News

ທຸລະກິດໃນເຂດບໍ່ເຕັນກັບມາຄຶກຄັກອີກຄັ້ງ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ໃນຊ່ວງສິບປີຫຼັງ, ເມືອງຊາຍແດນ ບໍ່ເຕັນ ແຂວງຫຼວງນ້ຳທາ ເຄີຍຄຶກຄັກໄປດ້ວຍໄຟແສງສີ, ຟົດຟື້ນໄປດ້ວຍນັກທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດຕ່າງໆເຊິ່ງເປັນສູນກາງຂອງກາຊີໂນ ແລະ ແຫຼ່ງການພະນັນ ທີ່ດຶງດູດນັກທ່ອງທ່ຽວຈີນຫຼາຍພັນຄົນຈາກທົ່ວສາລະທິດຊາຍແດນທາງພາກເໜືອຂອງລາວໃນແຕ່ລະເດືອນ.ເມື່ອສະຖານກາຊິໂນໄດ້ມີການປິດຕົວໃນປີ 2012, ນັກທ່ອງທ່ຽວກໍຫົດຫາຍ ແລະ ທຸລະກິດຕ່າງໆໄດ້ມີການປິດກິດຈະການຢ່າງຖາວອນ. ເປັນເຫດໃຫ້ຈຳນວນປະຊາກອນຫຼຸດໜ້ອຍລົງຢ່າງຈະແຈ້ງ, ເມື່ອຂ້າພະເຈົ້າເດີນທາງໄປຢ້ຽມຢາມໃນສອງສາມປີຫຼັງ ບໍ່ເຕັນຍັງຄົງເຫຼືອແຕ່ເສດຊາກຂອງຄວາມຈະເລີນໃນເມື່ອກ່ອນ. ຫ້າງຮ້ານທີ່ເປັນໃຈກາງທຸລະກິດຖືກປົກຄຸມໄປດ້ວຍຫຍ້າ, ຄາບສີທີ່ລອກຈາກຝາ ແລະ ປ່ອງອ້ຽມແກ້ວທີ່ແຕກກະຈາຍ ແລະ ປະຊາຊົນຈຳນວນໜ້ອຍທີ່ຍັງຢູ່ອາໄສເບິ່ງຄືໄຮ້ຊີວິດຊີວາ ພາຍໃຕ້ເສດຊາກຕົວເມືອງທີ່ຢູ່ອ້ອມຮອບ.ອ່ານຕໍ່   ...

ຄອນສະຫວັນ ລາດຊະເພົາ
http://annx.asianews.network/content/feature-business-booms-again-bustling-boten-98047

ບົດລາຍງານໜ້າຂາວຂອງ ECCIL ຊ່ວຍສົ່ງເສີມການລົງທຶນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳລາວ (ECCIL) ໄດ້ລິເລີ່ມໂຄງການບົດລາຍງາຍໜ້າຂາວ 2019 ເພື່ອສະໜອງຂໍ້ມູນລາຍລະອຽດກ່ຽວກັບເສດຖະກິດຂອງລາວ ເຊິ່ງຫວັງວ່າປະເທດລາວຈະສາມາດດຶງດູດການລົງທຶນຈາກ ອີຢູ ໄດ້ຫຼາຍຂຶ້ນ.ໃນກອງປະຊຸມຕໍ່ສື່ມວນຊົນໃນວັນພຸດຜ່ານມາ, ທ່ານ ດານ ຟິສ໌ແພດທຣິກ ຫົວໜ້າໂຄງການຂອງ ECCIL ກ່າວວ່າ ບົດລາຍງານໜ້າຂາວຂອງ ECCIL ຈະສະໜອງຂໍ້ມູນກ່ຽວກັບໂອກາດໃນການລົງທຶນສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນລາວ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/eccil-white-paper-promotes-investment-laos-97923

