News
ລາວຂາດດູນການຄ້າເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2019
ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າລວມໃນການສົ່ງອອກ ແລະ ນຳເຂົ້າສິນຄ້າຂອງລາວໃນໄຕມາດທຳອິດຂອງປີ 2019 ຫຼຸດຕົວເລກໃນໄລຍະດຽວກັນຂອງປີກາຍປະມານ 1.53 ເປີເຊັນ, ໂດຍບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກກະແສໄຟຟ້າ.ມູນຄ່າການຄ້າລວມໃນສາມເດືອນຕົ້ນປີນີ້ ແຕະລະດັບ US$2,317 ລ້ານໂດລາ, ເຊິ່ງໃນນັ້ນການນຳເຂົ້າສິນຄ້າມີມູນຄ່າ US$1.229 ລ້ານໂດລາ ແລະ ມູນຄ່າໃນການສົ່ງອອກແມ່ນ US$1,086 ລ້ານໂດລາ. ນີ້ສົ່ງຜົນໃຫ້ມີການຂາດດູນການຄ້າ US$143 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ໂຕະຂ່າວ
ລາວຫຼຸດຜ່ອນຄາດໝາຍມູນຄ່າການຄ້າກັບເກົາຫຼີໃຕ້
ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ປັບຫຼຸດລະດັບຄາດໝາຍມູນຄ່າການຄ້າ ເຊິ່ງລວມທັງການນຳເຂົ້າ ແລະ ສົ່ງອອກສິນຄ້າກັບເກົາຫຼີໃຕ້ໃນປີນີ້ເມື່ອທຽບກັບມູນຄ່າປີກາຍ ຫຼັງຈາກມູນຄ່າການຄ້າປະຈຳປີລະຫວ່າງສອງປະເທດຫຼຸດລົງ.ໃນປີຜ່ານມາ, ເປົ້າໝາຍການຄ້າລະຫວ່າງສອງປະເທດແມ່ນ US$94.1 ລ້ານໂດລາ ເຊິ່ງໃນນີ້ມູນຄ່າການສົ່ງອອກແມ່ນ US$11.2 ລ້ານໂດລາ ແລະ ການນຳເຂົ້າແມ່ນ US$82.9 ລ້ານໂດລາ. ແຕ່ໃນຕົວຈິງ ສາມາດບັນລຸມູນຄ່າລວມໄດ້ພຽງແຕ່ US$69.6 ລ້ານໂດລາ, ເຊິ່ງມູນຄ່າການສົ່ງອອກມີ US$4.5 ແລະ ການນຳເຂົ້າແມ່ນ US$65.1 ລ້ານໂດລາ, ອີງຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ໂຕະຂ່າວ
ຕະຫຼາດນັດຜະລິດຕະພັນລາວເລື່ອນໄປເດືອນກໍລະກົດ ຫຼັງຈາກເຫດອັກຄີໄພ
ງານວາງສະແດງສິນຄ້າຜະລິດຕະພັນຂອງລາວໄລຍະ 10 ວັນ ເຊິ່ງມີແຜນວ່າຈະເປີດໃນວັນສຸກແລ້ວນີ້ ຈະເລື່ອນໄປຈັດໃນເດືອນກໍລະກົດ ຫຼັງຈາກເກີດເຫດໄຟໃໝ້ທີ່ສູນການປະຊຸມ ແລະ ວາງສະແດງສິນຄ້າລາວສານກົນ (ລາວ-ໄອເຕັກ) ແລະ ສ້າງຄວາມເສຍຫາຍກວ່າ 20 ຮ້ານຄ້າວາງສະແດງ.ຮ້ານຄ້າປະມານ 400 ຮ້ານໄດ້ກະກຽມຄວາມພ້ອມສຳລັບງານວາງສະແດງດັ່ງກ່າວ ເຊິ່ງໄດ້ມີແຜນເປີດໃນເວລາ 10 ໂມງເຊົ້າຂອງວັນສຸກຜ່ານມາຈົນເຖິງວັນທີ 19 ພຶດສະພາ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ງານວາງສະແດງສິນຄ້າຜະລິດຢູ່ລາວຈະສົ່ງເສີມທ່າແຮງດ້ານການສົ່ງອອກຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າຈະສ້າງຊື່ສຽງໃຫ້ກັບຜະລິດຕະພັນລາວໃນຕະຫຼາດພາກພື້ນ ແລະ ສາກົນ ຜ່ານງານຕະຫຼາດນັດສິນຄ້າຜະລິດຢູ່ລາວປະຈຳປີ ເຊິ່ງເນັ້ນໃສ່ການຄ້າ, ການຈັບຄູ່ທຸລະກິດ ແລະ ການຝຶກອົບຮົມ.ໃນປີນີ້ ງານວາງສະແດງສິນຄ້າຜະລິດຢູ່ລາວ 2019 ຈະຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 10-19 ພຶດສະພາ, ເຊິ່ງຈະລວມເອົາບູທ໌ວາງສະແດງສິນຄ້າກວ່າ 250 ບູທ໌ຈາກທົ່ວປະເທດ.ອ່ານຕໍ່ ...
