News

ໜີ້ສິນຈີນ-ລາວ ຫຼາຍກວ່າດັ່ງທີ່ເຄີຍລະບຸໄວ້

ໜີ້ສິນສາທາລະນະຂອງລາວ ອາດຈະເພີ່ມຂຶ້ນເຖິງເກືອບ 95% ຂອງ GDP ໃນທ້າຍປີ 2022, ເຮັດໃຫ້ມັນເປັນໜຶ່ງໃນໜີ້ສິນທີ່ໜັກໜ່ວງທີ່ສຸດໃນອາຊີ, ອີງຕາມການປະເມີນຂອງທະນາຄານໂລກ ທີ່ເຜີຍແຜ່ໃນເດືອນນີ້. ຕົວ​ເລກ​ໜີ້​ສິນ​ທີ່​ໜັກໜ່ວງ​ຂອງ​ທະນາຄານ​ໂລກ​ບໍ່​ໄດ້​ກວມ​ເອົາ​ໜີ້​ສິນ​ທັງ​ໝົດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ອີງຕາມການລາຍງານ ແລະການວິເຄາະຂອງ Asia Times ສະແດງໃຫ້ເຫັນວ່າ ໜີ້ສິນທັງໝົດຂອງລາວ ລວມທັງໜີ້ສິນຄ້ຳປະກັນສາທາລະນະອື່ນໆ ທີ່ບໍ່ໄດ້ລວມຢູ່ໃນຕົວເລກຫົວຂໍ້ດັ່ງກ່າວມານັ້ນ, ສາມາດເອົາພັນທະດ້ານການເງິນທັງໝົດຂອງລັດໄດ້ຫຼາຍກວ່າ 100% ຂອງ GDP ເປັນເທື່ອທຳອິດໃນປີນີ້. ແລະນັ້ນແມ່ນພຽງແຕ່ໜີ້ສິນທີ່ລັດຖະບານລາວຮັບຮູ້ຢ່າງເປັນທາງການ.ອ່ານເພິ່ມເຕີມ ...

ເດວິດ ຮັດ

ລັດຖະບານລາວອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສຳຫຼວດທີ່ດິນ

ແຈ້ງການຈາກກະຊວງລະບຸວ່າ ຂໍ້ຕົກລົງດັ່ງກ່າວແມ່ນຈະນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ດຳເນີນທຸລະກິດຢູ່ລາວໂດຍຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ-ລາວ.ພົນລະເມືອງລາວສາມາດດຳເນີນທຸລະກິດສິດນຳໃຊ້ທີ່ດິນ, ບໍລິການສຳຫຼວດທີ່ດິນ, ປະເມີນລາຄາທີ່ດິນ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງກັບທີ່ດິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.ໃນຂະນະທີ່ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ແລະ ຄົນຕ່າງປະເທດທີ່ມີສັນຊາດລາວ ທີ່ໄດ້ຮັບໃບອະນຸຍາດທີ່ຈໍາເປັນ, ສາມາດດໍາເນີນທຸລະກິດທີ່ກ່ຽວຂ້ອງກັບການສຳຫຼວດ, ວັດແທກ ແລະ ການບໍລິການປະເມີນທີ່ດິນ.ອ່ານເພິ່ມເຕີີມ  ...

ມະນີພອນ ວົງພະຈັນ

ຫວຽດນາມ ຫວັງສືບຕໍ່ການລົງທຶນໃນລາວໃນອະນາຄົດ ທ່າມກາງສະພາບເສດຖະກິດທີ່ຂະຫຍາຍຕົວຖົດຖອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມ ສືບຕໍ່ການຮ່ວມມື ກ່ຽວກັບໂຄງການການລົງທຶນໃນລາວໃນອະນາຄົດ ເຖິງຈະຜະເຊີນກັບສະພາບເສດຖະກິດຂະຫຍາຍຕົວຖົດຖອຍ ທຽບກັບຊຸມປີຜ່ານມາ.ໜຶ່ງໃນບັນດາໂຄງການໃຫຍ່ ກໍຄືໂຄງການກໍ່ສ້າງສະໜາມບິນໜອງຄັງ ເມືອງຊຳເໜືອ ແຂວງຫົວພັນ, ຄະນະກຳມະການການຮ່ວມມືລາວ-ຫວຽດນາມ ກ່າວໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນຜ່ານມານີ້.ອ່ານຕໍ່ ...

