News
ບໍລິສັດນ້ຳຫອມໄທ "Ceresa" ຕີຕະຫຼາດໃນລາວ
(ຂປລ) ນ້ຳຫອມໄທຍີ້ຫໍ້ Ceresa, ຜູ້ສະໜັບສະໜູນຫຼັກງານປະກວດນາງສາວລາວ 2019, ໄດ້ມີການເປີດຕົວສາຂາໃນລາວໃນວັນທີ 10 ມີນາ ທີ່ສູນການຄ້າລາວໄອເຕັກ ວຽງຈັນ ເພື່ອກ້າວເປັນຍີ້ຫໍ້ນ້ຳຫອມຍອດນິຍົມຂອງໄທໃນປີ 2019.ນ້ຳຫ້ອມຍີ້ຫໍ້ Ceresa ມີວາງຈຳໜ່າຍໃນລາວມາແຕ່ປີ 2018 ແລະ ກໍມີລູກຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ການຕອບຮັບ ແລະ ປະຈຸບັນໄດ້ເລີກເປີດຕົວຢ່າງເປັນທາງການໃນ ສປປ ລາວ, ທ່ານນາງ ແສງທຽນ ວົງສຳພັນ ຫົວໜ້າຝ່າຍການຕະຫຼາດຂອງນ້ຳຫອມ Ceresa ກ່າວ.ອ່ານຕໍ່ ...
ຂປລ
ໜ່ວຍທຸລະກິດຄວນນຳໃຊ້ວິທີປະຕິບັດທີ່ດີດ້ານການຂົນສົ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈຳເປັນຕ້ອງເອົາໃຈໃສ່ໃນການເພີ່ມປະສິດທິພາບໃນການຂົນສົ່ງຜ່ານການນຳໃຊ້ວິທີການປະຕິບັດທີ່ດີຂອງໂລກ, ເນື່ອງຈາກປະຈຸບັນ ລາວໄດ້ມີການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນ, ເຈົ້າໜ້າທີ່ການໃນນຳສະພາການຄ້າກ່າວ.ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະຫາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ກ່າວໃນກອງປະຊຸມວານນີ້ ກ່ຽວກັບການປັບປຸງການທຸລະກິດການຂົນສົ່ງໃນລາວ ວ່າການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນເຮັດໃຫ້ການຂະຫຍາຍຕົວດ້ານເສດຖະກິດຂອງລາວມີສະຖຽນລະພາບໃນຊຸມປີຜ່ານມາ.ອ່ານຕໍ່ ...
ໂຕະຂ່າວ
ລາວ, ໄທຕັ້ງເປົ້າການຄ້າສອງຝ່າຍທີ່ US$12 ຕື້ໂດລາພາຍໃນປີ 2021
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ໄທໄດ້ຕົກລົງເພີ່ມທະວີການປະລິມານຄ້າສອງຝ່າຍໃຫ້ໄດ້ປະມານ 10 ເຖິງ 15% ຕໍ່ປີ ໃນຂະນະທີ່ລັດຖະບານສອງຊາດຄາດວ່າການຄ້າຈະບັນລຸເປົ້າ US$12 ຕື້ໂດລາໃນປີ 2021, ຕາມລັດຖະມົນຕີກະຊວງການຄ້າຂອງລາວ.ເພື່ອສົ່ງເສີມການຄ້າສອງຝ່າຍ, ລັດຖະບານລາວ ແລະ ໄທໄດ້ຮ່ວມມືກັນຢ່າງໃກ້ຊິດໃນການຈັດຕັ້ງກິດຈະກຳການສົ່ງເສີມການຄ້າ ແລະ ການລົງທຶນ ເຊັ່ນການຈັດຕະຫຼາດນັດການຄ້າໃນລະດັບສູນກາງ ແລະ ທ້ອງຖິ່ນ.ອ່ານຕໍ່ ...
