News
ບໍລິສັດອາຫານໄທໝາຍຕາການຂະຫຍາຍສ່ວນແບ່ງຕະຫຼາດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ Heritage Snack & Food ຈຳກັດ ປະເທດໄທ ໝາຍຕາການຂະຫຍາຍສ່ວນແບ່ງຕະຫຼາດໃນລາວ ພາຍຫຼັງມີການສົ່ງອອກສິນຄ້າໃນພາກພື້ນມາຫຼາຍປີ.“ພວກເຮົາໄດ້ເລີ່ມນຳເຂົ້າສິນຄ້າເພື່ອສຸຂະພາບພາຍໃຕ້ຍີ້ຫໍ້ Heritage ເຊັ່ນ ໃນຖົ່ວ, ໝາກໄມ້ອົບແຫ້ງ ແລະ ນົມອາລມອນ, ເຊິ່ງສ່ວນໃຫຍ່ແມ່ນເພື່ອຈຳໜ່າຍໃຫ້ແກ່ຊາວຕ່າງປະເທດໃນໃຈກາງນະຄອນວຽງຈັນໃນປີ 2013,” ທ່ານ ທອງສະຫວັນ ກິດຕິຄຳມູນ ອຳນວຍການບໍລິສັດນູນທອງການຄ້າຂາອອກ-ຂາເຂົ້າຈຳກັດກ່າວ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ບໍລິສັດໄທໝາຍຕາສ່ວນແບ່ງຕະຫຼາດວັດສະດຸກໍ່ສ້າງໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຍ້ອນເສດຖະກິດລາວມີການຂະຫຍາຍຕົວໃນລະດັບ 6 ເຖິງ 7% ຕໍ່ປີ, ເຮັດໃຫ້ບໍລິສັດວັດສະດຸກໍ່ສ້າງຂອງຕ່າງປະເທດຫຼາຍແຫ່ງ ສົນໃຈທີ່ຈະຂະຫຍາຍຕະຫຼາດການລົງທຶນເຂົ້າມາໃນລາວ.ປະຈຸບັນ ລັດຖະບານລາວພວມກຳລັງທຳການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຜ່ານການດັດແກ້ລະບຽບກົດໝາຍກ່ຽວກັບການຄ້າ ແລະ ການລົງທຶນ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ເພື່ອດຶງດູດໂຄງການການຄ້າ ແລະ ການລົງທຶນຈາກຕ່າງປະເທດ.ອ່ານຕໍ່ ...
ໂຕະຂ່າວ
ບໍລິສັດໄທໝາຍຂະຫຍາຍຕະຫຼາດດ້ວຍການເປີດຕົວຢ່າງເປັນທາງການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄທ ບຣາເທີ ການຄ້າຈຳກັດ ໝາຍຕາການຂະຫຍາຍໂອກາດທາງທຸລະກິດໃນຕະຫຼາດລາວ ຫຼັງຈາກທີ່ມີການຈຳໜ່າຍສິນຄ້າໃນຕະຫຼາດທ້ອງຖິ່ນມາເປັນສິບປີ.ບໍລິສັດໄດ້ເປີດເຜີຍລາຍຂໍ້ມູນດັ່ງກ່າວໃນພິທີເປີດຕົວຢ່າງເປັນທາງການ ແລະ ກອງປະຊຸມສື່ມວນຊົນຂອງຍີ້ຫໍ້ຜະລິດຕະພັນ ບຣາເທີ ໃນລາວ ເຊິ່ງຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ວຽງຈັນ ໃນວັນພຸດທີ່ຜ່ານມາ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ເຈົ້າໜ້າທີ່, ຜູ້ປະກອບການທຸລະກິດຮຽນຮູ້ກ່ຽວກັບ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ FTA
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຈາກຂະແໜງການເອກະຊົນເຂົ້າຮ່ວມກອງປະຊຸມວິຊາການ ເພື່ອຮຽນຮູ້ກ່ຽວກັບກົດລະບຽບ ແລະ ຜົນປະໂຫຍດຂອງການນຳໃຊ້ “ຖະແຫຼງການວ່າດ້ວຍແຫຼ່ງກຳເນີດສິນຄ້າ” ພາຍໃຕ້ ກົດວ່າດ້ວຍຖິ່ນກຳເນີດສິນຄ້າຂອງ ເຂດການຄ້າເສລີອາຊຽນ-ອອສ໌ເຕຣເລຍ-ນິວຊີແລນ (AANZFTA) ສຳລັບລາວ.ອ່ານຕໍ່ ...
