News
ບໍລິສັດພະລັງງານເກົາຫຼີໃຕ້ໝາຍຕາໂອກາດທາງທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) — ບໍລິສັດພະລັງງານໄຟຟ້າເກົາຫຼີ (KEPCO) ຫວັງຂະຫຍາຍທຸລະກິດກ່ຽວກັບອຸປະກອນໄຟຟ້າ ກໍຄືສັນຫາຊ່ອງທາງໃນການຮ່ວມມືໃນຂະແໜງພະລັງງານຮ່ວມກັບລາວ.ກອງປະຊຸມທຸລະກິດລະຫວ່າງຜູ້ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ KEPCO ກໍຄືພາກສ່ວນທີ່ກ່ຽວຂ້ອງຈາກລາວ ແລະ ສາທາລະນະລັດເກົາຫຼີ ໄດ້ຈັດຂຶ້ນທີ່ວຽງຈັນໃນວັນພະຫັດຜ່ານມາ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ກະຊວງພະລັງງານ, IFC ສົ່ງເສີມການລົງທຶນຂອງເອກະຊົນໃນຂະແໜງພະລັງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາຕາຂ່າຍໄຟຟ້າຂອງລາວ ຈະໄດ້ຮັບການສົ່ງເສີມຈາກພາກສ່ວນເອກະຊົນ ຫຼັງຈາກທີ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການການເງິນສາກົນ (IFC) ໄດ້ລົງນາມໃນຂໍ້ຕົກລົງການນຮ່ວມມື.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມວານນີ້ ໂດຍທ່ານທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານລູບໍເມຍ ວາໂບນອບ ຫົວໜ້າຮັບຜິດຊອບວຽກງານພື້ນຖານໂຄງລ່າງ ແລະ ຊັະພະຍາກອນທຳມະຊາດ IFC.ອ່ານຕໍ່ ...
ໂຕະຂ່າວ
ແຂວງຈຳປາສັກ ນຳໜ້າໃນການປັບປຸງການຈົດທະບຽນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ເມືອງໂຂງ ແຂວງຈຳປາສັກ ເດີນໜ້າເພື່ອເປັນແບບຢ່າງໃນການຈັດຕັ້ງປະຕິບັດການບໍລິການແບບຄົບວົງຈອນ ແລະ ການປັບປຸງການຈົດທະບຽນທຸລະກິດ ໃຫ້ແກ່ແຂວງຕ່າງໆທົ່ວປະເທດ.ອຳນາດການປົກຄອງຂັ້ນເມືອງໄດ້ຈັດຕັ້ງສູນບໍລິການແບບຄົບວົງຈອນໃນແຕ່ລະສຳນັກງານ, ເຊິ່ງສ້າງຄວາມສະດວກໃຫ້ແກ່ຜູ້ທີ່ຕ້ອງການຈົດທະບຽນທຸລະກິດ ແລະ ຂໍໃບອະນຸຍາດໃນການດຳເນີນທຸລະກິດ.ອ່ານຕໍ່ ...
ເອກະພອນ ພູທອນສີ
ນັກລົງທຶນຈີນເລັ່ງມືການພັດທະນາເຂດເສດຖະກິດພິເສດໃນລາວ
(ຂປລ) ກຸ່ມນັກລົງທຶນຈີນໄດ້ລົງທຶນກວ່າ 10 ຕື້ຢວນ ເພື່ອເລັ່ງມືໃນການພັດທະນາພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວ.“ເຂດເສດຖະກິດພິເສດບໍ່ເຕັນແມ່ນຕັ້ງຢູ່ຕິດກັບເມືອງໂມຫານ ມົນທົນຢຸນນານປະເທດຈີນ. ຄາດວ່າເມື່ອສຳເລັດການພັດທະນາ ແລະ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນປີ 2021 ແລ້ວ ຈະມີນັກທ່ອງທ່ຽວຈາກຈີນເຂົ້າມາໃນເຂດດັ່ງກ່າວປະມານ 50,000 ຄົນຕໍ່ປີ,” ທ່ານ ກັງ ເປັງ ຜູ້ຮັບຜິດຊອບການສົ່ງເສີມການລົງທຶນ ເຂດເສດຖະກິດພິເສດບໍ່ເຕັນກ່າວ.ອ່ານຕໍ່ ...
ຂປລ
ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການໃໝ່ຂອງອົງການຮ່ວມມືສາການຍີ່ປຸ່ນ (JICA) ຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ເພື່ອລະໜັບສະໜູນການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ.ໂຄງການໃໝ່ເພື່ອການພັດທະນາຄວາມສາມາດຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ LJI ໄດ້ມີການລົງນາມໃນອາທິດແລ້ວນີ້ ລະຫວ່າງ ທ່ານ ຮສ ພຸດ ສິມມາລາວົງ ຮອງອຳນວຍການມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າຫ້ອງການ JICA ປະຈຳລາວ ໃນລະຫວ່າງກອງປະຊຸມ 9th JCC ເພື່ອສ້າງຄວາມສາມາດສຳລັບການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງໂຄງການຍີ່ປຸ່ນໃນລາວ.ອ່ານຕໍ່ ...