ໂຕະຂ່າວ
ລາວໝາຍເພີ່ມການສົ່ງອອກສິນຄ້າໄປຈີນ ແລະ ຫຼຸດຜ່ອນການນຳເຂົ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ຍອດການສົ່ງອອກສິນຄ້າຂອງລາວໄປຈີນໃນປີນີ້ຄາດວ່າຈະເພີ່ມຂຶ້ນເປັນ US$1,510 ລ້ານໂດລາ, ໃນຂະນະທີ່ການນຳເຂົ້າຈະຫຼຸດລົງເປັນ US$985 ລ້ານໂດລາ, ຕາມການຄາດຄະເນຫຼ້າສຸດຂອງກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີຜ່ານມາ ລາວວາງແຜນບັນລຸຍອດການສົ່ງອອກສິນຄ້າໄປຈີນໃຫ້ໄດ້ US$1,478 ລ້ານໂດລາ ແຕ່ວ່າສາມາດບັນລຸໄດ້ພຽງແຕ່ US$1,406 ລ້ານໂດລາ, ແລະ ຄາດຄະເນມູນຄ່າການນຳເຂົ້າຢູ່ທີ່ US$945 ລ້ານໂດລາ ແຕ່ວ່າການນຳເຂົ້າຕົວຈິງແມ່ນມີເຖິງ US$1,381 ລ້ານໂດລາ.ອ່ານຕໍ່ ...
ໂຕະຂ່າວ
ແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫາກຳຊັບສິນທາງປັນຍາ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສື່ມວນຊົນ ເພື່ອຖະແຫຼງກ່ຽວກັບແຜນການໃນການຈັດງານມະຫາກຳຊັບສິນທາງປັນຍາ 2019 ເຊິ່ງຈະຈັດຂຶ້ນທີ່ແຂວງຈຳປາສັກ ໃນວັນທີ 24-28 ເມສານີ້.ງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນໃນ 162 ບູທ໌ ຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ, ເຊິ່ງແນໃສ່ສ້າງເຄືອຂ່າຍໃຫ້ມີຄວາມເຂັ້ມແຂງ. ໃນຕອນແລງຂອງແຕ່ລະມື້ຈະມີກິດຈະກຳ ຄອນເສີດພ້ອມທັງການສະແດງ ຈາກສິລະປິນທ້ອງຖິ່ນ ແລະ ນັກສະແດງຕ່າງໆ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ການຄ້າຊາຍແດນ ແລະ ການກວດສອບລາຄາຈະສືບຕໍ່ດຳເນີນຕາມປົກກະຕິໃນຊ່ວງພັກປີໃໝ່ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຜະລິດຕະພັນອາຫານຈະມີການຄວບຄຸມກວດກາໃນຊ່ວງພັກປີໃໝ່ລາວ ແລະ ດ່ານຊາຍແດນສາກົນຈະຍັງຄົງສືບຕໍ່ເປີດບໍລິການນຳເຂົ້າ ແລະ ສົ່ງອອກສິນຄ້າໃນຊ່ວງໄລຍະດັ່ງກ່າວ.ການບໍລິການທີ່ດ່ານຊາຍແດນສາກົນຈະຍັງຄົງເປີດຕາມປົກກະຕິໃນຊ່ວງພັກປີໃໝ່ ແລະ ບໍ່ມີມາດຕະການຫ້າມ ຫຼື ປ່ຽນແປງພິເສດໃດໆ, ທ່ານ ສຸລິຍອນ ພິລາວົງ ຫົວໜ້າກົມການຄ້າຂາອອກ ຂາເຂົ້າ ເປີດເຜີຍຕໍ່ໜັງສືພິມວຽງຈັນທາມສ໌.ອ່ານຕໍ່ ...
