News
ງານວາງສະແດງສິນຄ້າລາວທ໊ອບ 3 ເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງການກໍ່ສ້າງ, ການບໍລິການທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທ໊ອບ 3, ເຊິ່ງເປັນງານວາສະແດງສິນຄ້າສາກົນ 3-ໃນ-1 ທີ່ໃຫຍ່ທີ່ສຸດໃນລາວ ກຳລັງຈະກັບມາຈັດສະແດງເປັນຄັ້ງທີສີ່ ເພື່ອສົ່ງເສີມຂະແໜງການກໍ່ສ້າງ ແລະ ພື້ນຖານໂຄງລ່າງ, ແລະ ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ ແລະ ການບໍລິການທ່ອງທ່ຽວ.ງານວາງສະແດງດັ່ງກ່າວຈະຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 11-13 ມິຖຸນາປີໜ້າ, ຕາມການຖະແຫຼງຂ່າວທີ່ວຽງຈັນຫວ່າງໝໍ່ໆມານີ້. ອ່ານຕໍ່ ...
ໂຕະຂ່າວ
ຜະລິດຕະພັນລາວ ຍັງບໍ່ສາມາດສ້າງກະແສນິຍົມຕໍ່ຜູ້ບໍລິໂພກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີການຜະລິດສິນຄ້າຫຼາຍຢ່າງທີ່ເປັນທີ່ຮູ້ກັນດີ, ແຕ່ວ່າຄົນລາວສ່ວນຫຼາຍພັດບໍ່ໃຫ້ຄວາມສົນໃຈໃນການຊື້ຫາສິນຄ້າເຫຼົ່ານີ້ ແລະ ນີຍົມໃຊ້ສິນຄ້ານຳເຂົ້າຫຼາຍກວ່າ. ມັນເປັນເລື່ອງທ້າທາຍໃນການ ເຊີນຊວນໃຫ້ຄົນປ່ຽນແປງພຶດຕິກຳ ເນື່ອງຈາກເຂົາເຈົ້າມີຄວາມຄຸ້ນເຄີຍ ຕໍ່ການເຫັນສິນຄ້ານຳເຂົ້າ ວາງຂາຍຕາມຮ້ານຄ້າ ແລະ ຕະຫຼາດ ແລະບໍ່ບໍ່ຄຸ້ນເຄີຍຕໍ່ການນຳໃຊ້ສິນຄ້າປະເພດດຽວກັນແຕ່ຜະລິດໃນລາວ. ການປ່ຽນແນວຄິດຂອງຜູ້ບໍລິໂພກອາດຕ້ອງໃຊ້ເວລາຍາວນານ.ອ່ານຕໍ່ ...
ໂຕະບັນນາທິການ
ງານວາງສະແດງສິນຄ້າວິທະຍາສາດ ແລະ ເທັກໂນໂລຢີ ລາວ-ຈີນ ສົ່ງເສີມການພັດທະນາອຸດສາຫະກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າ “ສະມາດເທັກໂນໂລຢີ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ” ແມ່ນກຳລັງດຳເນີນຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍໜໍ່ແໜງການພັດທະນາໃນຂະແໜງອຸດສາຫະກຳໃນລາວ.ງານວາງສະແດງສິນຄ້າດັ່ງກ່າວ ແມ່ນຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ແຕ່ວັນທີ 11-16 ຕຸລານີ້ ເຊິ່ງມີບໍລິສັດຈາກລາວ ແລະ ຈີນເຂົ້າຮ່ວມປະມານ 100 ບໍລິສັດ.ອ່ານຕໍ່ ...
ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441
ບໍລິສັດເກົາຫຼີຊອກຫາຊ່ອງທາງການເຊື່ອມຕໍ່ດ້ານການຄ້າໃນລາວ
(ຂປລ) ຕາງໜ້າບໍລິສັດເກົາຫຼີຈັດປະຊຸມກັບຜູ້ປະກອບການລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ກັນຍານີ້ ເພື່ອຫາລືກ່ຽວກັບໂອກາດເພື່ອການຮ່ວມມື ແລະ ການສ້າງເຄືອຂ່າຍທາງທຸລະກິດ. ບໍລິສັດຈາກເກົາຫຼີລວມມີ ບໍລິສັດ ENTRA , ບໍລິສັດອຸດສາຫະກຳ NARAE , ບໍລິສັດ DAEDO TEKRA , ບໍລິສັດ Exolube, ບໍລິສັດ DHC, ບໍລິສັດເຄມີ Sunkyung ແລະ ບໍລິສັດ TAESUNG.ກອງປະຊຸມຂອງຄະນະຜູ້ແທນການຄ້າ Ulju-GUN 2019 ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມລາວພຼາຊາ ນະຄອນຫຼວງວຽງຈັນ ໂດຍອົງການສະໜັບສະໜູນການຄ້າການລົງທຶນເກົາຫຼີ (KOTRA) ແລະ ພະແນກການຄ້າສະຖານທູດສາທາລະນະລັດເກົາຫຼີ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48525
ງານວາງສະແດງທຸລະກິດການທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 27-28 ກັນຍາ 2019

ພາຍຫຼັງການຕອບຮັບທີ່ດີຈາກການຈັດງານຄັ້ງທຳອິດໃນປີຜ່ານມາຢູ່ແຂວງຫຼວງພະບາງ, ງານວາງສະແດງຊ່ອງທາງທຸລະກິດການທ່ອງທ່ຽວແບບຍືນຍົງ (STSE) ຈະຈັດຂຶ້ນໃນອາທິດນີ້ ທີ່ນະຄອນວຽງຈັນ ໃນລະຫວ່າງວັນທີ 27-28 ກັນຍານີ້ ທີ່ໂຮງແຮມຄຼາວພຼາຊາ. ງານ STSE ແມ່ນຕະຫຼາດນັດສຳລັບອຸດສະຫະກຳການທ່ອງທ່ຽວຊັ້ນນຳຂອງພາກພື້ນ ເພື່ອສະເຫຼີມສະຫຼອງ, ຄົ້ນຫາ, ແລະ ວາງສະແດງທ່າອ່ຽງ, ຄວາມຮູ້ ແລະ ເທັກໂນໂລຢີຫຼ້າສຸດ ໃນດ້ານການທ່ອງທ່ຽວແບບຍືນຍົງ ແລະ ການໃຫ້ບໍລິການ.ໃນງານດັ່ງກ່າວຈະມີໜ່ວຍງານວາງສະແດງທັງໝົດ 54 ໜ່ວຍງານຈາກລາວ ແລະ ພາກພື້ນແມ່ນ້ຳຂອງ ເຊິ່ງຈະສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມຂອງຕົນ ໃນໄລຍະການວາງສະແດງສອງວັນ, ເຊິ່ງສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າ. ຫົວໜ່ວຍທຸລະກິດເຫຼົ່ານີ້ ມີຫຼາຍປະເພດທຸລະກິດທີ່ກ່ຽວຂ້ອງກັບຫົວຂໍ້ຂອງງານເຊັ່ນ ເຄື່ອງໃຊ້ໃນໂຮງແຮມທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຄື່ອງຫັດຖະກຳ, ອາຫານປອດສານພິດ, ການລິເລີ່ມ ແລະ ໂຄງການຕ່າງໆ ກໍຄືກິດຈະກຳທົວ ແລະ ທີ່ພັກ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/09/24/second-sustainable-tourism-solutions-expo-to-be-held-on-27-28-september-2019/