ໂຕະຂ່າວ
ລາວຊຸກຍູ້ການທົບທວນບູລິມະສິດໃນການສົ່ງເສີມການລົງທຶນ
ລັດຖະບານຄວນສົ່ງເສີມການລົງທຶນເພື່ອຊ່ວຍສ້າງອາຊີບ ແລະ ລາຍຮັບສຳລັບຄົນໃນທ້ອງຖິ່ນ ຕາມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ.ສະຖາບັນຄົ້ນຄວ້າເສດຖະກິດ ເຊິ່ງທຳໜ້າທີ່ເປັນສູນນຄົ້ນຄວ້າຫຼັກທາງດ້ານນະໂຍບາຍເສດຖະກິດ ໄດ້ໃຫ້ຄຳແນະນຳດັ່ງກ່າວແກ່ລັດຖະບານ ກ່ຽວກັບຂໍ້ມູນຫຼ້າສຸດດ້ານເສດຖະກິດ ໃນກອງປະຊຸມທາງການທີ່ວຽງຈັນໃນຕົ້ນເດືອນນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ບໍລິສັດໄທໝາຍຕາສ່ວນແບ່ງຕະຫຼາດວັດສະດຸກໍ່ສ້າງໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຍ້ອນເສດຖະກິດລາວມີການຂະຫຍາຍຕົວໃນລະດັບ 6 ເຖິງ 7% ຕໍ່ປີ, ເຮັດໃຫ້ບໍລິສັດວັດສະດຸກໍ່ສ້າງຂອງຕ່າງປະເທດຫຼາຍແຫ່ງ ສົນໃຈທີ່ຈະຂະຫຍາຍຕະຫຼາດການລົງທຶນເຂົ້າມາໃນລາວ.ປະຈຸບັນ ລັດຖະບານລາວພວມກຳລັງທຳການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຜ່ານການດັດແກ້ລະບຽບກົດໝາຍກ່ຽວກັບການຄ້າ ແລະ ການລົງທຶນ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ເພື່ອດຶງດູດໂຄງການການຄ້າ ແລະ ການລົງທຶນຈາກຕ່າງປະເທດ.ອ່ານຕໍ່ ...
ໂຕະຂ່າວ
ງານຕະຫຼາດນັດອາຫານໄທສ້າງໂອກາດທາງທຸລະກິດສຳລັບບໍລິສັດລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຈັດງານຕະຫຼາດນັດອາຫານໂລກ THAIFEX-World Food ອາຊີ 2019, ງານວາງສະແດງອາຫານໄທ, ສັນຫາໂອກາດໃນການຮ່ວມທຸລະກິດກັບລາວ ໃນຂະແໜງອາຫານ ແລະ ເຄື່ອງດື່ມ, ເພື່ອຂະຫຍາຍຕະຫຼາດໃນປະເທດໄທ ແລະ ຕ່າງປະເທດ.ພາຍໃຕ້ວິໄສທັດດັ່ງກ່າວ, ຕາງໜ້າຜູ້ຈັດງານຕະຫຼາດນັດອາຫານໄດ້ເຊີນບໍລິສັດອາຫານ ແລະ ເຄື່ອງດື່ມກໍຄືຮ້ານອາຫານໃນລາວ ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ ເຊິ່ງຈະຈັດຂຶ້ນທີ່ປະເທດໄທ ແຕ່ວັນທີ 28 ພຶດສະພາເຖິງ 1 ມິຖຸນານີ້.ອ່ານຕໍ່ ...
ສຸກສະໄໝ ບູລົມ
ລາວ, ມົນທົນກວາງຕຸ້ງຂອງຈີນໝາຍຕາຂົງເຂດການພັດທະນາໃໝ່ໆ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ມົນທົນກວາງຕຸ້ງຂອງຈີນມີເປົ້າໝາຍເພີ່ມທະວີປະລິມານການຄ້າ ແລະ ການລົງທຶນ ຫຼັງຈາກໃນປີກາຍນີ້ ມູນຄ່າການຄ້າສອງຝ່າຍມີເຖິງ US$270 ລ້ານໂດລາ, ອີງຕາມເຈົ້າໜ້າທີ່ລະດັບສູງຂອງຈີນ.ນອກຈາກນີ້ ໃນປີຜ່ານມາໄດ້ມີການເປີດຕົວໂຄງການລົງທຶນຫ້າໂຄງການ ມູນຄ່າກວ່າ US$110 ລ້ານໂດລາ, ໃນໂຄງການຮ່ວມມືທາງດ້ານເສດຖະກິດພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງປະເທດ.ອ່ານຕໍ່ ...
ໂຕະຂ່າວ
ລາວ ແລະ ຫວຽດນາມຮັດແໜ້ນການຮ່ວມມືດ້ານການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະຮັດແໜ້ນການຮ່ວມມືດ້ານການລົງທຶນ ລວມທັງການວາງແຜນ ແລະ ການຄຸ້ມຄອງຂອງລັດຖະບານສອງຝ່າຍ ກັບຂະແໜງເອກະຊົນ ກໍຄືການແລກປ່ຽນບົດຮຽນດ້ານການພັດທະນາເສດຖະກິດ.ບັນຫາດັ່ງກ່າວໄດ້ມີການທົບທວນໃນກອງປະຊຸມທີ່ວຽງຈັນ ໃນວັນພະຫັດຜ່ານມານີ້ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ທ່ານ ຫງຽວນວັນທຸຼງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ແລະ ມີເຂົ້າຮ່ວມຂອງເຈົ້າໜ້າທີ່ສອງປະເທດ.ອ່ານຕໍ່ ...
ສຸກສະໄໝ ບູລົມ