News

ການຂະຫຍາຍຕົວຂອງການທ່ອງທ່ຽວໃນລາວດຶງດູດໂຮງແຮມຊັ້ນນຳຂອງໂລກ

ເຄືອຂ່າຍໂຮງແຮມ ແລະ ບ້ານພັກລະດັບສາກົນ ຮິວຕັນ ໄດ້ຖະແຫຼງແຜນການໃນການເປີດສາຂາເຄືອຂ່າຍຂອງໂຮງແຮມແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນຂອງລາວ, ຄຽງຄູ່ກັບບັນດາໂຮງແຮມຊັ້ນນຳຂອງໂລກຫຼາຍແຫ່ງ ທີ່ຫຼັ່ງໄຫຼກັນມາເປີດສາຂາໃນປະເທດລາວ ເພື່ອຫວັງສ້າງກຳໄລຈາກຂະແໜງການທ່ອງທ່ຽວທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ.ໂຮງແຮມ ຮິວຕັນ ໄດ້ມີພິທີວາງສິລາເລີກການກໍ່ສ້າງໃນວັນທີ 9 ກັນຍາທີ່ຜ່ານມາ ສຳລັບໂຮງແຮມ DoubleTree ໂດຍຮິວຕັນວຽງຈັນ ແຫ່ງໃໝ່ ຮ່ວມກັບບໍລິສັດ TPD, ສາຂາກຸ່ມບໍລິສັດ TK Group ລາວ.ໂຮງແຮມຂະໜາດ 188 ຫ້ອງດັ່ງກ່າວ ຄາວວ່າຈະເປີດບໍລິການໃນປີ 2022 ເຊິ່ງຕັ້ງຢູ່ໃກ້ກັບສວນນ້ຳພຸ, ສະຖານທີ່ສາທາລະນະຊື່ດັງຢູ່ໃຈກາງຕົວເມືອງ.ອ່ານຕໍ່ ...

Taejun Kang
https://laotiantimes.com/2019/09/24/lao-tourism-boom-attracts-global-hotel-brands/

ລາວສົ່ງເສີມການຄ້າ, ການລົງທຶນ ໃນງານບຸນທ່ອງທ່ຽວຫູໜານ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນລາວ ເຂົ້າຮ່ວມງານບຸນທ່ອງທ່ຽວວັດທະນະທຳສາກົນຫູໜານ 2019 ໃນທ້າຍອາທິດແລ້ວນີ້ ເພື່ອສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ໃນຂະແໜງການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳພາຄະນະຜູ້ແທນລາວ ລວມທັງເຈົ້າໜ້າທີ່ກະຊວງ ແລະ ບໍລິສັດທ່ອງທ່ຽວຂອງລາວ ເຂົ້າຮ່ວມງານດັ່ງກ່າວທີ່ເມືອງຫູໜານ ປະເທດຈີນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-boost-trade-investment-through-huanan-tourism-festival-104809

ວິສາຫະກິດຮ່ວມປະສົມລາວ-ຈີນ ຈະສົ່ງເສີມອຸດສາຫະກຳການກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ແຫ່ງປະເທດລາວໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບບໍລິສັດພັດທະນາກະສິກຳກວາງໂຈວ ຈຳກັດ (GZAD) ຂອງຈີນ ແລະ ບໍລິສັດ UAB Global ຈຳກັດ ຂອງຮ່ອງກົງ ເພື່ອການຮ່ວມມືການລົງທຶນ ດ້ານການພັດທະນາອຸດສາຫະກຳ ແລະ ຕະຫຼາດການກະເສດ.ຂໍ້ຕົກລົງກ່ຽວກັບການສ້າງຕັ້ງວິສາຫະກິດຮ່ວມປະສົມ CSU Agricultural Innovation Co., Ltd. (CSU) ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການ SAS, ທ່ານ ຈົງ ໝິງ ອຳນວຍການບໍລິສັດ GZAD, ແລະ ທ່ານ ວູ ຮິວ ຊູ ປະທານບໍລິສັດ UAB.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-chinese-joint-venture-boost-agricultural-industry-103707