ໂຕະຂ່າວ
ຜູ້ປະກອບການລາວໝາຍຕາໂອກາດທາງທຸລະກິດ ແລະ ການເຂົ້າເຖິງຕະຫຼາດການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າທຸລະກິດກ່ຽວກັບຊາ, ເຄື່ອງເທດ, ໝາກແໜ່ງ ແລະ ຜົງກະຫຼີ່ອິນເດຍ, ອົງການຈັດຕັ້ງເພື່ອສົ່ງເສີມທຸລະກິດຊຸມຊົນ ແລະ ຜູ້ປະກອບການດ້ານບໍລິການ ໄດ້ເຂົ້າຮ່ວມກອງປະຊຸມວິຊາການເພື່ອສົ່ງເສີມໂອກາດທາງທຸລະກິດ ແລະ ຕະຫຼາດການສົ່ງອອກ ຜ່ານການຫັນສູ່ມາດຕະຖານ ແລະ ການຢັ້ງຢືນ.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ສູນສົ່ງເສີມ SME, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ຕະຫຼາດນັດເຟີນິເຈີວຽງຈັນຫວັງດຶງດູດນັກທ່ອງທ່ຽວຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນິເຈີລາວຈະເປັນເຈົ້າພາບຈັດງານຕະຫຼາດນັດເຟີນິເຈີວຽງຈັນ ໃນວັນທີ 23-31 ມີນານີ້ ທີ່ສູນການຄ້າລາວ-ໄອເຕັກ ເພື່ອສົ່ງເສີມຜະລິດຕະພັນທ້ອງຖິ່ນ ແລະ ເພື່ອດຶງດູດນັກທ່ອງທ່ຽວຈີນເນື່ອງໃນປີທ່ອງທ່ຽວລາວ-ຈີນ.ສະມາຄົມຄາດວ່າຈະມີຜູ້ເຂົ້າຊົມງານດັ່ງກ່າວກວ່າ 250,000 ຄົນໃນຊ່ວງເກົ້າວັນຂອງງານ, ເຊິ່ງມີຈີນເປັນຕະຫຼາດໃຫຍ່ສຳລັບຜະລິດຕະພັນເຟີນີເຈີລາວ, ດັ່ງນັ້ນຜູ້ຈັດງານຈຶ່ງຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວຈາກຈີນໄດ້.ອ່ານຕໍ່ ...
ໂຕະຂ່າວ
ຂະແໜງການຄ້າລາວ, ຫວຽດນາມຕັ້ງເປົ້າເພີ່ມຂຶ້ນ 15%
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ຫວຽດນາມ ຈະພະຍາຍາມສົ່ງເສີມການຄ້າສອງຝ່າຍໃຫ້ເພີ່ມຂຶ້ນຢ່າງໜ້ອຍ 15% ໃນປີນີ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ.ມູນຄ່າສິນຄ້ານຳເຂົ້າ ແລະ ສົ່ງອອກລວມລະຫວ່າງລາວ ແລະ ຫວຽດນາມໃນປີ 2018 ແມ່ນທະລຸ US$1 ຕື້ໂດລາໃນປີ 2018, ເຊິ່ງເພີ່ມຂຶ້ນ 13% ທຽບກັບປີ 2017, ຕາມການເປີດເຜີຍຕໍ່ສື່ມວນຊົນໃນອາທິດແລ່ວນີ້ ຂອງທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະກຳມາທິການການຮ່ວມມືລາວ-ຫວຽດນາມ .ອ່ານຕໍ່ ...
