News
ປະທານປະເທດລາວຫວັງວ່າບໍລິສັດຊັນເປເປີ ຈະສ້າງປະໂຫຍດໃຫ້ຊຸມຊົນທ້ອງຖິ່ນຫຼາຍຂຶ້ນ
ວຽງຈັນ, 10 ມິນາ (ຊິນຫົວ) — ທ່ານ ບຸນຍັງ ວໍລະຈິດ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດລາວ ໄດ້ລົງກວດກາບໍລິສັດ ຊັນເປເປີໂຮລດິງລາວຈຳກັດ (ຊັນເປເປີລາວ) ໃນວັນອາທິດຜ່ານມານີ້, ໂດຍຫວັງວ່າບໍລິສັດຈີນລາຍດັ່ງກ່າວຈະສືບຕໍ່ສົ່ງເສີມການພັດທະນາເສດຖະກິດໃນທ້ອງຖິ່ນ.ອ່ານຕໍ່ ...
ຢານ
ລາວເດີນໜ້າປັບປຸງສະພາບແວດລ້ອມການດຳເນີນທຸລະກິດ
ເຈົ້າໜ້າທີ່ລາວໄດ້ຮັບຮອງເອົາມາດຕະການ ເພື່ອສ້າງຄວາມສະດວກໃນການເຂົ້າເຖິງສິນເຊື່ອ ແລະ ໃຫ້ການປົກປ້ອງນັກລົງທຶນລາຍຍ່ອຍ ເພື່ອເດີນໜ້າການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍລວມຂອງປະເທດ.ການເຂົ້າເຖິງສິນເຊື່ອ ແລະ ການປົກປ້ອງຜູ້ລົງທຶນລາຍຍ່ອຍ ແມ່ນສອງໃນ 11 ຕົວຊີ້ວັດໃນການສຳຫຼວດການປະເມີນຄວາມສະດວກໃນການດຳເນີນທຸລະກິດ (EDB) ໃນທົ່ວໂລກຂອງທະນາຄານໂລກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
IFC ແລະ ການາດາສົ່ງເສີມການຮ່ວມມືພາກລັດ-ເອກະຊົນ ເພື່ອດຶງດູດການລົງທຶນໃນລາວ
(ຂປລ) ອົງການ IFC ສະມາຊິກທະນາຄານໂລກ ແລະ ລັດຖະບານການາດາ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມວິຊາການກ່ຽວກັບການຮ່ວມມືລັດ-ເອກະຊົນຂຶ້ນທີ່ວຽງຈັນ ໃນວັນທີ 22 ກຸມພາ 2019.ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສົ່ງເສີມການລົງທຶນໃນຫຼາຍຂະແໜງການໃນ ສປປ ລາວ ແລະ ເພື່ອເປັນແນວທາງໃຫ້ແກ່ການສົນທະນາກ່ຽວກັບນະໂຍບາຍ PPP ລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ຂະແໜງເອກະຊົນ ແລະ ຜູ້ມີສ່ວນຮ່ວມພາກສ່ວນອື່ນໆ.ອ່ານຕໍ່ ...
ຂປລ
Vinachem ຈະຖອນໂຄງການຂຸດຄົ້ນບໍ່ແຮ່ທີ່ຂາດດູນໃນລາວ
ກຸ່ມລັດວິສາຫະກິດເຄມີແຫ່ງຊາດຫວຽດນາມ (Vinachem) ຕັດສິນໃຈຖອນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໂປເຕຊຽມຢູ່ແຂວງຄຳມ່ວນຂອງລາວ ຫຼັງຈາກທີ່ໄດ້ທຸ່ມທຶນຫຼາຍພັນຕື້ດົງໃນໂຄງການຂະໜາດໃຫຍ່ໄລຍະ 15 ປີດັ່ງກ່າວ, ຕາມການລາຍງານຂອງໜັງສືພິມ Tuoi Tre Online.ການຖອນໂຄງການດັ່ງກ່າວແມ່ນເປັນຜົນມາຈາກການຂາດດູນງົບປະມານຂອງລັດຢ່າງມະຫາສານ, ຕາມນັກກວດສອບຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.ອ່ານຕໍ່ ...