ແຄລິຟໍເນຍເປີດເຜີຍອັດຕາສ່ວນການລົງທຶນສຳລັບລາວ

ຜູ້ປະກອບການທຸລະກິດໃນແຄລິຟໍເນຍ ສະຫະລັດອາເມລິກາ ໄດ້ສົ່ງເສີມໃຫ້ນັກທຸລະກິດລາວ ແລະ ອຳນາດການປົກຄອງສ້າງປະໂຫຍດຈາກທ່າແຮງການລົງທຶນຂອງລັດຕາມສະພາບພູມີປະເທດຂອງຕົນ ແລະ ສະເໜີໃຫ້ມີການຈັບຄູ່ທາງທຸລະກິດເຊິ່ງຈະສ້າງປະໂຫຍດໃຫ້ທັງສອງຝ່າຍ.ໃນປີ 2018 ມູນຄ່າການຄ້າສອງຝ່າຍລະຫວ່າງລາວ ແລະ ສະຫະລັດແມ່ນ US$157 ລ້ານໂດລາ, ເຊິ່ງໃນນັ້ນມູນຄ່າການສົ່ງອອກຈາກສະຫະລັດສູ່ລາວແມ່ນ US$15 ລ້ານໂດລາ ແລະ ມູນຄ່າການນຳເຂົ້າສິນຄ້າຈາກລາວແມ່ນ US$142 ລ້ານໂດລາ. ສ່ວນຂໍ້ມູນກ່ຽວກັບການລົງທຶນລະຫວ່າງລາວ ແລະ ສະຫະລັດແມ່ນຍັງບໍ່ມີຂໍ້ມູນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/california-untapped-investment-proposition-laos-103261

ລາວຕ້ອງການການລົງທຶນເພີ່ມເຕີມເພື່ອກອບໂກຍຜົນປະໂຫຍດຈາກການກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຄວາມຕ້ອງການສິນຄ້າພືດຜັກ ແລະ ຊີ້ນສັດໃນພາກພື້ນຍັງມີສູງ ແຕ່ວ່າລາວກໍ່ຍັງບໍ່ສາມາດລົງທຶນໃນທ່າແຮງຂອງຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາກພື້ນດັ່ງກ່າວ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເນັ້ນເຖິງຄວາມຈຳເປັນຂອງລາວເພື່ອດຶງດູດການລົງທຶນໃນຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດການສົ່ງອອກ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/more-investment-needed-laos-reap-profits-agriculture-102737

ລາວມີສ່ວນຮ່ວມໃນການຂະຫຍາຍຕົວຂອງລົດໄຟຟ້າໃນພາກພື້ນ

ລາວໄດ້ເປີດໂຕໂຄງການລົດໄຟຟ້າໃໝ່, ຮ່ວມກັບບັນດາປະເທດເພື່ອນບ້ານໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຕະຫຼາດລົດໄຟຟ້າກຳລັງຂະຫຍາຍຕົວ.ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ EV ລາວນະຄອນຫຼວງວຽງຈັນໄດ້ຮ່ວມກັນຈັດຕັ້ງໂຄງການດັ່ງກ່າວຂຶ້ນ, ເຊິ່ງມີຈຸດປະສົງເພື່ອສົມທຽບຕົ້ນທຶນຂອງການນຳໃຊ້ທີ່ແລ່ນດ້ວຍພະລັງງານໄຟຟ້າ ແລະ ແລ່ນດ້ວຍນ້ຳມັນເຊື້ອໄຟຈາກຊາກດຶກດຳບັນ, ກໍຄືມາດຕະການດ້ານຄວາມປອດໄພ ແລະ ເພື່ອຮັບປະກັນຄຸນນະພາບຂອງຍານພາຫະນະດັ່ງກ່າວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/26/laos-to-join-regional-electric-vehicle-boom/

ລາວຊະນະການຟ້ອງຮ້ອງນັກລົງທຶນຕ່າງຊາດໃນການໄກ່ເກ່ຍຄະດີສະຖານກາຊີໂນ

ລາວຊະນະນັກລົງທຶນຕ່າງຊາດໃນການໄກ່ເກ່ຍຄະດີຂອງສານສາກົນ ກ່ຽວກັບອຸດສາຫະກຳກາຊີໂນ.ສານສູນແກ້ໄຂຂໍ້ຂັດແຍ່ງດ້ານການລົງທຶນສາກົນ (ICSID) ໄດ້ຕັດສິນຄະດີທີ່ຍື່ນຟ້ອງໂດຍບໍລິສັດ Lao Holdings NV (LHNV) ຂອງເນເທີແລນ ທີ່ຟ້ອງຮ້ອງລັດຖະບານລາວ ໂດຍກ່າວຫາວ່າລາວລະເມີດສັນຍາການລົງທຶນພາຄີລະຫວ່າງເນທີແລນ ແລະ ລາວ.ທາງສານກ່າວວ່າ ບໍລິສັດ LHNV “ບໍ່ມີນ້ຳໜັກພໍໃນການພິສູດ” ສຳລັບຄະດີດັ່ງກ່າວ ແລະ ສັ່ງໃຫ້ບໍລິສັດຈ່າຍເງິນເພີ່ມເຕີມໃຫ້ແກ່ລັດຖະບານລາວຈຳນວນ 481,623 ໂດລາ ເພື່ອເປັນສ່ວນເພີ່ມເຕີມຂອງເງິນລ່ວງໜ່້າຂອງລັດຖະບານໃຫ້ແກ່ກອງທຶນ ICSID.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/23/laos-wins-case-against-foreign-investors-in-casino-arbitration/

