News

ລາວຄາດວ່າຈະມີຄວາມຕ້ອງການດ້ານຂັ້ນໄດເລື່ອນ ແລະ ລິບທີ່ເພີ່ມຂຶ້ນ

ມິຊູບິຊິ ອິເລັກທຣິກ ບໍລິສັດເຄື່ອງໃຊ້ໄຟຟ້າຍັກໃຫຍ່ຂອງຍີ່ປຸ່ນໄດ້ເຂົ້າມາຕັ້ງສາຂາໃໝ່ໃນລາວ ທ່າມກາງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ທີ່ເພີ່ມສູງຂຶ້ນສຳລັບຂັ້ນໄດເລື່ອນ ແລະ ລິບ.ບໍລິສັດ MELCO Elevator ລາວ, ເຊິ່ງໄດ້ເລີ່ມເປີດກິດຈະການມາແຕ່ວັນທີ 1 ກໍລະກົດປີນີ້ ຄາດວ່າຈະສາມາດເພີ່ມຍອດຂາຍຂັ້ນໄດເລື່ອນ ແລະ ລິບຂອງບໍລິສັດມິຊູບິຊິ ອິເລັກທຣິກ ກໍຄືສະໜອງການບໍລິການສ້ອມແປງທີ່ມີຄຸນນະພາບສູງ ຕາມຄຳຖະແຫຼງການຂອງບໍລິສັດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/17/laos-expects-rising-demand-for-elevators-and-escalators/

ໄທສັນຫາການຂະຫຍາຍສົ່ງອອກສິນຄ້າໃນປະເທດສະມາຊິກອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ໄທກຳລັງມີການຂະຫຍາຍການສົ່ງອອກສິນຄ້າ ໂດຍການສົ່ງຂາຍສິນຄ້າເຄື່ອງໃຊ້ໄຟຟ້າ ແລະ ອິເລັກໂທຣນິກໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ໂດຍສະເພາະແມ່ນປະເທດລາວ.ມູນຄ່າການສົ່ງອອກອຸປະກອນໄຟຟ້າແຕ່ເດືອນມັງກອນຫາເດືອນພຶດສະພາຂອງປີນີ້ຂອງໄທ ແມ່ນຢູ່ທີ່ 326,934 ລ້ານບາດ, ເພີ່ມຂຶ້ນ 0.92 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ, ສະມາຄົມການໄຟຟ້າ, ອີເລັກໂທຣນິກ, ໂທລະຄົມມະນາຄົມ ແລະ ພັນທະມິດອຸດສາຫະກຳ ກ່າວຕໍ່ສື່ມວນຊົນລາວ ແລະ ຫວຽດນາມໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/thailand-eyes-expansion-exports-asean-nations-100200

ສະພາການຄ້າລາວເສີມຂະຫຍາຍການການເຊື່ອມໂຍງຕະຫຼາດແບບຍືນຍົງສຳລັບທຸລະກິດ SMEs

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄາດວ່າຈະສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຜ່ານການຈັດຕັ້ງປະຕິບັດການດຳເນີນທຸລະກິດສີຂຽວ ພາຍໃຕ້ໂຄງການກຳກັບ 24 ເດືອນ.ໂຄງການດັ່ງກ່າວຈະດຳເນີນພາຍໃຕ້ການຊ່ວຍເຫຼືອຂອງສູນການຄ້າສາກົນ (ITC), ເຊິ່ງເປັນອົງກອນລວມຫຼາຍຝ່າຍ ພາຍໃຕ້ຄວາມຮັບຜິດຊອບຮ່ວມລະຫວ່າງອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ ຜ່ານກອງປະຊຸມຂອງສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-chamber-enhancing-sustainable-market-links-smes-99880

ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-front-phongsavanh-group-farmers-jointly-produce-high-quality-fruits-export-99393

ການຄ້າຂອງລາວໃນຊ່ວງເຄິ່ງປີທຳອິດມີແນວໂນ້ມເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີທ່າອ່ຽງຈະສ້າງຜົນກຳໄລຈາກການຄ້າປະມານ US$121 ລ້ານໂດລາ ສຳລັບຊ່ວງຫົກເດືອນທຳອິດຂອງປີນີ້ ເຖິງວ່າລັດຖະບານໄດ້ຄາດຄະເນວ່າລາວຈະຂາດດູນການຄ້າ ປະມານ US$259 ລ້ານໂດລາສຳລັບປີ 2019.ຄາດຄະເນການສົ່ງອອກສຳລັບຊ່ວງຫົກເດືອນຕົ້ນປີແມ່ນປະມານ US$2,409 ລ້ານໂດລາ ຫຼື 55.2 ເປີເຊັນຂອງແຜນການປະຈຳປີ (US$5,516 ລ້ານໂດລາ) ເຊິ່ງໃນນັ້ນການນຳເຂົ້າແມ່ນຢູ່ທີ່ US$2,288 ລ້ານໂດລາ ຫຼືປະມານ 39.6 ເປີເຊັນຂອງແຜນປີ (US$5,775 ລ້ານໂດລາ), ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/laos-heading-half-year-trade-surplus-99327