ລາວຮຽກຮ້ອງການລົງທຶນທີ່ມີຄຸນນະພາບຍິ່ງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມ ໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບສູງກວ່າເກົ່າໃນລາວ ໂດຍຜ່ານການພັດທະນາ ແລະ ປັບປຸງກົນໄກ ແລະ ຍຸດທະສາດການປະເມີນຜົນ.ແຜນດັ່ງກ່າວໄດ້ມີການຫາລືໃນກອງປະຊຸມ ເຊິ່ງຈັດໂດຍກະຊວງແຜນການ ແລະ ການລົງທຶນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)-ໂຄງການສະຫະປະຊາຊາດເພື່ອສິ່ງແວດລ້ອມ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/laos-calls-higher-quality-investments-97835

ບໍລິສັດຈີນຄົ້ນຄວ້າໂອກາດໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ ຢູນນານໄຮເຈັງ ອຸດສາຫະກຳຈຳກັດຂອງຈີນ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ ພາຍຫຼັງທີ່ມີການລົງທຶນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ.ພາຍໃຕ້ການກະກຽມຂອງອຳນາດການປົກຄອງແຂວງຜົ້ງສາລີ, ບໍລິສັດດັ່ງກ່າວຈະໃຊ້ເວລາສອງເດືອນໃນການສຶກສາຄວາມເປັນໄປໄດ້ ກ່ອນຕັດສິນໃຈດຳເນີນໂຄງການ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/chinese-company-explores-agricultural-opportunities-phongsaly-97622

