News

ການກວດສອບຂອງສະພາແຫ່ງຊາດພົບເອກະສານໃບຕາດິນຊ້ຳຊ້ອນກວ່າ 150 ສະບັບ

ວຽງຈັນ (ວຽງຈັນທາມສ໌/ANN) – ໃບຕາດິນຈຳນວນ 153 ສະບັບພົບວ່າມີການອອກຊ້ຳຊ້ອນ ຈາກການກວດສອບຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ເຈົ້າໜ້າທີ່ການນຳໃນການອອກກົດໝາຍກ່າວຢືນຢັນ.ເຈົ້າຂອງທີ່ດິນໄດ້ພະຍາຍາມນຳໃຊ້ເອກະສານໃບຕາດິນຊ້ຳຊ້ອນເພື່ອຄ້ຳປະກັນເງິນກູ້ຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ, ສົ່ງຜົນໃຫ້ເກີດຂໍ້ຂັດແຍ່ງທີ່ຮຸນແຮງກ່ຽວກັບທີ່ດິນໃນທົ່ວປະເທດ.ສະມາຊິກສະພາແຫ່ງຊາດໄດ້ຫາລືບັນຫາດັ່ງກ່າວວານນີ້, ທັງມີການຕຳນິອຳນາດການປົກຄອງທີ່ມີສ່ວນໃນຂະບວນການອອກໃບຕາດິນຊ້ຳຊ້ອນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/na-inspection-unearths-over-150-duplicate-land-titles-98244

ເຈົ້າໜ້າທີ່ລາວອະນຸຍາດໃຫ້ບໍລິສັດຈີນປູກຝັງໃນທີ່ດິນທີ່ຈັດສັນສຳລັບຜູ້ປະສົບໄພເຂື່ອນແຕກ

ບໍລິສັດຈີນຈະເຮັດສວນກ້ວຍໃນພື້ນທີ່ຈັດສັນຂອງລັດຖະບານເພື່ອຊົດເຊີຍໃຫ້ແກ່ຜູ້ປະສົບໄພເຂື່ອນແຕກໃນປີ 2018 ທີ່ຖືໄດ້ວ່າເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດຂອງປະເທດ ໃນຮອບຫຼາຍທົດສະວັດ, ຕາມຂ່າວຈາກໜ່ວຍຂ່າວ RFA ລາວ.ໄພພິບັດດັ່ງກ່າວ ເກີດຂື້ນໃນເດືອນກໍລະກົດປີກາຍນີ້ ເນື່ອງຈາກສັນເຂື່ອນຂອງໂຄງການພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຫຼັງຈາກມີຝົນຕົກໜັກ ເຮັດໃຫ້ນ້ຳໄຫຼຖ້ວມ 12 ບ້ານ ແລະ ຂ້າຊີວິດຊາວບ້ານຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປືທາງພາກໃຕ້ຂອງລາວ ແລະ ມີຜູ້ສູນຫາຍອີກບາງຈຳນວນ.ພື້ນທີ່ດິນຈຳນວນ 2,000 ເຮັກຕາທີ່ຕັ້ງຢູ່ໃກ້ບ້ານພິນດົງ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບການບຸກເບີກໂດຍລັດຖະບານໃນສາມເດືອນກ່ອນ ເຊິ່ງເຂົ້າໃຈວ່າຈະມອບໃຫ້ແກ່ຜູ້ປະສົບໄພໃຫ້ສາມາດທຳການຜະລິດໃນຊ່ວງລະດູຝົນນີ້,​ ແຕ່ວ່າຫຼ້າສຸດ ອຳນາດການປົກຄອງໄດ້ມີການອະນຸຍາດໃຫ້ນັກລົງທຶນຈີນເຂົ້າມາປູກກ້ວຍ.ອ່ານຕໍ່ ...

