News
ລາວຕ້ອງກອບໂກຍໂອກາດຈາກເສັ້ນທາງລົດໄຟລາວ-ຈົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຂົ້າໃຈດີວ່າຕ້ອງທຳການກະກຽມຄວາມພ້ອມໃນການໃຫ້ບໍລິການທາງຜ່ານ ເພື່ອສ້າງຜົນປະໂຫຍດຈາກເສັ້ນທາງລົດໄຟລາວ-ຈົນ.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານຈະຊຸກຍູ້ໃຫ້ບໍລິສັດເອກະຊົນພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕາມເສັ້ນທາງລົດໄຟ.ໃນນີ້ລວມມີ ການພັດທະນາສະຖານທີ່ທ່ອງທ່ຽວ ແລະ ນິຄົມອຸດສາຫະກຳ ກໍຄືໂຄງການສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອກອບໂກຍຜົນປະໂຫຍດຈາກທ່າແຮງຂອງໂຄງການມູນຄ່າ 5.9 ຕື້ໂດລາດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-needs-seize-opportunities-offered-laos-china-railway-99721
ແຂວງຊຽງຂວາງສັນຍາວ່າຈະອະນຸມັດໂຄງການລົງທຶນພາຍໃນສອງອາທິດ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຊຽງຂວາງໄດ້ແຈ້ງແຜນການໃນການອະນຸມັດຂໍ້ສະເໜີຂອງແຕ່ລະໂຄງການລົງທຶນພາຍໃນກຳນົດເວລາສູງສຸດສອງອາທິດ.ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ຄະນະກຳມະການການລົງທຶນຂອງແຂວງຈະບໍ່ແກ່ຍາວການອະນຸມັດໂຄງການລົງທຶນເຊິ່ງເປັນເຫດໃຫ້ຫຼາຍບໍລິສັດເພີກຖອນໂຄງການລົງທຶນໃນແຂວງ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/xieng-khuang-province-pledges-approve-investment-projects-two-weeks-99592
ບໍລິສັດ CP All ເຈລະຈາກ່ຽວກັບການຕັ້ງຮ້ານ ເຊເວັນ-ອິເລເວັນ ໃນລາວ
ຮ້ານ 7-Eleven ຈະມາລາວຫຼືບໍ່? ຄຳຖາມດັ່ງກ່າວໄດ້ມີການຍົກຂຶ້ນມາຫຼາຍປີແລ້ວ ແຕ່ກໍມີຂ່າວຕໍ່ເນື່ອງວ່າຈະມີການເປີດສາຂາໃນລາວ.ໜຶ່ງໃນຂ່າວລັກສະນະດັ່ງກ່າວ ແມ່ນເກີດຂຶ້ນເມື່ອສອງສາມວັນຜ່ານມາ. ຕາມສຳນັກຂ່າວ The Nation, ບໍລິສັດ CP All ຂອງໄທທີ່ດຳເນີນກິດຈະການ ເຊເວັນ-ອິເລເວັນ ທົ່ວປະເທດໄທ ໄດ້ເປີດເຜີຍໃນຕະຫຼາດຫຸ້ນຂອງໄທໃນວັນທີ 1 ກໍລະກົດນີ້ ກ່ຽວກັບການເຈລະຈາຂໍ້ຕົກລົງການສ້າງສາຂາທຸລະກິດໃນການຈັດຕັ້ງ ແລະ ດຳເນີນກິດຈະການຮ້ານ ເຊເວັນ-ອິເລເວັນ ໃນກຳປູເຈຍ ແລະ ລາວ.ອ່ານຕໍ່ ...
The Laotian Times
ບໍລິສັດຕ່າງປະເທດໝາຍຕາຂະຫຍາຍຕະຫຼາດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາບໍລິສັດຈາກອາຊີ, ປະເທດສະມາຊິກອາຊຽນ ແລະ ຢູໂຣບກຳລັງຊອກຫາຕະຫຼາດເພື່ອຈຳໜ່າຍສິນຄ້າໃນລາວ ເຊິ່ງກຳລັງມີຄວາມຕ້ອງການທີ່ສູງ.ເຖິງວ່າລາວຈະເປັນຕະຫຼາດທີ່ນ້ອຍໃນພາກພື້ນອາຊຽນ ມີປະຊາກອນພຽງ 6.8 ລ້ານຄົນ, ລາວກໍເປັນເປົ້າໝາຍຕະຫຼາດທີ່ໜ້າສົນໃຈສຳລັບຜູ້ຜະລິດຈາກຈີນ, ຍີ່ປຸ່ນ, ເກົາຫຼີ, ສິງກະໂປ, ມາເລເຊຍ, ໄທ, ເຢຍລະມັນ ແລະ ອີຕາລີ. ປະເທດເຫຼົ່ານີ້ລ້ວນແລ້ວແຕ່ພວມກຳລັງຊອກຫາໂອກາດທາງທຸລະກິດໃນລາວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/foreign-firms-eye-bigger-markets-laos-99160
ລາວ, ລັດເຊຍ ສົ່ງເສີມການຮ່ວມມືດ້ານທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໄຊເບີເຣຍ ເພື່ອການຮ່ວມມືສາກົນ ຈາກເຂດໂນໂວຊິເບີດຂອງລັດເຊຍ ມີແຜນຈັດຕັ້ງສຳນັກງານຢູ່ປະເທດລາວ ເພື່ອປັບປຸງການປະສານງານ ແລະ ການຮ່ວມມືດ້ານທຸລະກິດ.ທ່ານ ພາເວວ ອອສ໌ໂຕຣເວີຮອຟ໌ ປະທານສະມາຄົມໄດ້ເປີດເຜີຍແຜນດັ່ງກ່າວ ໃນຂະນະນຳພາທີມຜູ້ປະກອບການຈາກເຂດໂນໂວຊິເບີດ ເດີນທາງພົບປະກັບນັກທຸລະກິດລາວທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-russia-boost-business-cooperation-98722
ຊຸມຊົນທຸລະກິດລາວ, ເກົາຫຼີໃຕ້ ມີເປົ້າໝາຍການລົງທຶນດ້ານພະລັງງານທົດແທນ
