News

ບໍລິສັດ ແບນໂດ ເດັນເຊັນ ຜູ້ຜະລິດເຄເບິນລົດໄຟຟ້າປະເທດຍີ່ປຸ່ນເປີດໂຮງງານຢູ່ລາວ

ບໍລິສັດ ແບນໂດ ເດັນເຊັນ ຜູ້ຜະລິດເຄເບິນປະເທດຍີ່ປຸ່ນເປີດໂຮງງານຢູ່ລາວ, ຮ່ວມກັບກຸ່ມນັກລົງທຶນທີ່ເພີ່ມທະວີການລົງທຶນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທ່າມກາງຄວາມຕ້ອງການລົດໄຟຟ້າທີ່ເພີ່ມຂຶ້ນ.ບໍລິສັດດັ່ງກ່າວຈະຄ່ອຍໆສ້າງຄວາມເຂັ້ມແຂງໃຫ້ແກ່ການດຳເນີນທຸລະກິດໃນທ້ອງຖິ່ນ ແລະ ພາຍໃຕ້ຄ່າແຮງງານທີ່ຖືກກວ່າ ແລະ ເຄືອຂ່າຍການຈຳໜ່າຍທີ່ສ້າງໂດຍບໍລິສັດສາຂາໃນລາວ. ນອກນີ້ຍັງຈະມີການພິຈາລະນາການສົ່ງອອກສິນຄ້າຈາກລາວໄປຍີ່ປຸ່ນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/13/japanese-electronic-vehicle-cable-manufacturer-bando-opens-factory-in-laos/

ລັດຖະບານອອກພັນທະບັດເພື່ອຮັບມືກັບການຂາດດູນງົບປະມານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະພະຍາຍາມເພີ່ມການຂາຍພັນທະບັດພາຍໃນປະເທດໃນສະກຸນເງິນທ້ອງຖິ່ນ ເພື່ອແກ້ໄຂການຂາດດູນງົບປະມານ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຕະຫຼາດທຶນແຫ່ງຊາດ.ໃນຊ່ວງຫ້າເດືອນຜ່ານມານີ້ ລັດຖະບານສາມາດຂາຍພັນທະບັດພາຍໃນປະເທດມູນຄ່າ 1.13 ພັນຕື້ກີບ, ທຽບເທົ່າກັບ 28.89 ເປີເຊັນຂອງມູນຄ່າເປົ້າໝາຍຕາມແຜນປີ 2019, ຕາມບົດລາຍງານຫຼ້າສຸດຂອງກະຊວງການເງິນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-issue-bonds-tackle-fiscal-deficit-101751

ນັກທຸລະກິດ UAE ໝາຍຕາການລົງທຶນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ BZG Asia Investment LLC (BZGAI) ຈາກປະເທດສະຫະລັດອາຣັບເອັມມິເຣັດ (UAE) ຮ່ວມກັບບໍລິສັດ 7TIC ສາກົນຈຳກັດ ຈະດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບການລົງທຶນໃນປະເທດລາວ.ສອງບໍລິສັດດັ່ງກ່າວໄດ້ລົງນາມໃນບົດບັນທຶກການຮ່ວມສະມາຄົມ 5 ສະບັບທີ່ນະຄອນຫຼວງວຽງຈັນ ໃນວັນອັງຄານຜ່ານມານີ້, ໂດຍມີທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຮ່ວມເປັນສັກຂີພະຍານໃນພິທີລົງນາມດັ່ງກ່າວ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/uae-businessman-eyeing-investment-laos-101669

ທະນາຄານແມນດິຣິ ທະນາຄານທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ ໝາຍຕາຕະຫຼາດໃນລາວ

ທະນາຄານແມນດິຣິ ທະນາຄານແຫ່ງລັດຂອງອິນໂດເນເຊຍໄດ້ສະແດງເຈດຈຳນົງໃນການເຂົ້າສູາຕະຫຼາດລາວ ແລະ ກຳປູເຈຍ.ທ່ານ ໂຣຮັນ ນາຟາສ ເລຂາທິການໃຫຍ່ຂອງທະນາຄານ ແມນດິຣິ ກ່າວວ່າ ທະນາຄານກຳລັງທຳການສຶກສາວິທີການທີ່ດີທີ່ສຸດໃນການເຈາະສອງຕະຫຼາດໃໝ່.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/07/indonesias-largest-bank-mandiri-eyes-lao-market/

ຮ້ານແຕ່ງຜົມລາວລົງທຶນການຕະຫຼາດເພື່ອແຂ່ງຂັນກັບຮ້ານຕ່າງປະເທດ

ເຈົ້າຂອງຮ້ານແຕ່ງຜົມໃນນະຄອນວຽງຈັນ ອາດເປັນແມ່ຍິງລາວຄົນທຳອິດທີ່ເປີດສົງຄາມທຸລະກິດທີ່ໂຈ່ງແຈ້ງກັບຊ່າງເສີມສວຍແຕ່ງຜົມຕ່າງປະເທດທີ່ນັບມື້ນັບເພີ່ມຈຳນວນຂຶ້ນ.ນາງ ສາພາວັນ ຈັນທະລັກ ເຈົ້າຂອງຮ້ານແຕ່ງຜົມໂພນຕ້ອງ ເມືອງຈັນທະບູລີ ໄດ້ແຕ່ງປ້າຍໜ້າຮ້ານໃຫ້ມີສີສັນສົດໃສ, ທັງຂຶ້ນຂໍ້ຄວາມທີ່ສະດຸດຕາເພື່ອດຶງດູດລູກຄ້າໃຫ້ຮູ້ວ່ານີ້ແມ່ນຮ້ານຂອງຄົນລາວ. ລາວໄດ້ຂຶ້ນປ້າຍດັ່ງກ່າວມາຕັ້ງແຕ່ຊ່ວງຕົ້ນປີ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວຫຼຸດຜ່ອນຂັ້ນຕອນທີ່ບໍ່ຈຳເປັນເພື່ອສ້າງຄວາມສະດວກໃນການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຂັ້ນຕອນ ແລະ ໄລຍະເວລາໃນການປະມວນເອກະສານໄດ້ມີການຫຼຸດຜ່ອນລົງຢ່າງຈະແຈ້ງ ເພື່ອສ້າງຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ, ເຊິ່ງລັດຖະບານໄດ້ເດີນໜ້ານະໂຍບາຍເພື່ອເພີ່ມຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ເພື່ອດຶງດູດການລົງທຶນເພື່ອຂັບເຄື່ອນການຂະຫຍາຍຕົວ.ລາວໄດ້ສ້າງຄວາມຄືບໜ້າຢ່າງເປັນຮູບປະທຳ ນັບແຕ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 2 ເພື່ອແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/red-tape-slashed-ease-business-operations-101330