ໂຕະຂ່າວ

ລາວ, ສະຫະລັດ ຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມຂອງຂະແໜງເອກະຊົນ ຈະໄດ້ຮັບການປັບປຸງ ຈາກໂຄງການສົ່ງເສີມສະພາບແວດລ້ອມການດຳເນີນທຸລະກິດໃນລາວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະລັດອາເມລິກາ.ໂຄງການດັ່ງກ່າວ ຈະສົ່ງເສີມການສ້າງຄວາມສາມາດ ແລະ ການບໍລິການໃຫ້ຄຳປຶກສາ ແນໃສ່ສົ່ງເສີມການແຂ່ງຂັນໃນບັນດາຫົວໜ່ວຍທຸລະກິດດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທັງເສີມຂະຫຍາຍການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບໍລິສັດຈີນ ສຳຫຼວດໂອກາດທາງທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ ແລະ ເຄື່ອງດື່ມຈາກຈີນ – ບໍລິສັດໄຫໜານ ປິນຊຽງ ສະບຽງອາຫານ ຈຳກັດ – ຫວັງຂະຫຍາຍຕະຫຼາດໃນປະເທດລາວ, ໂດຍເລີ່ມຈາກນະຄອນຫຼວງວຽງຈັນ.ບໍລິສັດດັ່ງກ່າວ ໄດ້ຮ່ວມວາງສະແດງຜະລິດຕະພັນ ໃນງານວາງສະແດງສິນຄ້າເສດຖະກິດ ແລະ ເທັກໂນໂລຢີ ເພື່ອການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2019 ເຊິ່ງໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນອາທິດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບໍລິສັດຈີນເຊັນສັນຍາ 184 ລ້ານໂດລາເພື່ອຊື້ສິນຄ້າກະເສດຈາກລາວ

ຄຸນໝິງ, 23 ພະຈິກ (Xinhua) — ບັນດາບໍລິສັດຈີນ ໄດ້ເຊັນສັນຍາລວມມູນຄ່າ 1.3 ຕື້ຢວນ (ປະມານ 184 ລ້ານໂດລາສະຫະລັດ) ເພື່ອຈັດຊື້ສິນຄ້າ, ເຊິ່ງສ່ວນໃຫຍ່ແມ່ນສິນຄ້າກະເສດ, ຈາກຄູ່ຄ້າໃນລາວ.ສັນຍາດັ່ງກ່າວ ໄດ້ມີການເຊັນກັນໃນງານຕະຫຼາດນັດການລົງທຶນຈີນ-ລາວ 2019 ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ອ່ານຕໍ່ ...

ZX

ຟູດແພນດາ ເປີດໂຕການບໍລິການໃນລາວ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ

ຟູດແພນດາ ຜູ້ບໍລິການຈັດສົ່ງອາຫານຕາມສັ່ງສາກົນ ເປີດໂຕການບໍລິການໃນລາວຢ່າງເປັນທາງການ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ.ເພື່ອເປີດໂລກະທັດໃໝ່ໃນການຊິມລົດຊາດອາຫານສຳລັບຊາວນະຄອນຫຼວງວຽງຈັນ,​ ຂະບວນນັກຈັດສົ່ງອາຫານຟູດແພນດາສີບົວ (Foodpanda) ຈະຈັດສົ່ງອາຫານຈາກຮ້ານອາຫານໃນເຄືອກວ່າ 300 ແຫ່ງ ເຖິງເຮືອນລູກຄ້າຕາມສັ່ງ.ອ່ານຕໍ່ ...

Cameron Darke

ການລົງທຶນໃນຂະແໜງອຸດສາຫະກຳຂອງລາວຍັງຄົງຊັກຊ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍໂຕຂອງໂຮງຈັກໂຮງງານໃນລາວ ຍັງຄົງສືບຕໍ່ຊັກຊ້າ ເຖິງວ່າລັດຖະບານຈະປັບປຸງນະໂຍບາຍ ແລະ ລະບຽບການເພື່ອດຶງດູດການລົງທຶນ.ຕົວເລກໂຮງງານໃນລາວຍັງຄົງຂະຫຍາຍຕົວໃນລະດັບ 5 ສ່ວນຮ້ອຍຕໍ່ປີ, ຕາມສະຖິຕິຈາກກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີ 2016 ລາວມີໂຮງງານທັງໝົດ 13,148 ແຫ່ງ, ເຊິ່ງລວມມີ ໂຮງງານຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ຂະໜາດຄົວເຮືອນ, ຕາມຂໍ້ມູນໃນເວັບໄຊຂອງກະຊວງ.ອ່ານຕໍ່ ...

ໂຕະຂ່າວ

ລາງວັນທຸລະກິດອາຊຽນລາວ ສົ່ງເສີມຜູ້ປະກອບການທີ່ມີຜົນງານດີເດັ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – 18 ຜູ້ຊະນະເລີດລາງວັນທຸລະກິດອາຊຽນລາວ (ABA) 2019 ໄດ້ຮັບການຮັບຮອງຢ່າງເປັນທາງການວ່າເປັນຜູ້ປະກອບການດີເດັ່ນ ທີ່ມີທ່າແຮງສູງໃນການຂະຫຍາຍທຸລະກິດພາຍໃນປະເທດ ກໍຄືໃນຊຸມຊົນທຸລະກິດອາຊຽນ.ເຂົ້າຮ່ວມໃນພິທີມອບລາງວັນດັ່ງກ່າວມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ເຈັນ ປີເຕີ ລຸດເຄັນເຮີມ ເອກອັກຄະລັດຖະທູດເຢຍລະມັນ, ທີ່ໂຮງແຮມ ຄ໌າວພຼາຊາ ໃນວັນສຸກແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/asean-business-awards-laos-promote-outstanding-entrepreneurs-105840

ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

MY4Bc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!