News
ໂຮງແຮມເມີຄຽວວຽງຈັນແຈ້ງປິດກິດຈະການໃນວັນທີ 1 ມິນານີ້
ເຄືອຂ່າຍໂຮງແຮມເມີຄຽວໄດ້ອອກແຈ້ງການກ່ຽວກັບການປິດກິດຈະການໃນນະຄອນຫຼວງວຽງຈັນນັບແຕ່ວັນທີ 1 ມີນາເປັນຕົ້ນໄປ.ໂຮງແຮມເມີຄຽວຈະສືບຕໍ່ໃຫ້ບໍລິການໄປຈົນເຖິງວັນທີ 28 ກຸມພາ ກ່ອນທີ່ຈະປິດກິດຈະການໃນວັນທີ 1 ມີນານີ້ ຕາມຈົດໝາຍແຈ້ງການຂອງຜູ້ຈັດການໃຫຍ່ ຄຣິສໂຕເຟີ ເຢວ ລົງວັນທີ 26 ທັນວາ 2018. ຕະຫຼາດການໂຮງແຮມ ແລະ ທີ່ພັກອາໄສທີ່ມີການແຂ່ງຂັນສູງຂຶ້ນ ລວມທັງການເປີດກິດຈະການຂອງໂຮງແຮມລາຍໃຫຍ່ກວ່າຄື Crowne Plaza ແມ່ນເປັນປັດໄຈທີ່ບໍ່ສາມາດຫຼີກລ່ຽງໄດ້ ທີ່ສົ່ງຜົນຕໍ່ທຸລະກິດຂອງສາຂາໂຮງແຮມ ເມິຄຽວ ວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງເຄືອຂ່າຍ Accor group.ອ່ານຕໍ່ ...
The Laotian Times
ລາວຄາດໝາຍການລົງທຶນເອກະຊົນ 23,086 ຕື້ກີບໃນປີນີ້
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຄາດໝາຍການລົງທຶນຂອງຂະແໜງເອກະຊົນພາຍໃນ ແລະ ຕ່າງປະເທດ ຈະມີສູງເຖິງ 23,086 ຕື້ກີບໃນປີ 2019, ຄິດເປັນ 52.06% ຂອງການລົງທຶນທັງໝົດ ຫຼື 13.95% ຂອງລວມຍອດຜະລິດຕະພັນພາຍໃນ.ອ່ານຕໍ່ ...
ໂຕະຂ່າວ
ບອກລາ 'ເອັມພອຍ'? ສະບາຍດີ 'ມິນິບິກຊີ'! ກິດຈະການຮ້ານສະດວກຊື້ຊັ້ນນຳຂອງລາວມີການປ່ຽນໂສມ
ກິດຈະການຮ້ານສະດວກຊື້ຊັ້ນນຳຂອງລາວຈະມີການປ່ຽນໂສມ ເຊິ່ງພະນັກງານຮ້ານສາຂາໂພນທັນຢືນຢັນການຮ່ວມທຸລະກິດດ້ວຍການປ່ຽນປ້າຍໃນຊ່ວງຄ່ຳຄືນເປັນ Mini Big C ເຊິ່ງເປີດບໍລິການຕະຫຼອດ 24 ຊົ່ວໂມງ.ເລີ່ມຈາກການເປີດທຸລະກິດໃນເຂດເມືອງເກົ່າວຽງຈັນ ກ່ອນທີ່ຈະມີການຂະຫຍາຍທຸລະກິດໃນຊ່ວງທົດສະວັດທີ່ຜ່ານມາໃນຫຼາຍມູມຖະໜົນຂອງວຽງຈັນ, ເອັມພອຍ ເປັນທີ່ລຶ້ງເຄີຍກັນດີໃນນາມຮ້ານສະດວກຊື້ໃນຕົວເມືອງ.ປະຈຸບັນ ເຄື່ອງໝາຍການຄ້າ ເອັມພອຍ ຈະປ່ຽນໂສມມາເປັນຍີ້ຫໍ້ ບິກຊີ, ເຊິ່ງສາຂາໂພນທັນໄດ້ເລີ່ມຂຶ້ນປ້າຍເປັນ Mini Big C livery ພ້ອມພະນັກງານຂາຍເຕັມເຄື່ອງແບບ.ອ່ານຕໍ່ ...