ໂຄງການໃໝ່ເພື່ອສົ່ງເສີມການແຂ່ງຂັນການສົ່ງອອກສິນຄ້າທາງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການສົ່ງເສີມການແຂ່ງຂັນການສົ່ງອອກສິນຄ້າທາງພາກເໜືອຂອງລາວ (ECL) ໃໝ່ມີຈຸດປະສົງແນໃສ່ເພີ່ມທະວີການລົງທຶນໃນການສົ່ງອອກສິນຄ້າໃນຂະແໜງເປົ້າໝາຍ ເພື່ອປັບປຸງການສ້າງລາຍຮັບແບບຍືນຍົງສຳລັບຄົວເຮືອນທີ່ທຸກຍາກ, ໂດຍສະເພາະແມ່ນກຸ່ມແມ່ຍິງ.ເປົ້າໝາຍຂອງໂຄງການແມ່ນແນໃສ່ປັບປຸງການແຂ່ງຂັນການສົ່ງອອກສິນຄ້າໃນສາມແຂວງພາກເໜືອ ໂດຍສະເພາະແມ່ນແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນທ້ອງຖິ່ນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/new-project-promoting-export-competitiveness-northern-laos-99107

ງານຕະຫຼາດນັດ MSME ລາວ ຊ່ວຍໃຫ້ຜູ້ປະກອບການເຂົ້າເຖິງແຫຼ່ງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບອົງການແຮງງານສາກົນ (ILO) ຈັດງານຕະຫຼາດນັດ MSME 2019 ເພື່ອສ້າງໂອກາດໃນການເຂົ້າເຖິງແຫຼ່ງທຶນໃຫ້ແກ່ຜູ້ປະກອບການຂະໜາດນ້ອຍສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ.ງານຕະຫຼາດນັດດັ່ງກ່າວໄດ້ຈັດຂຶ້ນທີ່ LNCCI ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/msme-fair-helps-operators-access-sources-funding-99037

ງານວາງສະແດງສິນຄ້າທອບ 3 ເອັກສ໌ໂປ 2019 ເປີດສາກວາງສະແດງສິນຄ້າເທັກໂນໂລຢີ, ສະຖາປັດຕະຍະກຳ ແລະ ວິສະວະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທອບ 3 ເອັກສ໌ໂປ 2019 ເຊິ່ງເປັນງານວາງສະແດງສິນຄ້າທີ່ໃຫຍ່ລະດັບປະເທດ, ໄດ້ເລີ່ມຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວານນີ້ ເພື່ອວາງສະແດງສິນຄ້າກ່ຽວກັບການກໍ່ສ້າງ, ສະຖາປັດ, ນ້ຳປະປາ, ອາຫານ ແລະ ເຄື່ອງດື່ມ ແລະ ການຄ້າ.ເຂົ້າຮ່ວມໃນພິທີເປີດງານວາງສະແດງມີທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວຽງສະຫວັນ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາ, ທ່ານ ພານທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍເອກອັກຄະລັດຖະທູດ, ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-top-3-expo-2019-showcases-technology-architecture-and-engineering-products-98860

ລັດຈະເພີ່ມພາສີອາກອນສຳລັບສິນຄ້າຟູມເຟືອຍທີ່ບໍ່ຈຳເປັນ

ສິນຄ້າ ແລະ ການບໍລິການທີ່ລັດຖະບານບໍ່ສົ່ງເສີມ ເຊັ່ນ ເຄື່ອງດື່ມມືນເມົາ ຈະຖືກເກັບອາກອນເພີ່ມຂຶ້ນ ຖ້າວ່າກົດໝາຍວ່າດ້ວຍພາສີອາກອນສະບັບໃໝ່ມີຜົນບັງຄັບໃຊ້ໃນປີ 2020.ໃນທາງກົງກັນຂ້າມ, ລັດຈະຫຼຸດພາສີສຳລັບສິນຄ້າເຊັ່ນ ນ້ຳມັນເຊື້ອໄຟ ແລະ ລົດຈັກ ເຊິ່ງເຫັນວ່າມີຄວາມຈຳເປັນຕໍ່ການປັບປຸງຊີວິດການເປັນຢູ່.ອ່ານຕໍ່ ...

ສົມສັກ ພົງຂາວ

ການສົ່ງອອກໄຟຟ້າຂອງລາວເພີ່ມຂຶ້ນ ໃນຂະນະທີ່ການນຳເຂົ້າຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດພະລັງງານໄຟຟ້າຂອງລາວ ເພື່ອນຳໃຊ້ພາຍໃນ ແລະ ສົ່ງອອກ ເພີ່ມຂຶ້ນໃນໄຕມາດທຳອິດຂອງປີນີ້ ໃນຂະນະທີ່ການນຳເຂົ້າຫຼຸດລົງ.ລາວສ້າງລາຍຮັບຈາກການສົ່ງອອກໄຟຟ້າໄດ້ US$422 ລ້ານໂດລາໃນໄຕມາດທຳອິດຂອງປີນີ້, ເພີ່ມຂຶ້ນ 10.2 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ ເຊິ່ງກວມ 24.3 ເປີເຊັນຂອງແຜນການປະຈຳປີ, ຕາມກະຊວງພະລັງງານ ແລະ ບໍ່ແຮ່.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/lao-electricity-exports-increase-while-imports-fall-98723

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cRYyH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!