ງານວາງສະແດງສິນຄ້າ CAEXPO ຊ່ວຍສົ່ງເສີມຂະແໜງການຄ້າ, ການລົງທຶນ, ການທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າຈີນ-ອາຊຽນ (CAEXPO) ໄດ້ປະກອບສ່ວນຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງອາຊຽນ ແລະ ຈີນ ໃນຕະຫຼອດ 16 ປີ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວໃນວັນເສົາແລ້ວນີ້ ໃນການກ່າວຄຳເຫັນໃນພິທີເປີດງານວາງສະແດງສິນຄ້າຄັ້ງທີ 16 ທີ່ເມືອງໜານໜິງ ປະເທດຈີນ.ງານວາງສະແດງດັ່ງກ່າວຈະຊ່ວຍສົ່ງເສີມການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ອາຊຽນ. ປະຈຸບັນ ຈີນແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດ ທັງເປັນຜູ້ສະໜອງການລົງທຶນໂດຍກົງຈາກຕ່າງປະເທດອັນດັບສາມ ໃນກຸ່ມປະເທດອາຊຽນ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/caexpo-fosters-trade-investment-tourism-understanding-104807
ລາວ, ຈີນຈະຮ່ວມກັນຈັດງານວາງສະແດງເທັກໂນໂລຢີ
ວຽງຈັນ (ວຽງຂຈັນທາມສ໌/ANN) – ງານວາງສະແດງວິທະຍາສາດ ແລະ ເທັກໂນໂລຢີລາວ-ຈີນ ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-16 ຕຸລານີ້ ເພື່ອສ້າງໂອກາດໃຫ້ສອງຊາດ ວາງສະແດງຜົນງານນະວັດຕະກຳຫຼ້າສຸດຕໍ່ມະຫາຊົນ.ງານວາງສະແດງດັ່ງກ່າວຈະໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ເຊິ່ງຈະເປັນເວທີວາງສະແດງຂອງຂະແໜງວິທະຍາສາດ ແລະ ເທັກໂນໂລຢີຂອງສອງຊາດ ພາຍໃຕ້ຫົວຂໍ້ “ການສົ່ງເສີມການນຳໃຊ້ເທັກໂນໂລຢີສະຫຼາດ ເພື່ອບັນລຸເປົ້າໝາຍການຫັນເປັນອຸດສາຫະກຳ ແລະ ທັນສະໃໝ.”ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-china-stage-joint-technology-expo-104461
ລາດຊະອານາຈັກກຳປູເຈຍ ຕົກລົງຊື້ໄຟຟ້າຈາກລາວ 2,400 ເມກາວັດ
ກອງປະຊຸມຂອງຄະນະລັດຖະບານກຳປູເຈຍໃນວັນພຸດນີ້ ໄດ້ຕົກລົງວ່າ ລັດຖະບານກຳປູເຈຍຈະຊື້ໄຟຟ້າ 2,400 ເມກາວັດຈາກລາວ.ລາຍງານດັ່ງກ່າວໄດ້ຮັບການຢັ້ງຢືນຈາກລາຍງານຫຍໍ້ ທີ່ອັບໂຫຼດຂຶ້ນທາງໜ້າເຟສ໌ບຸກ ໂດຍທ່ານໄພ ສີພັນ ໂຄສົກລັດຖະບານກຳປູເຈຍ.ເຊິ່ງມີເນື້ອໃນວ່າ ກຳປູເຈຍຈະຊື້ໄຟຟ້າຈາກສະເພາະຈາກໂຮງງານໄຟຟ້າພະລັງຖ່ານຫີນຂອງລາວສອງແຫ່ງຄື – ບໍລິສັດໄຟຟ້າ ແລະ ບໍ່ແຮ່ TSBP ເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 600 ເມກາວັດ, ແລະ ບໍລິສັດໄຟຟ້າພະລັງຄວາມຮ້ອນເຊກອງ ຈຳກັດ ເຊິ່ງມີກຳລັງການຜະລິດ 1,800 ເມກາວັດ.ອ່ານຕໍ່ ...
Thou Vireak
https://www.phnompenhpost.com/business/kingdom-okays-2400mw-power-purchase-laos
ລາວຂົນຂວາຍແຫຼ່ງທຶນຈາກຫວຽດນາມໃນການກໍ່ສ້າງຕະຫຼາດຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ມີການຂົນຂວາຍທຶນແຫຼ່ງທຶນຈາກບໍລິສັດຫວຽດນາມ ແລະ ກະຊວງການຄ້າ ເພື່ອສ້າງຕະຫຼາດຍຸດທະສາດສາມແຫ່ງໃນເຂດຊາຍແດນຮ່ວມກັບປະເທດຫວຽດນາມທາງພາກເໜືອ, ພາກກາງ, ແລະ ພາກໃຕ້ຂອງລາວ.ແຜນຂໍ້ສະເໜີດັງກ່າວຈະຊ່ວຍສົ່ງເສີມການຄ້າໃນເຂດຊາຍແດນ. ນອກນີ້ຍັງເປັນບາດກ້າວໃນການຂະຫຍາຍມູນຄ່າການຄ້າພາຄີລະຫວ່າງສອງປະເທດໃຫ້ໄດ້ 10 ເຖິງ 15 ເປີເຊັນໃນປີນີ້.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-seeks-border-market-construction-aid-vietnam-102625