ໂຕະຂ່າວ
ຄະນະເລຂາທິການສະເໜີວິທີການທົ່ວລັດຖະບານໃນການອຳນວຍຄວາມສະດວກດ້ານການຄ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະເລຂາທະການເພື່ອອຳນວຍຄວາມສະດວກດ້ານການຄ້າ (TFCS) ຈະນຳສະເໜີການຈັດຮູບແບບໜ່ວຍງານຈັດຕັ້ງປະຕິບັດການຄ້າໃນກະຊວງຕ່າງໆ ທີ່ໄດ້ຮັບມອບໝາຍໃຫ້ເປັນສະມາຊິກກອງເລຂາທິການ ເພື່ອຊ່ວຍວຽກໃນກົມກອງ ແລະ ການວາງແຜນງົບປະມານ.ຂໍ້ສະເໜີດັ່ງກ່າວຈະມີການຍື່ນສະເໜີຕໍ່ລັດຖະບານ ເພື່ອພິຈະລິນາການຈັດຕັ້ງປະຕິບັດມາດຕະການໃນການອຳນວຍຄວາມສະດວກດ້ານການຄ້າໃນລະດັບສູນກາງ ແລະ ທ້ອງຖິ່ນ.ອ່ານຕໍ່ ...
ໂຕະຂ່າວ
ລາວຈະສູ້ຊົນສ້າງມູນຄ່າສິນຄ້ານຳເຂົ້າ, ສົ່ງອອກໃຫ້ໄດ້ US$11.29 ຕື້ໂດລາໃນປີ 2019
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະສູ້ຊົນບັນລຸເປົ້າໝາຍການນຳເຂົ້າ, ສົ່ງອອກສິນຄ້າໃຫ້ໄດ້ຢ່າງໜ້ອຍ US$11 ຕື້ໂດລາໃນປີງົບປະມານນີ້, ເຊິ່ງໃນນັ້ນມູນຄ່າສິນຄ້າສົ່ງອອກແມ່ນ US$5.516 ຕື້ໂດລາ ແລະ ສິນຄ້ານຳເຂົ້າ US$5.775 ຕື້ໂດລາ.ຕົວເລກດັ່ງກ່າວໄດ້ມີການກຳນົດໃນກອງປະຊຸມປະຈຳປີຂອງຂະແໜງອຸດສະຫະກຳ ແລະ ການຄ້າ ໃນວັນອັງຄານນີ້ ທີ່ວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ລາວເລັ່ງຄວາມພະຍາຍາມໃນການສ້າງຄວາມສະດວກດ້ານການຄ້າ: ຮອງນາຍົກ
ວຽງຈັນ (ວຽງຈັນທາມສ໌ໍໍໍ/ANN) – ລາວຕ້ອງການການຮ່ວມມີຢ່າງຈິງຈັງຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມມາດຕະການສຳຄັນເພື່ອການເພີ່ມອັນດັບຄວາມສະດວກໃນການດຳເນີນທຸລະກິດຂອງປະເທດ ຫຼັງຈາກທີ່ລັດຖະບານບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.ໃນປີຜ່ານມາ, ລັດຖະບານໄດ້ພະຍາຍາມເພີ່ມອັນດັບຂອງປະເທດ ໃນການປະເມີນຄວາມສະດວກໃນການເຮັດທຸລະກິດໂລກ. ແຕ່ວ່າລາວພັດຕົກອັນດັບລົງຫຼາຍ, ຈາກທີ່ເຄີຍເປັນອັນດັບທີ່ 141 ຂອງໂລກໃນປີ 2018, ແຕ່ມາປີນີ້ພັດຕົກລົງມາເປັນທີ 154 ໃນຈຳນວນ 190 ປະເທດທົ່ວໂລກ.ອ່ານຕໍ່ ...
ໂຕະຂ່າວ