News
ກອງປະຊຸມການຮ່ວມມືທຸລະກິດໄທ-ລາວຈະສ້າງມູນຄ່າທາງການຄ້າ 62 ລ້ານໂດລາ
ບາງກອກ, 8 ກັນຍາ 2018 – ກອງປະຊຸມຮ່ວມມືທຸລະກິດໄທ-ລາວຄັ້ງຫຼ້າສຸດຈະສ້າງມູນຄ່າການຮ່ວມມືທາງການຄ້າ 62 ລ້ານບາດ ອີງຕາມການລາຍງານຂອງກະຊວງພານິດ (ໄທ). ໃນນັ້ນ ຂະແໜງທີ່ພົ້ນເດັ່ນລວມມີ ທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ, ການສຶກສາ, ແລະ ການກໍ່ສ້າງ.ອ່ານຕໍ່ ...
ເອັນເອັນທີ
ເອເອັນແຊັດລາວຈັດເວທີສຳມະນາກ່ຽວກັບອາຫານ, ເຄື່ອງດື່ມ ແລະ ການກະເສດ
ການປັບປຸງດ້ານການຂົນສົ່ງ ແລະ ການຂົນສົ່ງສິນຄ້າພາຍໃນ-ລະຫວ່າງຊາຍແດນ ບວກກັບຄວາມຮຽກຮ້ອງຕ້ອງການອັນກວ້າງຂວາງ ແລະ ເລິກເຊິ່ງຕໍ່ຜັກ ແລະ ໝາກໄມ້ສົດທີ່ສະອາດໃນປະເທດເພື່ອບ້ານຄືຈີນ ແລະ ລະຫວ່າງປະເທດທີ່ກຳລັງຂະຫຍາຍຕົວໃນອາຊີ ຈະສ້າງໂອກາດໃນການລົງທຶນທີ່ດີສຳລັບລາວ ຕາມຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ.ອ່ານຕໍ່ ...
ເດິລາວທຽນທາມສ໌
ບໍລິສັດຈາກຍີ່ປຸ່ນ ເຂົ້າມາເປີດໂຮງງານຜະລິດຕຸກກະຕາແຫ່ງທໍາອິດໃນລາວ
ບໍລິສັດ ເອບັອກ ທອຍສ໌ ( ລາວ ) ຈໍາກັດ ຜະລິດຕຸກກະຕາທີ່ມີຊື່ສຽງຂອງໂລກ ພາຍໃຕ້ຍີ່ຫໍ້ ຊິລວະນຽນ ຟາມີລີ (Sylvanian families) ທີ່ມີຈໍາໜ່າຍຫຼາຍກວ່າ 60 ປະເທດໃນທົ່ວໂລກໄດ້ເປີດໂຕໂຮງງານຢູ່ລາວ.ອ່ານຕໍ່ ...
ລາວອີໂຄໂນມິກເດລີ
ຂະແໜງການທີ່ບໍ່ແມ່ນຊັບພະຍາກອນຂອງລາວມີການຂະຫຍາຍຕົວ: ຕາມລາຍງານ
ວຽງຈັນ, 28 ມິຖຸນາ 2018 (ຊິນຫົວ) — ລາວເລີ່ມເຫັນການປັບປຸງໃນການສົ່ງອອກທີ່ບໍ່ແມ່ນຊັບພະຍາກອນ ຈາກການຫຼຸດລົງຂອງຜົນໄດ້ຮັບການຂຸດຄົ້ນບໍ່ແຮ່ ແລະ ນະໂຍບາຍຂອງລັດຖະບານໃນການສົ່ງເສີມການພັດທະນາໃນຂະແໜງການຜະລິດ, ຕາມການລາຍງານຂອງສຳນັກຂ່າວວຽງຈັນທາມສ໌ ທີ່ອ້າງອີງຈາກບົດລາຍງານຂອງທະນາຄານໂລກ.ອ່ານຕໍ່ ...
ວຽງຈັນທາມສ໌
ໂຄງການຣີສອດລາວຄົບວົງຈອນ ຫຼັກ 62 ຈະປ່ຽນໃບໜ້າໃໝ່ໃຫ້ແກ່ແຫຼ່ງທ່ອງທ່ຽວໃນລາວ
ພາຍຫຼັງທີ່ ບໍລິສັດທີ່ປຶກສາໄຂ່ມຸກຕາເວັນອອກ ຈຳກັດ ໄດ້ບັນລຸຂໍ້ຕົກລົງກັບລັດຖະບານລາວໃນການເຂົ້າໄປສຶກສາຄວາມເປັນໄປໄດ້ໃນການສ້າງຣີສອດລາວແບບຄົບວົງຈອນ ໃນມູນຄ່າ 3 ຕື້ໂດລາສະຫະລັດ, ໂດຍລັດຖະບານລາວຖືຮຸ້ນ 20% ເຊິ່ງເປົ້າໝາຍນອກຈາກການໃຫ້ຄວາມບັນເທີງແລ້ວ ສິ່ງສຳຄັນກໍ່ຄືຕ້ອງການພັດທະນາໃຫ້ສາມາດແຂ່ງຂັນກັບຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຕື່ມອີກ.ອ່ານຕໍ່ ...
ລາວອີໂຄໂນມິກເດລີ
ບໍລິສັດເອັມເອັມຈີຕົກລົງຂາຍຫຸ້ນລ້ານຊ້າງມິນເນີໂຣ ເຊໂປນ
(ຂປລ) ໃນວັນທີ 21 ມິຖຸນາ ບໍລິສັດເອັມເອັມຈີຈຳກັດ (MMG) ໄດ້ຕົກລົງຂາຍຫຸ້ນ 90% ຂອງບໍລິສັດລ້ານຊ້າງມິນເນີໂຣ (LXML) ເຈົ້າຂອງບໍ່ຄຳເຊໂປນ ສປປ ລາວ ໃຫ້ແກ່ບໍລິສັດຂຸດຄົ້ນບໍ່ຄຳ ຊີເຟັງ ຈີຫຼົງ (ຊີເຟັງ) ຈຳກັດ ໃນມູນຄ່າ 275 ລ້ານໂດລາສະຫະລັດ.ອ່ານຕໍ່ ...
ຂປລ
ການລົງທຶນໃນລາວຄືບໜ້າດີສົມຄວນ
ຮ່າໂນ້ຍ (ວີເອັນເອ) ການລົງທຶນໃນລາວມີຄວາມຄືບໜ້າພໍສົມຄວນ ໃນລະຫວ່າງເດືອນມັງກອນຫາເດືອນມິຖຸນາ ມີການຈົດທະບຽນທຸລະກິດແລ້ວ 4,118 ທຸລະກິດ ຕາມການງາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັະຖະມົນຕີລາວ.ອ່ານຕໍ່ ...
ບັນນາທິການວີເອັນເອ