RFA’s Lao Service
https://www.rfa.org/english/news/laos/laos-bananas-on-survivor-land-05292019154355.html

ລັດຖະບານງຽບກ່ຽວກັບການເສຍຊີວິດຂອງປະຊາຊົນທີ່ຖືກຈຳຄຸກ ໃນຂະນະທີ່ກຸ່ມສິດທິມະນຸດຮຽກຮ້ອງຄຳຕອບ

ໃນວັນສຸກແລ້ວນີ້ ກຸ່ມສິດທິມະນຸດລາວໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ສືບສວນສອບສວນການເສຍຊີວິດຂອງຜູ້ຕ້ອງຂັງໃນເດືອນແລ້ວນີ້ ເຊິ່ງແມ່ນຊາວບ້ານທີ່ຖືກກັກຕົວມາແຕ່ປີ 2011 ໃນຄະດີການປະທ້ວງກ່ຽວກັບທີ່ດິນຢູ່ແຂວງສາລະວັນ.ລັດຖະບານຍັງຄົງບໍ່ສະແດງທ່າທີໃດໆກ່ຽວກັບການຕາຍໃນຄຸກຂອງທ້າວສີ ພົງ ໜຶ່ງໃນສອງນັກໂທດທີ່ຖືກຈຳຄຸກ ຫຼັງຈາກທີ່ຜູ້ຮ່ວມປະທ້ວງຈຳນວນ 23 ຄົນເຊິ່ງຖືກກັກຕົວໃນປີ 2011 ໄດ້ຮັບການປ່ອຍຕົວ.ອ່ານຕໍ່ ...

ທີມຂ່າວ RFA ລາວ
https://www.rfa.org/english/news/laos/villager-death-05242019135013.html?utm_source=Mekong+Eye&utm_campaign=c773796927-EMAIL_CAMPAIGN_2018_01_10_COPY_01&utm_medium=email&utm_term=0_5d4083d243-c773796927-380880549

ເຈົ້າໜ້າທີ່ນະຄອນຫຼວງສັ່ງຢຸດການເຄື່ອນໄຫວກ່ຽວກັບທີ່ດິນໃນພື້ນທີ່ອ້ອມຮອບມະຫາວິທະຍາໄລແຫ່ງຊາດ

ອຳນາດການປົກຄອງນະຄອນຫຼວງໄດ້ສັ່ງຢຸດການຊື້ຂາຍ ແລະ ໂອນຖ່າຍກຳມະສິດທີ່ດິນຢູ່ບ້ານດົງໂດກ ແລະ ພື້ນທີ່ອ້ອມຮອບມະຫາວິທະຍາໄລແຫ່ງຊາດລາວ ຍ້ອນວ່າເປັນພື້ນທີ່ກຳມະສິດຄຸ້ມຄອງ ແລະ ນຳໃຊ້ຕາມກົດໝາຍຂອງລັດ.ທ່ານ ບຸນທຳ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ກ່າວໃນວັນພຸດຜ່ານມານີ້ວ່າ ທາງພະແນກໄດ້ອອກຄຳສັ່ງໃຫ້ຢຸດຕິການເຄື່ອນໄຫວກ່ຽວກັບກຳມະສິດການນຳໃຊ້ທີ່ດິນໃນພື້ນທີ່ດັ່ງກ່າວ ເຊິ່ງລວມທັງພື້ນທີ່ໃນບ້ານຕານມີໄຊ, ນາທົມ, ສະພັງເມິກ, ແລະ ໜອງວຽງຄຳ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສວນກ້ວຍຈີນເຮັດໃຫ້ຊຸມຊົນທ້ອງຖິ່ນບໍ່ມີທີ່ດິນທຳການຜະລິດພຽງພໍ

