News
ອາເມລິກາ ລົງນາມໃນຂໍ້ຕົກລົງຊ່ວຍເຫຼືອລາວ ຕ້ານການຕັດໄມ້ຜິດກົດໝາຍໃນປ່າສະຫງວນ
ແຕ່ບາງຄົນເວົ້າວ່າ ການສະໜອງທີ່ດິນປູກຝັງໃຫ້ແກ່ຄອບຄົວທຸກຍາກຢູ່ອ້ອມປ່າໄມ້ເປັນວິທີທີ່ດີກວ່າ.ພະນັກງານສະຖານທູດອາເມລິກາ ປະຈໍາລາວ ເວົ້າວ່າ ສະຫະລັດອາເມລິກາໄດ້ຕົກລົງ ສະໜັບສະໜູນເງິນທຶນ ແລະ ອຸປະກອນ ແກ່ລາວ ເພື່ອຊ່ວຍຕ້ານການລັກລອບຕັດໄມ້ຜິດກົດໝາຍໃນເຂດປ່າສະຫງວນແຫ່ງຊາດ. ຈຸດປະສົງແມ່ນເພື່ອສຸມໃສ່ການປົກປັກຮັກສາປ່າສະຫງວນຢູ່ໃນແຂວງຈໍາປາສັກພາກໃຕ້ຂອງລາວເປັນສ່ວນໃຫຍ່. ອ່ານເພິ່ມເຕີມ ...
RFA lao
(English) South Korean Company Authorized to Build Multi-Billion Dollar Resort
ທາງການລາວ ໄດ້ລົງນາມ ໃນຂໍ້ຕົກລົງ ກັບ ບໍຣິສັດ ເກົາຫລີໃຕ້ ໃຫ້ສໍາປະທານ ທີ່ດິນ 1,200 ເຮັກຕາ ເພື່ອສ້າງຣີສອດ ມູນຄ່າ 2,9 ຕື້ໂດລາ. ຮັກສາການຫົວໜ້າກົມຂົນສົ່ງ, ທ່ານ ພັນໂທ ທອງສຸກ ເຢືອງລາວລີ ພ້ອມດ້ວຍຄະນະ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການລົງນາມໂຄງການກໍ່ສ້າງ ຣີສອດລາວ ທີ່ຕັ້ງຢູ່ເຂດກມ 62 ເມືອງໂພນໂຮງ ແຂວງວຽງຈັນ. ສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວໃນເດືອນກຸມພາ 2016, ໂດຍໃຫ້ສອງປະເທດເລີ່ມຄົ້ນຄວ້າຄວາມເປັນໄປໄດ້. ພວກເຂົາເຈົ້າຍັງໄດ້ຂໍອະນຸຍາດຈາກລັດຖະບານເພື່ອນໍາໃຊ້ທີ່ດິນ 500 ເຮັກຕາເພື່ອການພັດທະນາການກໍ່ສ້າງໃນເບື້ອງຕົ້ນ ຊຶ່ງເປັນສ່ວນຫນຶ່ງຂອງການສຶກສາຄວາມເປັນໄປໄດ້. ອ່ານເພິ່ມເຕີມ ...
ພອນທຳ ວິຊັບພະ
ລັດຖະບານລາວອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສຳຫຼວດທີ່ດິນ
ແຈ້ງການຈາກກະຊວງລະບຸວ່າ ຂໍ້ຕົກລົງດັ່ງກ່າວແມ່ນຈະນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ດຳເນີນທຸລະກິດຢູ່ລາວໂດຍຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ-ລາວ.ພົນລະເມືອງລາວສາມາດດຳເນີນທຸລະກິດສິດນຳໃຊ້ທີ່ດິນ, ບໍລິການສຳຫຼວດທີ່ດິນ, ປະເມີນລາຄາທີ່ດິນ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງກັບທີ່ດິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.ໃນຂະນະທີ່ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ແລະ ຄົນຕ່າງປະເທດທີ່ມີສັນຊາດລາວ ທີ່ໄດ້ຮັບໃບອະນຸຍາດທີ່ຈໍາເປັນ, ສາມາດດໍາເນີນທຸລະກິດທີ່ກ່ຽວຂ້ອງກັບການສຳຫຼວດ, ວັດແທກ ແລະ ການບໍລິການປະເມີນທີ່ດິນ.ອ່ານເພິ່ມເຕີີມ ...
