້າງຮູບປະທຳດ້ານຜົນປະໂຫຍດຂອງໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

u5PUB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!