ໂຕະຂ່າວ
ງານວາງສະແດງສິນຄ້າອາຫານຈະສ້າງໂອກາດໃໝ່ໆທາງທຸລະກິດ
ງານວາງສະແດງສິນຄ້າອາຫານນາໆຊາດລາວຄັ້ງທີໜຶ່ງ ຄາດວ່າຈະຂະຫຍາຍໂອກາດດ້ານການສົ່ງອອກ ແລະ ສົ່ງເສີມການຂະຫຍາຍເຄືອຂ່າຍທຸລະກິດສຳລັບຜະລິດຕະພັນອາຫານ.ທ່ານ ສຸກນິກອນ ລາດຊະວົງ ປະທານບໍລິສັດໂຄງການ Pas ກ່າວໃນກອງປະຊຸມສື່ມວນຊົນວ່າ ງານວາງສະແດງສິນຄ້າດັ່ງກ່າວຈະຈັດຂຶ້ນໃນວັນທີ 15-19 ມີນາ 2019 ນີ້ ທີ່ສູນການຄ້າລາວໄອເຕັກ, ເຊິ່ງຕັ້ງຈັດໂດຍທາງບໍລິສັດເອງ ຮ່ວມກັບກົມສົ່ງເສີມການຄ້າ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ທີມບັນນາທິການວຽງຈັນທາມສ໌
ການຄ້າຊາຍແດນລາວ-ຫວຽດນາມປະກອບສ່ວນສຳຄັນໃນການພັດທະນາ
ຍານພາຫະນາຂົນສົ່ງສິນຄ້າເຂົ້າມາປະເທດລາວຢູ່ເປັນປົກກະຕິ ຈາກທ່າເຮືອແຂວງທັນຮົວ ປະເທດຫວຽດນາມ, ເຊິ່ງຕັ້ງຢູ່ຫ່າງຈາກແຂວງຫົວພັນປະມານ 250 ກິໂລແມັດ. ປະລິມານການຈໍລະຈອນເຂົ້າປະເທດລາວອາດບໍ່ໜາແໜ້ນ ແຕ່ວ່າຢູ່ທີ່ດ່ານຊາຍແດນດັ່ງກ່າວກໍ່ຄັບຄາໄປດ້ວຍລົດຂົນສົ່ງສິນຄ້າເຂົ້າອອກສອງປະເທດ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລາວຈະຍົກລະດັບແຜນງານການອຳນວຍຄວາມສະດວກດ້ານການຄ້າສູ່ມາດຕະຖານສາກົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະຍົກລະດັບແຜນງານການອຳນວຍຄວາມສະດວກດ້ານການຄ້າສູ່ມາດຕະຖານສາກົນ ພາຍໃນເດືອນພຶດສະພານີ້, ຕາມການເປີດເຜີຍຂອງການນຳໃນກອງປະຊຸມໃນວັນສຸກຜ່ານມາ.ການຍົກລະດັບດັ່ງກ່າວຈະອີງໃສ່ຫຼັກການ, ເກນ ແລະ ເງື່ອນໄຂ ທີ່ກຳນົດໃນແຜນງານມາດຕະຖານເພື່ອການຮັບປະກັນ ແລະ ອຳນວຍຄວາມສະດວກດ້ານການຄ້າໂລກ (SAFE) ຂອງອົງການສຸລະກາກອນໂລກ ແລະ ຂໍ້ຕົກລົງກ່ຽວກັບການອຳນວຍຄວາມສະດວກດ້ານການຄ້າຂອງອົງການການຄ້າໂລກ (WTO-TFA).ອ່ານຕໍ່ ...
ໂຕະຂ່າວ
ລະບົບພາສີປປະຕູດຽວຈະສ້າງຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກໃນລາວ
ລັດຖະບານລາວຈະນຳໃຊ້ລະບົບພາສີປະຕູດຽວໃນອາທິດຕໍ່ໜ້ານີ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ຂະບວນການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຊິ່ງເປັນແນວທາງໃນການປັບປຸງສະພາບແວດລ້ອມການລົງທຶນໃນລາວໂດຍລວມ.ທຸລະກິດນຳເຂົ້າຍານພາຫະນະຈະເປັນກຸ່ມທຸລະກິດທຳອິດທີ່ໄດ້ຮັບປະໂຫຍດຈາກນະໂຍບາຍປະຕຸດຽວແຫ່ງຊາດ (LNSW), ຕາມຂໍ້ຕົກລົງຂອງກະຊວງການເງິນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