Laotian Times editors
ບໍລິສັດກະລິກຳລ້ຽງສັດລົງນາມຂໍ້ຕົກລົງກ່ຽວກັບການຂະຫຍາຍພື້ນທີ່ໃນແຂວງຊຽງຂວາງ
ບໍລິສັດ ລາວ-ຈາໂກ ພັດທະນາຊຽງຂວາງ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບລັດຖະບານ ໃນການຂະຫຍາຍການລົງທຶນໃນການປູກຫຍ້າລ້ຽງສັດ, ການລ້ຽງງົວຄວາຍ, ໂຮງຂ້າສັດ ແລະ ການຜະລິດນົມ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ມີການໃຫ້ສຳປະທານທີ່ດິນລວມ 3,552 ເຮັກຕາ ແກ່ບໍລິສັດໃນເມືອງແປກ, ເມືອງຜາໄຊ ແລະ ເມືອງພູກູດ ແຂວງຊຽງຂວາງ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການຫາລືເພື່ອສົ່ງເສີມສະພາບແວດລ້ອມການລົງທຶນແບບຍີ່ປຸ່ນໃນລາວ
ຕາງໜ້າຈາກສອງປະເທດ ລາວ ແລະ ຍີ່ປຸ່ນ ຮ່ວມຫາລືກັນວານນີ້ກ່ຽວກັບບັນດາຂໍ້ບັນຫາທີ່ສຳຄັນໃນການປັບປຸງສະພາບແວດລ້ອມການລົງທຶນໃນລາວ. ຈຸດປະສົງຂອງກອງປະຊຸມສົນທະນາຮ່ວມລາວ-ຍີ່ປຸ່ນຂອງພາກລັດ ແລະ ເອກະຊົນຄັ້ງທີ່ 12 ທີ່ວຽງຈັນນີ້ແມ່ນເພື່ອຄົ້ນຄວ້າວິທີການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນກັບນັກທຸລະກິດ ແລະ ນັກລົງທຶນຍີ່ປຸ່ນໃນລາວ ແລະ ເພື່ອປັບປຸງການບໍລິການ ແລະ ການອຳນວຍຄວາມສະດວກໃນການດຳເນີນໂຄງການ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການຄ້າສອງຝ່າຍ ລາວ-ເກົາຫຼີໃຕ້ ທະລຸ 120 ລ້ານໂດລາສະຫະລັດ
(ຂປລ) ການຄ້າສອງຝ່າຍລະຫວ່າງສາທາລະນະລັດເກົາຫຼີ ແລະ ລາວໃນປີ 2017 ທະລຸ 120 ລ້ານໂດລາສະຫະລັດ, ຕາມການລາຍງານຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ.ອ່ານຕໍ່ ...
ຂປລ
ງານປະຊຸມໂປອາວ ວາງສະແດງກ່ຽວກັບການພັດທະນາແຫ່ງຊາດ ແລະ ໂອກາດໃນການລົງທຶນ
ການພັດທະນາ ແລະ ໂອກາດໃນການລົງທຶນໃນລາວ ແລະ ພາກພື້ນ ລວມເຖິງທ່າແຮງທີ່ໜ້າສົນໃຈຂອງລາວ ໄດ້ຮັບການວາງສະແດງໃນງານປະຊຸມໂປອາວ (Boao Forum) ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 28-29 ກັນຍານີ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ສະຖານທູດອິນໂດເນເຊຍສົ່ງເສີມການລົງທຶນຂອງອິນໂດເນເຊຍໃນລາວ
ຈາກາຕາ (ສຳນັກຂ່າວອັນທາຣາ) – ສະຖານທູດອິນໂດເນເຊຍທີ່ວຽງຈັນ ໄດ້ຈັດກອງປະຊຸມສົນທະນາກ່ຽວກັບການລົງທຶນ ເພື່ອສົ່ງເສີມໃຫ້ນັກທຸລະກິດອິນໂດເນເຊຍເຂົ້າມາລົງທຶນໃນລາວ ຕາມການລາຍງານຂອງສະຖານທູດຕໍ່ສຳນັກຂ່າວອັນທາຣາໃນວັນອັງຄານນີ້.ອ່ານຕໍ່ ...
ຢຸນີ ອາຣີຊັນດີ
ຫວຽດນາມຈະດຳເນີນໂຄງການຂຸດຄົ້ນບໍ່ແຮ່ທີ່ໃຫຍ່ທີ່ສຸດໃນລາວ
ວຽງຈັນ — ໃນວັນອັງຄານນີ້ ລັດຖະບານລາວ ແລະ ກຸ່ມບໍລິສັດຫວຽດພວງ (VPG) ຫວຽດນາມໄດ້ເຊັນສັນຍາສຳປະທານການຂຸດຄົ້ນ ແລະ ປຸງແຕ່ງແຮ່ອາລູມິນຽມ ແລະ ການສ້າງຕັ້ງໂຮງງານຜະລິດອາລູມິນຽມທີ່ແຂວງເຊກອງ ປະເທດລາວ.ໂຄງການດັ່ງກ່າວມີມູນຄ່າການລົງທຶນກປະມານ 650 ລ້ານໂດລາສະຫະລັດ ເຊິ່ງເປັນໂຄງການລົງທຶນທີ່ໃຫຍ່ທີ່ສຸດຂອງຫວຽດນາມໃນຂະແໜງການຂຸດຄົ້ນບໍ່ແຮ່ຂອງລາວ.ອ່ານຕໍ່ ...
ວີເອັນເອັສ໌
IFC ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປັບປຸງບັນຍາການການລົງທຶນ, ການສົ່ງເສີມການຂະຫຍາຍຕົວແບບຍືນຍົງ ແລະ ທົ່ວເຖິງ
(ຂປລ) ອົງການ IFC, ສະມາຊິກກຸ່ມທະນາຄານໂລກ ເລັ່ງມືໃນການສະໜັບສະໜູນລັດຖະບານລາວເພື່ອປັບປຸງບັນຍາກາດການລົງທຶນ ແລະ ການເຮັດທຸລະກິດໃນລາວ. ສະພາບແວດລ້ອມການລົງທຶນທີ່ໂປ່ງໃສ ແລະ ສາມາດເຊື່ອຖືໄດ້ຈະຊ່ວຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ສ້າງວຽກເຮັດງານທຳ ແລະ ສົ່ງເສີມການຂະຫຍາຍຕົວແບບທົ່ວເຖິງ.ອ່ານຕໍ່ ...
KPL