Vietnamnet
ນາຍົກລາວຊຸກຍູ້ການລົງທຶນຈາກບຣູໄນ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສັ່ງໃຫ້ບັນດາກະຊວງເດີນໜ້າໃນການດຶງດູດການລົງທຶນຈາກບຣູໄນດາຣູຊາລຳ ຫຼັງຈາກທີ່ຮູ້ມາວ່າມີຫຼາຍບໍລິສັດຈາກປະເທດເສດຖີນ້ຳມັນດັ່ງກ່າວ ຕ້ອງການຢາກເຮັດທຸລະກິດໃນລາວ.ນັກລົງທຶນບຣູໄນສົນໃຈໃນການສົ່ງອອກນ້ຳມັນມາປະເທດລາວ ໃນທາງດຽວກັນກໍຕ້ອງການເຮັດທຸລະກິດຟາມລ້ຽງສັດປີກ ແລະ ປູກເຂົ້າໃນລາວ ເພື່ອສົ່ງອອກໄປຍັງຣາຊະອານາຈັກບຣູໄນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ອົສຕຣາລີອະນຸມັດທຶນຊ່ວຍເຫຼືອ 4.5 ລ້ານໂດລາອົສຕຣາລີ ສຳລັບການປັບປຸງດ້ານທຸລະກິດ ແລະ ການຄ້າໃນລາວ
ລາວກຳລງຂຸ້ນຂ້ຽວໃນການດຳເນີນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສ້າງຄວາມສະດວກດ້ານການຄ້າ ເຊິ່ງແມ່ນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນແຜນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ.ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນວັນສຸກທີ່ຜ່ານມາ ລັດຖະບານອົສຕຣາລີໄດ້ອະນຸມັດທຶນຈຳນວນ 4.5 ລ້ານໂດລາອົສຕຣາລີ (ຫຼືປະມານ 3.1 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິຮູບຄວາມສະດວກໃນການດຳເນີນທຸລະກິດ, ສ້າງຄວາມສະດວກດ້ານການຄ້າ ແລະ ພັດທະນາຂະແໜງເອກະຊົນໃນລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ງານວາງສະແດງລົດວຽງຈັນ Motor Show ຈະສະແດງຍານຍົນຫຼ້າສຸດລະດັບໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງລົດວຽງຈັນ Motor Show 2019 ທີ່ສູນການຄ້າລາວໄອເຕັກ ໃນວັນທີ 22 ກຸມພາ ຫາ 2 ມີນາ ຈະສະແດງຍານຍົນຍີ້ຫໍ້ຊັ້ນນຳລະດັບໂລກເພື່ອເອົາໃຈຄໍລົດ.ອ່ານຕໍ່ ...
ໂຕະຂ່າວ
ນາຍົກລາວຊຸກຍູ້ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງຈຳປາສັກ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແນະນຳໃຫ້ແຂວງຈຳປາສັກແລະ ແຂວງພາກໃຕ້ອື່ນໆ ກ້າວຂ້າມອຸປະສັກ ແລະ ສິ່ງທ້າທາຍຂອງການດຳເນີນທຸລະກິດເພື່ອເພີ່ມໂອກາດໃນການດຶງດູດການລົງທຶນ.ໃນກອງປະຊຸມໄດ້ຫາລືນະໂຍບາຍ ໃນການສ້າງສະພາບແວດລ້ອມເພື່ອດຶງດູດນັກລົງທຶນໃນລາວ. ການເຮັດທຸລະກິດໃນລາວຍັງຄົງເປັນບັນຫາສຳລັບນັກລົງທຶນຈຳນວນໜຶ່ງ ແລະ ອຸປະສັກທີ່ຕ້ອງຜ່ານຜ່າກໍຄືການສົ່ງເສີມການລົງທຶນໃນທຸກຂະແໜງການ.ອ່ານຕໍ່ ...
ໂຕະຂ່າວ
ທຸລະກິດຮ່ວມຜະສົມລາວ-ຈີນ ຈະລົງທຶນ US$90 ລ້ານໂດລາໃນການສະໜອງຜະລິດຕະພັນເຄມີ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດຮ່ວມທຶນຂາອອກ-ຂາເຂົ້າເຄມີລາວ ມີແຜນລົງທຶນຈຳນວນ US$90 ລ້ານໂດລາໃນໄລຍະຫ້າປີ ເພື່ອສະໜອງຜະລິດຕະພັນເຄມີສຳລັບຂະແໜງການຕ່າງໆໃນລາວ.ບໍລິສັດໃໝ່ດັ່ງກ່າວຈັດແບ່ງການດຳເນີນທຸລະກິດເປັນສາມຂັ້ນ ແລະ ໄດ້ເລີ່ມດຳເນີນງານມີແຕ່ປີກາຍນີ້. ບໍລິສັດດັ່ງກ່າວຕັ້ງຢູ່ບ້ານໂຊກນ້ອຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ການປະເມີນຜົນໂຄງການລົງທຶນກ່ອນການດຳເນີນການແມ່ນມີຄວາມຈຳເປັນສຳລັບລາວ: ນາຍົກ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຊຸກຍູ້ໃຫ້ກະຊວງແຜນການ ແລະ ການລົງທຶນ ຮ່ວມມືກັບອຳນາດການປົກຄອງຂັ້ນແຂວງໃນການສ້າງຄວາມກະຈ່າງແຈ້ງ ແລະ ທຳການປະເມີນຜົນກ່ອນການດຳເນີນໂຄງການພັດທະນາ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມຍືນຍົງຂອງໂຄງການ.ທ່ານນາຍົກ ຍັງໄດ້ແນະນຳເຈົ້າໜ້າທີ່ກະຊວງໃນການລົງຕິດຕາມການດຳເນີນໂຄງການຢ່າງໃກ້ຊິດຕິດແທດ ແທນທີ່ການລໍຖ້າແຕ່ບົດລາຍງານຈາກອຳນາດການປົກຄອງທ້ອງຖິ່ນ.ອ່ານຕໍ່ ...
ໂຕະຂ່າວ