ການເປີດສຳປະທານທີ່ດິນຂອງລັດຖະບານລາວໃຫ້ແກ່ບໍລິສັດປູກກ້ວຍຂອງຈີນ ເຮັດໃຫ້ປະຊາຊົນທ້ອງຖິ່ນໃນໜຶ່ງເມືອງທາງພາກເໜືອຂອງລາວບໍ່ມີທີ່ດິນພຽງພໍໃນການຜະລິດເພື່ອລ້ຽງປາກລ້ຽງທ້ອງ, ຕາມແຫຼ່ງຂ່າວໃນອາຊີຕາເວັນອອກສຽງໃຕ້.ຊາວບ້ານໃນເມືອງແບງ ແຂວງອຸດົມໄຊ ທາງພາກເໜືອຂອງລາວ ເຄີຍມີທີ່ດິນທຳການຜະລິດທີ່ພຽງພໍຕໍ່ການດຳລົງຊີວິດ, ເຈົ້າໜ້າທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງທີ່ບໍ່ປະສົງອອກນາມ ເປີດເຜີຍຕໍ່ໜ່ວຍຂ່າວວິທະຍຸເສຣິອາຊີ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ລາວ,​ ໄທຫາລືວິທີການປັບປຸງການຄຸ້ມຄອງດ້ານທີ່ດິນ

ຕາງໜ້າລັດຖະບານລາວ ແລະ ໄທປະຊຸມກັນທີ່ວຽງຈັນ ເພື່ອຫາລືກ່ຽວກັບການຄຸ້ມຄອງທີ່ດິນ ແນໃສ່ສ້າງຄວາມເຂັ້ມແຂງດ້ານລະບຽບການ ແລະ ສະກັດກັ້ນການນຳໃຊ້ທີ່ດິນໃນທາງທີ່ບໍ່ຖືກຕ້ອງໃນລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວເປີດຕົວການບໍລິການຈ່າຍຄ່າອາກອນທີ່ດິນຜ່ານທາງ App ມືຖື

(ຂປລ) ກົມຊ່ວຍສາອາກອນໄດ້ເປີດຕົວລະບົບເພື່ອຮັບປະກັນການຈ່າຍອາກອນທີ່ດິນຜ່ານລະບົບອອນໄລຂອງທະນາຄານ ທີ່ສະດວກ ແລະ ວ່ອງໄວ.ອ່ານຕໍ່ ...

ບັນນາທິການ ຂປລ

ສະພາແຫ່ງຊາດເລື່ອນການອະນຸມັດຮ່າງກົດໝາຍທີ່ດິນສະບັບດັດແກ້

ສະພາແຫ່ງຊາດຍັງບໍ່ຜ່ານການອະນຸມັດກົດໝາຍວ່າດ້ວຍທີ່ດິນສະບັບດັດແກ້, ເນື່ອງຈາກເຫັນວ່າຍັງມີຄວາມຈຳເປັນທີ່ຕ້ອງປັບປຸງເພີ່ມເຕີມເພື່ອກແ້ໄຂຂໍ້ຄົງຄ້າງ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ນັກວິເຄາະກ່າວ: ກົດໝາຍທີ່ດິນສະບັບໃໝ່ຂອງລາວອາດຈຳກັດສິດການຄອບຄອງທີ່ດິນຕາມປະເພນີຂອງແມ່ຍິງ

ວຽງຈັນ (ມູນນິທິທອມສັນ ຣອຍເຕີ) – ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ຂອງລາວອາດສົ່ງເສີມຄວາມໂປ່ງໃສໃນການຄຸ້ມຄອງທີ່ດິນ ແລະ ສ້າງຄວາມທັນສະໄໝໃນການຈົດບັນທຶກໃນລາວ, ແຕ່ວ່າມັນອາດຈຳກັດກຳມະສິດຂອງແມ່ຍິງໃນການຄອບຄອງທີ່ດິນ ກໍຄືສິດການຄອບຄອງຕາມປະເພນີຂອງຊາວຊົນນະບົດ ແລະ ຊົນເຜົ່າ, ຕາມການລາຍງານຂອງນັກວິເຄາະ.ຮ່າງກົດໝາຍທີ່ຍຶດເຍື້ອມາດົນນານສະບັບດັ່ງກ່າວ ມີກຳນົດເຂົ້າຜ່ານໃນທີ່ປະຊຸມສະພາແຫ່ງຊາດຂອງລາວໃນເດືອນໜ້າ, ຕາມຂໍ້ມູນຂອງຜູ້ຈັດທຳ ແລະ ນັກວິເຄາະທີ່ໃຫ້ຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ.ອ່ານຕໍ່ ...

ຣີນາ ຊັນດຣັນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

n9zvT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!