ໂຕະຂ່າວ
ສິນຄ້າສົ່ງອອກໃນນິຄົມອຸດສາຫະກຳສະຫວັນຕັ້ງເປົ້າເພີ່ມຂຶ້ນ 15-20%
ວຽງຈັນ (ວຽງຈັນທາມສ໌/ANN) – ສິນຄ້າຂາອອກຈາກນິຄົມອຸດສາຫະກຳສະຫວັນ (ເຂດ C) ໃນເຂດເສດຖະກິດພິເສດສະຫວັນ-ເຊໂນ (SEZ) ແຂວງສະຫວັນນະເຂດ ຄາດວ່າຈະເພີ່ມຂຶ້ນປະມານ 15-20% ໃນປີນີ້ ເນື່ອງຈາກຄວາມສາມາດໃນການຜະລິດເພີ່ມຂຶ້ນ.ນິຄົມອຸດສາຫະກຳສະຫວັນບັນລຸການສົ່ງອອກສິນຄ້າກວ່າ US$400 ລ້ານໂດລາໃນປີຜ່ານມາ ແລະ ຄາດວ່າຕົວເລກດັ່ງກ່າວຈະເພີ່ມເປັນປະມານ US$500 ລ້ານໂດລາໃນປີນີ້, ຕາມການເປີດເຜີຍຫຼ້າສຸດຂອງທ່ານ ທີຈີເຊັງ ຜູ້ຈັດການໃຫຍ່ຂອງນິຄົມອຸດສາຫະກຳສະຫວັນ ເຂດເສດຖະກິດພິເສດສະຫວັນ-ເຊໂນ.ອ່ານຕໍ່ ...
ໂຕະຂ່າວ
ງານຕະຫຼາດນັດອາຫານໄທສ້າງໂອກາດທາງທຸລະກິດສຳລັບບໍລິສັດລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຈັດງານຕະຫຼາດນັດອາຫານໂລກ THAIFEX-World Food ອາຊີ 2019, ງານວາງສະແດງອາຫານໄທ, ສັນຫາໂອກາດໃນການຮ່ວມທຸລະກິດກັບລາວ ໃນຂະແໜງອາຫານ ແລະ ເຄື່ອງດື່ມ, ເພື່ອຂະຫຍາຍຕະຫຼາດໃນປະເທດໄທ ແລະ ຕ່າງປະເທດ.ພາຍໃຕ້ວິໄສທັດດັ່ງກ່າວ, ຕາງໜ້າຜູ້ຈັດງານຕະຫຼາດນັດອາຫານໄດ້ເຊີນບໍລິສັດອາຫານ ແລະ ເຄື່ອງດື່ມກໍຄືຮ້ານອາຫານໃນລາວ ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ ເຊິ່ງຈະຈັດຂຶ້ນທີ່ປະເທດໄທ ແຕ່ວັນທີ 28 ພຶດສະພາເຖິງ 1 ມິຖຸນານີ້.ອ່ານຕໍ່ ...