ມະນີພອນ ວົງພະຈັນ
ສປປ ລາວ ຕໍ່ກັບການຈຳກັດການພັດທະນາພື້ນທີ່ດິນກະສິກຳ
ປະຈຸບັນປະເທດລາວມີເນື້ອທີ່ກະສິກຳ 4,5 ລ້ານເຮັກຕາ, ເນື້ອທີ່ປູກຝັງ 2 ລ້ານເຮັກຕາ, ສ່ວນທີ່ເຫຼືອແມ່ນປູກພືດ ແລະ ລ້ຽງສັດ. ກະຊວງທີ່ຮັບຜິດຊອບພວມຜັນຂະຫຍາຍບັນດາໂຄງການຈັດສັນທີ່ດິນ ແລະ ແບ່ງເຂດປ່າສະຫງວນ ເພື່ອຕອບສະໜອງການລົງທຶນຂະໜາດນ້ອຍ, ກາງ ແລະ ຂະໜາດໃຫຍ່ ເພື່ອຈັດບຸລິມະສິດໃຫ້ແກ່ການຜະລິດທັນຍາຫານຕາມທ້ອງຕະຫຼາດ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ລາວຈະມີລາຍຮັບດ້ານການຂຸດຄົ້ນແຮ່ທາດ ຈຳນວນ 463 ລ້ານໂດລາສະຫະລັດໃນໄຕມາດທີ 4
ປັດຈຸບັນ, ສປປ ລາວ ມີບໍລິສັດຂຸດຄົ້ນບໍ່ແຮ່ 124 ບໍລິສັດ ດໍາເນີນໂຄງການ 209 ໂຄງການ ລວມທັງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ປະຈຸບັນມີ 14 ບໍລິສັດກໍ່ສ້າງສິ່ງອໍານວຍຄວາມສະດວກໃໝ່. ແຕ່ປີ 2021-2025, ລາວຄາດວ່າຈະຜະລິດຜະລິດຕະພັນບໍ່ແຮ່ໃນມູນຄ່າ 7,832 ຕື້ USD, ເພີ່ມຂຶ້ນ 4% ເມື່ອທຽບໃສ່ 5 ປີກ່ອນ. ປະຈຸບັນນີ້, ວຽກງານຂຸດຄົ້ນບໍ່ແຮ່ໄດ້ຂຸດຄົ້ນທອງຄໍາ, ທອງແດງ, ສັງກະສີ, ໂພແທດຊຽມ, ຫີນປູນ ເຫຼົ່ານີ້ເປັນຕົ້ນ. ໂຄງການຂຸດຄົ້ນແຮ່ທາດ ແລະ ແຮ່ທາດໃນລາວ ກວມເອົາເນື້ອທີ່ 7 ລ້ານກວ່າເຮັກຕາໃນທົ່ວປະເທດ ຫຼື ຫຼາຍກວ່າ 30 ເປີເຊັນຂອງເນື້ອທີ່ທັງໝົດ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ນັກລົງທຶນຈີນ ສະເໜີແຜນພັດທະນາສາມລ່ຽມ ລາວ-ຫວຽດນາມ-ຈີນ
ອຳນາດການປົກຄອງແຂວງຜົ້ງສາລີໄດ້ຮັບຮອງເອົາການສຶກສາຄວາມເປັນໄປໄດ້ສຳລັບການພັດທະນາ ແລະ ສ້າງເຂດເສດຖະກິດພິເສດແຫ່ງໃໝ່ຕາມແລວຊາຍແດນລາວ, ຈີນ ແລະ ຫວຽດນາມ. ບໍລິສັດຈີນຈະລົງສຳຫຼວດເນື້ອທີ່ດິນທັງໝົດ 250 ກິໂລຕາແມັດລວມທັງ 100 ກິໂລຕາແມັດຢູ່ສຖານທີ່ທ່ອງທ່ຽວແລະບໍລິການ ແລະ 150 ກິໂລຕາແມັດຂອງເນື້ອທີ່ເຂດກະສິກຳ ແລະ ອຸດສາຫະກຳ. ບໍລິສັດຈະອອກແບບການສ້າງຫົນທາງເຊື່ອມຕໍ່ຈາກບ້ານອູນູຫາຊາຍແດນສາມລ່ຽມພັດທະນາແຫ່ງໃໝ່ ແລະ ຈະມີການລົງສຳຫຼວດການນຳໃຊ້ທີ່ດິນໃນແຫ່ງດັ່ງກ່າວ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານກ່ຽວກັບການສຳປະທານທີ່ດິນ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນອັງຄານນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ ກ່ຽວກັບການກວດກາການເຊົ່າ ແລະ ສຳປະທານທີ່ດິນ ສຳລັບນັກພັດທະນາ.ພາຍຫຼັງຮັບຟັງການນຳສະເໜີບົດລາຍງານ, ສະມາຊິກສະພາໄດ້ມີການແລກປ່ຽນຄຳເຫັນກ່ຽວກັບຫົວຂໍ້ດັ່ງກ່າວ ເຊິ່ງບາງທ່ານກໍໃຫ້ຄຳເຫັນວ່າ ຄວນມີການກຳນົດມາດຕະການທີ່ຈະແຈ້ງ ໃນການລົງໂທດຜູ້ທີ່ລະເມີດຕໍ່ສັນຍາຕາມລະບຽບກົດໝາຍ.ອ່ານຕໍ່ ...