ວຽງຈັນ (ວຽງຈັນທາມສ໌/ANN) – ຊຸມຊົນທຸລະກິດຂອງລາວ ແລະ ເກົາຫຼີໃຕ້ມີຄວາມສົນໃຈໃນການຮ່ວມສົ່ງເສີມການພັດທະນາພະລັງງານທົດແທນໃນລາວ.ງານກິດຈະກຳການຈັບຄູ່ທຸລະກິດໄດ້ມີຂຶ້ນທີ່ນະຄອນວຽງຈັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງຫົວໜ່ວຍທຸລະກິດລາວ ແລະ ຕາງໜ້າທຸລະກິດເກົາຫຼີຈາກແຂວງຊຸງຊອງບຸກໂດ ສາທາລະນະລັດເກົາຫຼີ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-south-korean-business-communities-target-investment-renewables-98646
ລັດຖະບານພັດທະນາເວັບໄຊໃໝ່ສຳລັບນັກລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ການສ້າງ ແລະ ເປີດຕົວເວັບໄຊ www.ned.gov.la ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການ, ນັກລົງທຶນ ແລະ ຜູ້ທີ່ມີຄວາມສົນໃຈໃນການເຮັດທຸລະກິດ.ເວັບໄຊດັ່ງກ່າວແມ່ນການລິເລີ່ມຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ERMD) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງມີຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບກົດໝາຍການເງິນຂອງລາວ, ຂັ້ນຕອນການຂຶ້ນທະບຽນທຸລະກິດ ແລະ ຄ່າທຳນຽມໃນການດຳເນີນການ. ນອກນີ້ຍັງໃຫ້ຄຳແນະນຳສຳລັບຜູ້ປະກອບການ ໃນການຄົ້ນຫາຊ່ອງທາງການລົງທຶນທີ່ເໝາະສົມສຳລັບເຂົາເຈົ້າ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລາວຫວັງປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ເຫັນຜົນ: ນາຍົກ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມໃນການດຳເນີນທຸລະກິດຄາດວ່າຈະໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງໃນຊຸມປີຕໍ່ໜ້າ ເນື່ອງຈາກລັດຖະບານກຳລັງເລັ່ງມືການຈັດຕັ້ງປະຕິບັດເພື່ອປັບປຸງຄວາມສະດວກໃນການດຳເນີນທຸລະກິດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ. ທ່ານນາຍົກຕອບຄຳຖາມທີ່ຍົກຂຶ້ນໂດຍສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດທີ່ພວມກຳລັງດຳເນີນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/dramatic-upturn-business-environment-expected-lao-pm-98243
ບໍລິສັດລາວ, ຈີນລົງນາມໃນຂໍ້ຕົກລົງເພື່ອການພັດທະນາຂະແໜງກະສິກຳຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ໄດ້ຕົກລົງຮ່ວມມືກັບບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ ຂອງຈີນ ເພື່ອພັດທະນາການຜະລິດກະສິກຳໃນລາວເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການບໍລິຫານຂອງ SAS ແລະ ທ່ານ ເສີນ ຈິນການ ອຳນວຍການບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ. ພິທີລົງນາມດັ່ງກ່າວແມ່ນຢູ່ພາຍໃຕ້ການເປັນສັກຂີພິຍານຂອງເຈົ້າໜ້າທີ່ລັດຖະບານລາວ ແລະ ຈີນ ພ້ອນດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍ.ອ່ານຕໍ່ ...
ໂຕະຂ່າວ
ລາວວາງເປົ້າໝາຍເພີ່ມເງິນກູ້ເພື່ອທຸລະກິດໃຫ້ເປັນ 55% ຂອງ GDP
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະເລັ່ງການໃຫ້ກູ້ຢືມຜ່ານຂະແໜງການທະນາຄານ ເພື່ອສົ່ງເສີມທຸລະກິດທ້ອງຖິ່ນ ໃຫ້ເຂົາເຈົ້າມີການແຂ່ງຂັນຫຼາຍຂຶ້ນ ແລະ ສ້າງໂອກາດໃນການສົ່ງອອກສິນຄ້າ.ອຳນາດການປົກຄອງມີແຜນເພີ່ມທະວີການເງິນກູ້ໃຫ້ເປັນປະມານ 55% ຂອງ GDP ພາຍໃນທ້າຍປີນີ້, ຊຶ່ງເພີ່ມຂຶ້ນຈາກຕົວເລກປະຈຸບັນ 46.32% (ຫຼື 76,030.60 ຕື້ກີບ).ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-aiming-raise-business-lending-55-gdp-98048