ຜູ້ປະກອບການໜຸ່ມລາວສັນຫາການເພີ່ມທະວີການລົງທຶນຈາກນັກທຸລະກິດພາຄີກຳປູເຈຍ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດລາວໄດ້ເຊື້ອເຊີນໃຫ້ນັກທຸລະກິດຄູ່ພາຄີຈາກກຳປູເຈຍ ເພີ່ມທະວີການລົງທຶນ ແລະ ເຮັດທຸລະກິດໃນລາວ ເພື່ອສົ່ງເສີມການລົງທຶນດ້ານການຄ້າ ແລະ ການປະກອບທຸລະກິດລະຫວ່າງສອງຊາດ.ການຮ່ວມມືດັ່ງກ່າວຈະຊ່ວຍໃຫ້ຜູ້ປະກອບການໜຸ່ມລາວ ແລະ ກຳປູເຈຍສ້າງເຄືອຂ່າຍເພື່ອການຮ່ວມມື ແລະ ການດຳເນີນທຸລະກິດໃນອະນາຄົດ ເພື່ອຂະຫຍາຍທຸລະກິດຂອງຕົນ, ທ່ານ ປອ ຄຳແສນ ສີສະຫວົງ ປະທານສະມາຄົມນັກທຸລະກິດໜຸ່ມລາວ (YEAL), ກ່າວໃນລະຫວ່າງກອງປະຊຸມການຈັບຄູ່ທາງດ້ານທຸລະກິດລະຫວ່າງ YEAL ແລະ ສະມາຄົມນັກທຸລະກິດໜຸ່ມກຳປູເຈຍ ທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/young-lao-entrepreneurs-seek-more-investment-cambodian-counterparts-102229

ແມງໄມ້ທີ່ກິນໄດ້ສາມາດເປັນທຸລະກິດທີ່ຂະຫຍາຍຕົວໃນລາວໃນອະນາຄົດແທ້ບໍ່?

ແມງໄມ້ທີ່ກິນໄດ້ ໄດ້ສ້າງຄວາມສົນໃຈໃນເວທີສາກົນໃນປີ 2013, ເມື່ອອົງການອາຫານ ແລະ ການກະເສດ (FAO) ໄດ້ເຜີຍແຜ່ບົດລາຍງານ ເຊິ່ງຢັ້ງຢືນວ່າແມງໄມ້ອາດເປັນຊ່ອງທາງໜຶ່ງໃນການແກ້ໄຂບັນຫາການຂາດແຄນດ້ານສະບຽງອາຫານຂອງໂລກ.ໃນນີ້​ ອົງການ FAO ໄດ້ໃຫ້ຂໍ້ສັງເກດວ່າ ແມງໄມ້ເປັນສິນຄ້າອາຫານໃນຍາມສຸກເສີນ ທ່າມກາງບັນຫາທີ່ເກີດຂຶ້ນໃນສັດຕະວັດທີຊາວເອັດເນື່ອງຈາກຄ່າອາຫານທາດຊີ້ນທີ່ເພີ່ມສູງຂຶ້ນ, ຄວາມບໍ່ໝັ້ນຄົງຂອງສິນຄ້າສະບຽງອາຫານ, ຄວາມກົດດັນຕໍ່ສິ່ງແວດລ້ອມ ແລະ ການຂະຫຍາຍຕົວຂອງປະຊາກອນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/15/could-edible-insects-be-the-next-big-industry-for-laos/

ສະພາທຸລະກິດສະຫະລັດ-ອາຊຽນແນະນຳວິທີການເພື່ອດຶງດູດການລົງທຶນຈາກຕ່າງປະເທດ

ວໍຊິງຕັນ ດີຊີ/ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຈາກສະພາທຸລະກິດສະຫະລັດ-ອາຊຽນຂອງສະຫະລັດ ໄດ້ແນະນຳໃຫ້ບໍລິສັດທຸລະກິດລາວຮ່ວມມືກັບບໍລິສັດໃນອາຊຽນເພື່ອດຶງດູດນັກລົງທຶນຈາກທົ່ວໂລກໃຫ້ຫຼາຍຂຶ້ນ.ທ່ານ ມາກ ມີລີ ຮອງປະທານດ້ານນະໂຍບານການຕ່າງປະເທດຂອງສະພາກ່າວໃນອາທິດແລ້ວນີ້ວ່າ ແຕ່ລະປະເທດລ້ວນແລ້ວແຕ່ມີຜະລິດຕະພັນທີ່ເປັນທ່າແຮງຂອງປະເທດຕົນໃນການດຶງດູດການລົງທຶນຈາກຕ່າງປະເທດ. ແຕ່ວ່າປະເທດທີ່ມີເສດຖະກິດນ້ອຍຄວນຮ່ວມມືກັນເພື່ອສົ່ງເສີມການລົງທຶນໃນປະເທດຕົນ.ອ່ານຕໍ່ ...

ໄຊຊະນະ ລືໄກ
http://annx.asianews.network/content/us-asean-business-council-advises-ways-attract-foreign-investment-101967

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9bb6Z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!