News
ໜີ້ສິນຈີນ-ລາວ ຫຼາຍກວ່າດັ່ງທີ່ເຄີຍລະບຸໄວ້
ໜີ້ສິນສາທາລະນະຂອງລາວ ອາດຈະເພີ່ມຂຶ້ນເຖິງເກືອບ 95% ຂອງ GDP ໃນທ້າຍປີ 2022, ເຮັດໃຫ້ມັນເປັນໜຶ່ງໃນໜີ້ສິນທີ່ໜັກໜ່ວງທີ່ສຸດໃນອາຊີ, ອີງຕາມການປະເມີນຂອງທະນາຄານໂລກ ທີ່ເຜີຍແຜ່ໃນເດືອນນີ້. ຕົວເລກໜີ້ສິນທີ່ໜັກໜ່ວງຂອງທະນາຄານໂລກບໍ່ໄດ້ກວມເອົາໜີ້ສິນທັງໝົດຂອງປະເທດອາຊີຕາເວັນອອກສຽງໃຕ້. ອີງຕາມການລາຍງານ ແລະການວິເຄາະຂອງ Asia Times ສະແດງໃຫ້ເຫັນວ່າ ໜີ້ສິນທັງໝົດຂອງລາວ ລວມທັງໜີ້ສິນຄ້ຳປະກັນສາທາລະນະອື່ນໆ ທີ່ບໍ່ໄດ້ລວມຢູ່ໃນຕົວເລກຫົວຂໍ້ດັ່ງກ່າວມານັ້ນ, ສາມາດເອົາພັນທະດ້ານການເງິນທັງໝົດຂອງລັດໄດ້ຫຼາຍກວ່າ 100% ຂອງ GDP ເປັນເທື່ອທຳອິດໃນປີນີ້. ແລະນັ້ນແມ່ນພຽງແຕ່ໜີ້ສິນທີ່ລັດຖະບານລາວຮັບຮູ້ຢ່າງເປັນທາງການ.ອ່ານເພິ່ມເຕີມ ...
ເດວິດ ຮັດ
ລັດຖະບານລາວອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສຳຫຼວດທີ່ດິນ
ແຈ້ງການຈາກກະຊວງລະບຸວ່າ ຂໍ້ຕົກລົງດັ່ງກ່າວແມ່ນຈະນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ດຳເນີນທຸລະກິດຢູ່ລາວໂດຍຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ-ລາວ.ພົນລະເມືອງລາວສາມາດດຳເນີນທຸລະກິດສິດນຳໃຊ້ທີ່ດິນ, ບໍລິການສຳຫຼວດທີ່ດິນ, ປະເມີນລາຄາທີ່ດິນ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງກັບທີ່ດິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.ໃນຂະນະທີ່ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ແລະ ຄົນຕ່າງປະເທດທີ່ມີສັນຊາດລາວ ທີ່ໄດ້ຮັບໃບອະນຸຍາດທີ່ຈໍາເປັນ, ສາມາດດໍາເນີນທຸລະກິດທີ່ກ່ຽວຂ້ອງກັບການສຳຫຼວດ, ວັດແທກ ແລະ ການບໍລິການປະເມີນທີ່ດິນ.ອ່ານເພິ່ມເຕີີມ ...
ມະນີພອນ ວົງພະຈັນ
ຫວຽດນາມ ຫວັງສືບຕໍ່ການລົງທຶນໃນລາວໃນອະນາຄົດ ທ່າມກາງສະພາບເສດຖະກິດທີ່ຂະຫຍາຍຕົວຖົດຖອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມ ສືບຕໍ່ການຮ່ວມມື ກ່ຽວກັບໂຄງການການລົງທຶນໃນລາວໃນອະນາຄົດ ເຖິງຈະຜະເຊີນກັບສະພາບເສດຖະກິດຂະຫຍາຍຕົວຖົດຖອຍ ທຽບກັບຊຸມປີຜ່ານມາ.ໜຶ່ງໃນບັນດາໂຄງການໃຫຍ່ ກໍຄືໂຄງການກໍ່ສ້າງສະໜາມບິນໜອງຄັງ ເມືອງຊຳເໜືອ ແຂວງຫົວພັນ, ຄະນະກຳມະການການຮ່ວມມືລາວ-ຫວຽດນາມ ກ່າວໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນຜ່ານມານີ້.ອ່ານຕໍ່ ...