ລາວ, ຈີນລົງນາມຂໍ້ຕົກລົງການພັດທະນາທຸລະກິດໃນແຂວງພາກເໜືອ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ສະມາຄົມອຸດສາຫະກຳ ແລະ ການຄ້າທົ່ວປະເທດຈີນ (ACFIC) ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ເຊິ່ງເປັນການສ້າງສາຍພົວພັນການຮ່ວມງານອັນໃກ້ຊິດລະຫວ່າງສອງອົງກອນສູ່ອະນາຄົດ.ພາບໃຕ້ຂອບການລິເລີ່ມແລວທາງ ແລະ ຖະໜົນ, ທັງສອງຝ່າຍໄດ້ຕົກລົງປະຕິບັດວຽກງານໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງທັງຝ່າຍລາວ ແລະ ຈີນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ລັດຖະບານລາວສັນຍາຈະສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານສັນຍາວ່າຈະສືບຕໍ່ຄວາມພະຍາຍາມໃນການຫັນຂັ້ນຕອນການດຳເນີນງານເຂົ້າສູ່ກະແສຫຼັກ ເພື່ອປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດ.ຄຳໝັ້ນດັ່ງກ່າວແມ່ນມີຂຶ້ນໃນການສະຫຼຸບກອງປະຊຸມປະຈຳເດືອນພຶດສະພາຂອງຄະນະລັດຖະບານ ເຊິ່ງສຳເລັດລົງໃນມື້ວານນີ້, ຕາມບົດຂ່າວຕໍ່ສື່ມວນຊົນຂອງສຳນັກງານນາຍົກລັດຖະມົນຕີ.ກອງປະຊຸມໄລຍະສອງວັນດັ່ງກ່າວໄດ້ຮັບຮອງເອົາບົດລາຍງານ ເຊິ່ງທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 2 ກ່ຽວກັບການຍົກລະດັບຂັ້ນຕອນການດຳເນີນງານ ແລະ ກົນໄກການປະສານງານລະຫວ່າງພະແນກການຂອງລັດ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ລາວຈະສ້າງແຜນວາດຊ່ອງທາງສຳລັບການປະຕິຮູບການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນວາດການປະຕິຮູບການລົງທຶນ (IRM) ແມ່ນກົນໄກສຳຄັນອັນໜຶ່ງສຳລັບການພັດທະນານະໂຍບາຍການລົງທຶນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ສາມາດຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການພັດທະນາ ແລະ ດຶງດູດການລົງທຶນ.ໃນພິທີເປີດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງບົດລາຍງານກ່ຽວກັບແຜນວາດການປະຕິຮູບການລົງທຶນສຳລັບປະເທດລາວຂອງກະຊວງແຜນການ ແລະ ການລົງທຶນ ໃນອາທິດແລ້ວນີ້, ທ່ານນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ໄດ້ກ່າວວ່າ ເປົ້າໝາຍຂອງແຜນວາດ IRM ແມ່ນການສະເໜີການຄົ້ນຄວ້າດ້ານການຄຸ້ມຄອງ ແລະ ວາງທິດທາງສຳລັບການມີສ່ວນຮ່ວມຕົວຈິງໃນການລົງທຶນ.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດໄທໝາຍຕາໂອກາດທາງທຸລະກິດອາຫານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ PTT (ລາວ) ຈຳກັດ ແລະ ບໍລິສັດ Zixgar Group ຈຳກັດ ກຳລັງເບິ່ງໂອກາດທາງດ້ານທຸລະກິດອາຫານໃນລາວ ເຊິ່ງມີເປົ້າໝາຍແນໃສ່ກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວ ແລະ ພະນັກງານຫ້ອງການ.ໂດຍສະເພາະ ຂະແໜງດັ່ງກ່າວຍິ່ງເປັນທີ່ໜ້າສົນໃຈເນື່ອງຈາກການຂະຫຍາຍຕົວຂອງທຸລະກິດຮ້ານກາເຟ, ຕາມເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລັດວິສາຫະກິດໄຟຟ້າລາວຕັ້ງເປົ້າການລົງທຶນໃນການສ້າງຕາຂ່າຍສາຍສົ່ງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການເພີ່ມການລົງທຶນດ້ານພື້ນຖານໂຄງລ່າງໄຟຟ້າ ແລະ ການຂະຫຍາຍເຄືອຂ່າຍສາຍສົ່ງຈະຊ່ວຍແກ້ໄຂບັນຫາໄຟຟ້າດັບສຳລັບຜູ້ຊົມໃຊ້ໄຟຟ້າໃນລາວ, ຕາມເຈົ້າໜ້າທີ່ພະລັງງານ.ຜ່ານມາ ຜູ້ຊົມໃຊ້ໄຟຟ້າມັກຮ້ອງຮຽນກ່ຽວກັບບັນຫາກະແສໄຟຟ້າບໍ່ພຽງພໍ ແລະ ຄວາມບໍ່ສະຖຽນໃນການສະໜອງກະແສໄຟຟ້າທັງໃນລະດູແລ້ງ ແລະ ລະດູຝົນ. ກະແສໄຟຟ້າມັກດັບໃນຊ່ວງທີ່ມີພາຍຸຝົນ ຫຼື ມີການນຳໃຊ້ອຸປະກອນໄຟຟ້າຈຳນວນຫຼາຍໃນຊົ່ວໂມງທີ່ມີການນຳໃຊ້ສູງສຸດໃນຍາມລະດູແລ້ງ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ຫວຽດນາມສົ່ງເສີມການລົງທຶນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ ຂອງລາ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວຽດນາມໄດ້ລົງທຶນຈຳນວນ US$4.1 ຕື້ໂດລາໃນ 409 ໂຄງການໃນລາວ, ເຊິ່ງການລົງທຶນສ່ວນໃຫຍ່ແມ່ນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ , ແລະ ກະສິກຳ.ທ່ານ (ປອ) ສຸກພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າຫວຽດນາມແມ່ນປະເທດຜູ້ລົງທຶນທີ່ໃຫຍ່ເປັນອັນດັບທີສາມໃນລາວ, ເຊິ່ງມີມູນຄ່າການລົງທຶນປະມານ US$4.1 ຕື້ໂດລາ, ຕາມສຳນັກຂ່າວເສດຖະກິດລາຍວັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

SB8Dz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!