ໂຕະຂ່າວ
ເຈົ້າໜ້າທີ່ແຂວງ ຕ້ອງການຍົກເລີກສັນຍາສຳປະທານສຳລັບບໍລິສັດຖ່ານຫີນຈີນ

ເຈົ້າໜ້າທີ່ແຂວງຫົວພັນ ກ່າວວ່າຕ້ອງການຍົກເລີກການສັນຍາການສຳຫຼວດຂອງບໍລິສັດຖ່ານຫີນຈີນ ຫຼັງຈາກພົບວ່າການດຳເນີນການຂອງບໍລິສັດໄດ້ສ້າງຄວາມລຳບາກໃຫ້ແກ່ຊາວບ້ານ ເຊິ່ງຍັງບໍ່ໄດ້ຮັບການຊົດເຊີຍໃດໆ.ຈາກການລາຍງານ ບໍລິສັດດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ນາແປດເຮັກຕາ, ແລະຍັງເຮັດໃຫ້ດິນເຈື່ອນ ເນື່ອງຈາກການຂຸດຄອງເໝືອງເພື່ອການສຳຫຼວດ.ເຈົ້າໜ້າທີ່ພະແນກພະລັງງານ ແລະ ບໍ່ແຮ່ໄດ້ກ່າວຕໍ່ໜ່ວຍຂ່າວວິທະຍຸເສລີອາຊີລາວວ່າ ການສຳປະທານດັ່ງກ່າວຄວນໄດ້ຮັບການຍົກເລີກ ເນື່ອງຈາກເຫດຜົນທາງສະພາບແວດລ້ອມ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-chinese-coal-survey-10022019170509.html
ປະຊາຊົນຊາວນະຄອນຫຼວງວຽງຈັນຂັດຂ້ອງຕໍ່ການຈ່າຍຄ່່າຊົດເຊີຍຕໍ່ການສູນເສຍທີ່ດິນຍ້ອນໂຄງການທາງດ່ວນທີ່ຕ່ຳກວ່າຕະຫຼາດ
ຊາວບ້ານຈາກ 18 ບ້ານໃນສອງເມືອງໃນນະຄອນຫຼວງວຽງຈັນ ປະຕິເສດທີ່ຈະຮັບຄ່າຊົດເຊີຍການສູນເສຍທີ່ດິນຈາກລັດເນື່ອງຈາກໂຄງການກໍ່ສ້າງທາງດ່ວນ, ໂດຍກ່າວວ່າເງິນຈຳນວນດັ່ງກ່າວແມ່ນຕ່ຳກວ່າມູນຄ່າຕະຫຼາດຫຼາຍ.ເຈົ້າໜ້າທີ່ໄດ້ສະເໜີເງິນຄ່າຊົດເຊີຍໃນອັດຕາ US$ 9-12 ໂດລາຕໍ່ຕາແມັດສຳລັບພື້ນທີ່ດິນທັງໝົດ 242 ເຮັກຕາ (600 ເອເຄີ), ຕາມການລາຍງານຂອງຊາວບ້ານບ້ານໄຊ ເມືອງໄຊທານີ ຕໍ່ໜ່ວຍຂ່າວ RFA ລາວໃນວັນອັງຄານຜ່ານມາ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-capital-villagers-balk-08142019151459.html
ສະພາແຫ່ງຊາດກັງວົນຕໍ່ການສູນເສຍທີ່ດິນຂອງລັດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະພາແຫ່ງຊາດສະໜັບສະໜູນການແກ້ໄຂກົດໝາຍວ້າດ້ວຍທີ່ດິນ ແຕ່ກໍສະແດງຄວາມກັງວົນຕໍ່ການສູນເສຍທີ່ດິນຂອງລັດ ແລະ ການຫັນປ່ຽນທີ່ດິນທຳການຜະລິດເປັນທີ່ດິນປະເພດອື່ນ.ໃນການຫາລືຢູ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະມາຊິກສະພາຈຳນວນໜຶ່ງ ໄດ້ຖົກຖຽງກ່ຽວກັບທີ່ດິນຫຼາຍຕອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ໄດ້ຖືກໂອນໃຫ້ເປັນກຳມະສິດຂອງບຸກຄົນ. ບັນຫານີ້ອາດສົ່ງຜົນຕໍ່ການພັດທະນາໄລຍະຍາວ ເມື່ອລັດຖະບານຕ້ອງການນຳໃຊ້ທີ່ດິນໃນການຂະຫຍາຍພື້ນຖານໂຄງລ່າງ ແລະ ພື້ນທີ່ສາທະລະນະ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/vietnams-national-assembly-voices-concerns-over-loss-state-lands-98976