ໂຕະຂ່າວ
ລາວ, ສະຫະລັດ ຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມຂອງຂະແໜງເອກະຊົນ ຈະໄດ້ຮັບການປັບປຸງ ຈາກໂຄງການສົ່ງເສີມສະພາບແວດລ້ອມການດຳເນີນທຸລະກິດໃນລາວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະລັດອາເມລິກາ.ໂຄງການດັ່ງກ່າວ ຈະສົ່ງເສີມການສ້າງຄວາມສາມາດ ແລະ ການບໍລິການໃຫ້ຄຳປຶກສາ ແນໃສ່ສົ່ງເສີມການແຂ່ງຂັນໃນບັນດາຫົວໜ່ວຍທຸລະກິດດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທັງເສີມຂະຫຍາຍການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄ້າ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ບໍລິສັດຈີນ ສຳຫຼວດໂອກາດທາງທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ ແລະ ເຄື່ອງດື່ມຈາກຈີນ – ບໍລິສັດໄຫໜານ ປິນຊຽງ ສະບຽງອາຫານ ຈຳກັດ – ຫວັງຂະຫຍາຍຕະຫຼາດໃນປະເທດລາວ, ໂດຍເລີ່ມຈາກນະຄອນຫຼວງວຽງຈັນ.ບໍລິສັດດັ່ງກ່າວ ໄດ້ຮ່ວມວາງສະແດງຜະລິດຕະພັນ ໃນງານວາງສະແດງສິນຄ້າເສດຖະກິດ ແລະ ເທັກໂນໂລຢີ ເພື່ອການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2019 ເຊິ່ງໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນອາທິດນີ້.ອ່ານຕໍ່ ...
ສຸກສະໄໝ ບູລົມ
ບໍລິສັດຈີນເຊັນສັນຍາ 184 ລ້ານໂດລາເພື່ອຊື້ສິນຄ້າກະເສດຈາກລາວ
ຄຸນໝິງ, 23 ພະຈິກ (Xinhua) — ບັນດາບໍລິສັດຈີນ ໄດ້ເຊັນສັນຍາລວມມູນຄ່າ 1.3 ຕື້ຢວນ (ປະມານ 184 ລ້ານໂດລາສະຫະລັດ) ເພື່ອຈັດຊື້ສິນຄ້າ, ເຊິ່ງສ່ວນໃຫຍ່ແມ່ນສິນຄ້າກະເສດ, ຈາກຄູ່ຄ້າໃນລາວ.ສັນຍາດັ່ງກ່າວ ໄດ້ມີການເຊັນກັນໃນງານຕະຫຼາດນັດການລົງທຶນຈີນ-ລາວ 2019 ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ອ່ານຕໍ່ ...
ZX
ຟູດແພນດາ ເປີດໂຕການບໍລິການໃນລາວ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ
ຟູດແພນດາ ຜູ້ບໍລິການຈັດສົ່ງອາຫານຕາມສັ່ງສາກົນ ເປີດໂຕການບໍລິການໃນລາວຢ່າງເປັນທາງການ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ.ເພື່ອເປີດໂລກະທັດໃໝ່ໃນການຊິມລົດຊາດອາຫານສຳລັບຊາວນະຄອນຫຼວງວຽງຈັນ, ຂະບວນນັກຈັດສົ່ງອາຫານຟູດແພນດາສີບົວ (Foodpanda) ຈະຈັດສົ່ງອາຫານຈາກຮ້ານອາຫານໃນເຄືອກວ່າ 300 ແຫ່ງ ເຖິງເຮືອນລູກຄ້າຕາມສັ່ງ.ອ່ານຕໍ່ ...
Cameron Darke
ການລົງທຶນໃນຂະແໜງອຸດສາຫະກຳຂອງລາວຍັງຄົງຊັກຊ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍໂຕຂອງໂຮງຈັກໂຮງງານໃນລາວ ຍັງຄົງສືບຕໍ່ຊັກຊ້າ ເຖິງວ່າລັດຖະບານຈະປັບປຸງນະໂຍບາຍ ແລະ ລະບຽບການເພື່ອດຶງດູດການລົງທຶນ.ຕົວເລກໂຮງງານໃນລາວຍັງຄົງຂະຫຍາຍຕົວໃນລະດັບ 5 ສ່ວນຮ້ອຍຕໍ່ປີ, ຕາມສະຖິຕິຈາກກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີ 2016 ລາວມີໂຮງງານທັງໝົດ 13,148 ແຫ່ງ, ເຊິ່ງລວມມີ ໂຮງງານຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ຂະໜາດຄົວເຮືອນ, ຕາມຂໍ້ມູນໃນເວັບໄຊຂອງກະຊວງ.ອ່ານຕໍ່ ...
ໂຕະຂ່າວ
ລາງວັນທຸລະກິດອາຊຽນລາວ ສົ່ງເສີມຜູ້ປະກອບການທີ່ມີຜົນງານດີເດັ່ນ
ວຽງຈັນ (ວຽງຈັນທາມສ໌/ANN) – 18 ຜູ້ຊະນະເລີດລາງວັນທຸລະກິດອາຊຽນລາວ (ABA) 2019 ໄດ້ຮັບການຮັບຮອງຢ່າງເປັນທາງການວ່າເປັນຜູ້ປະກອບການດີເດັ່ນ ທີ່ມີທ່າແຮງສູງໃນການຂະຫຍາຍທຸລະກິດພາຍໃນປະເທດ ກໍຄືໃນຊຸມຊົນທຸລະກິດອາຊຽນ.ເຂົ້າຮ່ວມໃນພິທີມອບລາງວັນດັ່ງກ່າວມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ເຈັນ ປີເຕີ ລຸດເຄັນເຮີມ ເອກອັກຄະລັດຖະທູດເຢຍລະມັນ, ທີ່ໂຮງແຮມ ຄ໌າວພຼາຊາ ໃນວັນສຸກແລ້ວນີ້.ອ່ານຕໍ່ ...
ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441