ສຸກສະໄໝ ບູລົມ
ຜູ້ຜະລິດເຟີນີເຈີລາວປະສົບຂໍ້ຫຍຸ້ງຍາກດ້ານການຄ້າຂາອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນີເຈີລາວຮ້ອງຂໍໃຫ້ເຈົ້າໜ້າທີ່ຊ່ວຍເຫຼືອໃນທຸກຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ ແລະ ເຟີນີເຈີ ທີ່ສັ່ງຊື້ໂດຍລູກຄ້າຕ່າງປະເທດໃນງານວາງສະແດງສິນຄ້າຕ່າງໆໃນລາວ.ຜູ້ຜະລິດຜະລິດຕະພັນໄມ້ ແລະ ເຟີນີເຈີລາວ ໄດ້ຜະເຊີນຂໍ້ຫຍຸ້ງຍາກຫຼາຍຢ່າງ ໃນການສົ່ງອອກຜະລິດຕະພັນໃຫ້ແກ່ລູກຄ້າຕ່າງປະເທດ ຫຼັງຈາກທີ່ລັດຖະບານລາວໄດ້ມີຄຳສັ່ງຈຳກັດຂະໜາດຂອງຜະລິດຕະພັນໄມ້ທີ່ສາມາດສົ່ງອອກ ພາຍໃຕ້ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
ໂຄງການສົ່ງເສີມການສົ່ງອອກ ແລະ ຫຼຸດຜ່ອນຄວາມທຸກຍາກທາງພາກເໜືອ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໂຄງການໂຄງສ້າງການເສີມຂະຫຍາຍການລວມສູນທາງການຄ້າ (EIF) ໄດ້ເປີດຕົວວຽກງານໃໝ່ໃນການເພີ່ມທະວີການສົ່ງອອກຂອງປະເທດ ແລະ ສົ່ງເສີມການລົງທຶນໃນການຂະຫຍາຍທຸລະກິດ.ຂະແໜງການເປົ້າໝາຍໃນສາມແຂວງພາກເໜືອຂອງລາວ ເຊິ່ງການພັດທະນາຈະແນໃສ່ການເພີ່ມລາຍຮັບໂດຍກົງໃຫ້ແກ້ຄອບຄົວຜູ້ທຸກຍາກ ໂດຍສະເພາະແມ່ນແມ່ຍິງ, ແລະ ການລົງທຶນມູນຄ່າ US$1.8 ລ້ານໂດລາແມ່ນແນໃສ່ເສີມຂະຫຍາຍຜະລິດຕະພາບຂອງທຸລະກິດກະສິກຳ ແລະ ຫັດຖະກຳ.ອ່ານຕໍ່ ...
ໂຕະຂ່າວ
ເປີດຕົວແຜນການເພື່ອຊ່ວຍເຫຼືອລາວໃນການເຂົ້າສູ່ການຄ້າໂລກ
(ຂປລ) ທ່ານ ລີອອນ ພອລ ເຟເບີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳ ສປປ ລາວ, ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ, ແລະ ທ່ານ ຣັດນະຄາ ອະທິກາຣີ ອຳນວຍການໂຄງການ EIF ຮ່ວມເປີດຕົວແຜນຍຸດທະສາດ 2019-2022 ກ່ຽວກັບໂຄງການໂຄງສ້າງການເສີມຂະຫຍາຍການລວມສູນ (EIF): ການເຊື່ອມໂຍງແນວທາງໃໝ່ສຳລັບປະເທດດ້ອຍພັດທະນາທີ່ສຸດໃນການຄ້າລະດັບໂລກ ແລະ ພາກພື້ນ.ແຜນການດັ່ງກ່າວແມ່ນແນໃສ່ການສົ່ງເສີມລາວໃນການນຳໃຊ້ຂະແໜງການຄ້າ ແລະ ການລົງທຶນ ເພື່ອການລວມຕົວກັບການຄ້າລະດັບໂລກ ເພື່ອສົ່ງເສີມການພັັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມທຸກຍາກ.ອ່ານຕໍ່ ...
ຂປລ
ລາວອາດໄດ້ຮັບປະໂຫຍດຈາກສົງຄາມການຄ້າລະຫວ່າງສະຫະລັດ-ຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວແມ່ນໜຶ່ງໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ອາດໄດ້ຮັບປະໂຫຍດຈາກຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ແລະ ຈີນໃນປະຈຸບັນ, ແຕ່ວ່າລັດຖະບານຕ້ອງດຳເນີນຂັ້ນຕອນການປັບປຸງສະພາບແວດລ້ອມໃນການລົງທຶນ.ນີ້ແມ່ນຂໍ້ສະຫຼຸບຈາກບົດລາຍງານຂອງສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປະຕິຮູບເສດຖະກິດ (CMER) ພາຍໃຕ້ສະຖານບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NIER).ອ່ານຕໍ່ ...
ໂຕະຂ່າວ