ຂະແໜງເອກະຊົນຂອງລາວບໍ່ຂະຫຍາຍຕົວຕາມແຜນ

ວຽງຈັນ (ວຽງຈັນທາມສ໌/ANN) – ການລົງທຶນຂອງວິສາຫະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດບໍ່ຂະຫຍາຍຕົວຕາມແຜນ ເຖິງວ່າລັດຖະບານຈະເພີ່ມມາດຕະການເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງເອກະຊົນ ແລະ ຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ຫວ່າງໝໍ່ໆມານີ້ວ່າ ໃນຊ່ວງຫົກເດືອນທຳອິດຂອງປີນີ້ ບໍລິສັດເອກະຊົນໄດ້ມີການລົງທຶນໃນ 1,266 ໂຄງການ, ເຊິ່ງມີທຶນຈົດທະບຽນລວມ US$3.6 ຕື້ໂດລາ.ເຖິງຢ່າງໃດກໍຕາມ, ທຶນໃນຕົວຈິງທີ່ມີການໂອນຜ່ານລະບົບທະນາຄານມີພຽງ US$1.09 ຕື້ໂດລາ, ຊຶ່ງທຽບເທົ່າກັບ 40 ເປີເຊັນຂອງເປົ້າໝາຍສຳລັບປີນີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/private-sector-investment-goes-boil-101259

ຫົວໜ່ວຍທຸລະກິດລາວ, ໄທສັນຫາການສົ່ງເສີມດ້ານການຄ້າ, ການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊຸມຊົນທຸລະກິດລາວ ແລະ ໄທ ກຳລັງຮ່າງແຜນເພື່ອເພີ່ມທະວີປະລິມານການຄ້າ ແລະ ການລົງທຶນພາຄີໃນຊຸມປີຕໍ່ໜ້າ ໂດຍການຂ້າມຜ່ານອຸປະສັກຕ່າງໆທີ່ມີມາດົນນານ.ທັງສອງຝ່າຍຄາດວ່າຈະຈັດຕັ້ງກຸ່ມເຮັດວຽກພິເສດ ເຊິ່ງຈະມາຈາກບຸກຄະລາກອນທັງສອງຝ່າຍ ເພື່ອຈຸດປະສົງເຊື່ອມຕໍ່ຊ່ອງຫວ່າງລະຫວ່າງລັດຖະບານລາວ ແລະ ໄທ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-thai-businesses-seek-bolster-trade-investment-100827

ລາວຄາດວ່າຈະມີຄວາມຕ້ອງການດ້ານຂັ້ນໄດເລື່ອນ ແລະ ລິບທີ່ເພີ່ມຂຶ້ນ

ມິຊູບິຊິ ອິເລັກທຣິກ ບໍລິສັດເຄື່ອງໃຊ້ໄຟຟ້າຍັກໃຫຍ່ຂອງຍີ່ປຸ່ນໄດ້ເຂົ້າມາຕັ້ງສາຂາໃໝ່ໃນລາວ ທ່າມກາງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ທີ່ເພີ່ມສູງຂຶ້ນສຳລັບຂັ້ນໄດເລື່ອນ ແລະ ລິບ.ບໍລິສັດ MELCO Elevator ລາວ, ເຊິ່ງໄດ້ເລີ່ມເປີດກິດຈະການມາແຕ່ວັນທີ 1 ກໍລະກົດປີນີ້ ຄາດວ່າຈະສາມາດເພີ່ມຍອດຂາຍຂັ້ນໄດເລື່ອນ ແລະ ລິບຂອງບໍລິສັດມິຊູບິຊິ ອິເລັກທຣິກ ກໍຄືສະໜອງການບໍລິການສ້ອມແປງທີ່ມີຄຸນນະພາບສູງ ຕາມຄຳຖະແຫຼງການຂອງບໍລິສັດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/17/laos-expects-rising-demand-for-elevators-and-escalators/

ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດໃນລາວຫຼຸດຜ່ອນລົງ

ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນລາວຫຼຸດລົງໃນປີ 2018 ທ່າມກາງງການຫຼຸດລົງຂອງໂຄງການລົງທຶນໃໝ່ໆຈາກຈີນ, ຕາມບົດລາຍງານຫຼ້າສຸດ.ອັດຕາໄຫຼເຂົ້າຂອງ FDI ໃນລາວຂອງປີກາຍນີ້ແມ່ນຢູ່ທີ່ USD 1.3 ຕື້ໂດລາ, ຫຼຸດລົງ 17 ເປີເຊັນທຽບກັບປີກ່ອນ, ຕາມບົດລາຍງານການລົງທຶນຂອງໂລກ 2019 ໃນກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD).ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/15/laos-sees-drop-in-foreign-direct-investment-inflow/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

G49VH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!