News
ການເປີດຕົວໂຄງການພັດທະນາໃໝ່ເຂດເສດຖະກິດພິເສດສີພັນດອນ
ແຜນການຂອງໂຄງການດັ່ງກ່າວໄດ້ສຳເລັດໃນວັນທີ 25 ກໍລະກົດນີ້ ພາຍຫຼັງການປຶກສາຫາລືເປັນເວລາ 45 ວັນຂອງລັດຖະບານ ແລະ ຜູ້ຮັບເໝົາ. ໂຮງແຮມ Mekong Intercontinental ເປັນໜຶ່ງໃນໂຄງການ ຄາດວ່າຈະເປັນໂຮງແຮມທີ່ສູງທີ່ສຸດໃນປະເທດລາວ. ໂຄງການອື່ນໆກ່ຽວກັບການກໍ່ສ້າງສາງສິນຄ້າຂະໜາດໃຫຍ່. ການກໍ່ສ້າງສາງເກັບມ້ຽນແຫ່ງໃໝ່ໃນເນື້ອທີ່ 120,000 ຕາແມັດ ໄດ້ເລີ່ມຂຶ້ນໃນມື້ດຽວກັນກັບການກໍ່ສ້າງຂອງໂຮງແຮມ. ຄາດວ່າສາງດັ່ງກ່າວຈະປັບປຸງລະບົບຂົນສົ່ງສິນຄ້າລະຫວ່າງໄທ, ກຳປູເຈຍ, ຈີນ ແລະ ລາວ. ໂຄງການກໍ່ສ້າງເຂດເສດຖະກິດພິເສດສີທັນດອນໄລຍະທຳອິດໄດ້ເລີ່ມແຕ່ປີ 2018 ແລະ ຄາດວ່າຈະສຳເລັດໃນປີ 2025. ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ການຫັນປ່ຽນປະເທດລາວຈາກດິນແດນທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນດິນແດນທີ່ມີການເຊື່ອມຈອດ
ໃນຖານະເປັນປະເທດດຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ບໍ່ມີທາງອອກສູ່ທະເລ ລາວແມ່ນຂຶ້ນກັບພື້ນຖານໂຄງລ່າງຂອງປະເທດເພື່ອນບ້ານ ເພື່ອນໍາເຂົ້າ ແລະ ການຂົນສົ່ງສິນຄ້າ. ດັ່ງນັ້ນ, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງປະເທດລາວແມ່ນຂຶ້ນກັບປະສິດທິພາບຂອງເຄືອຂ່າຍພື້ນຖານໂຄງລ່າງຂອງປະເທດເຫຼົ່ານີ້. ລະບົບການຂົນສົ່ງສາກົນຂອງລາວສ່ວນຫຼາຍແມ່ນຂຶ້ນກັບປະສິດທິພາບຂອງ “ເສັ້ນທາງທະເລ” ທີ່ຜ່ານທ່າເຮືອດານັງຂອງຫວຽດນາມ. ຕາມທະນາຄານໂລກປີ 2018, ທ່າກຳປັ່ນດານັງມີຄວາມສາມາດແກ່ງແຍ້ງສູງ, ປະກອບສ່ວນຊຸກຍູ້ຂະແໜງການນຳເຂົ້າຂອງລາວໃຫ້ມີປະສິດທິຜົນ. ຄຽງຄູ່ກັນນັ້ນ, “ທາງລົດໄຟທາງທະເລ” ຜ່ານທ່າກຳປັ່ນ Klang ຂອງມາເລເຊຍທີ່ຜ່ານໄທຍັງເຮັດໃຫ້ຜູ້ນຳເຂົ້າໃຊ້ເວລາໜ້ອຍສຸດໃນການຂົນສົ່ງຜ່ານ.ອ່ານເພິ່ມເຕີມ ...
ສຸກສາຄອນ ເພັງສະຫວັດ
ລາວຄາດວ່າຈະເປັນຜູ້ຄຸ້ມຄອງທ່າກຳປັ່ນວັງແອງໃນເດືອນກໍລະກົດ

ຄາດວ່າລາວຈະຮັບຮອງເອົາການຄຸ້ມຄອງທ່າກຳປັ່ນວັງແອງທີ່ແຂວງຮ່າຕິ້ງພາກກາງຂອງຫວຽດນາມໃນເດືອນກໍລະກົດປີນີ້, ຕາມນັກລົງທຶນລາວທີ່ກ່ຽວຂ້ອງໃນໂຄງການກ່າວວ່າ. ລັດຖະບານຫວຽດນາມ ໄດ້ຕົກລົງຈະເພີ່ມສ່ວນແບ່ງຂອງລາວໃນໂຄງການຈາກ 20% ຂຶ້ນເປັນ 60% ຕາມການຮຽກຮ້ອງຂອງລາວ, ເຮັດໃຫ້ລາວເປັນຜູ້ຖືຫຸ້ນໃຫຍ່. ລັດຖະບານລາວ ໄດ້ຮ່ວມມືກັບ ບໍລິສັດ ນ້ຳມັນເຊື້ອໄຟ ເທຣດດິ້ງ ລາວ ມະຫາຊົນ (PetroTrade) ເຊິ່ງເປັນບໍລິສັດຍ່ອຍຂອງບໍລິສັດ PTL Holding Company Limited ເພື່ອຮ່ວມມືກັບລັດຖະບານຫວຽດນາມ ເພື່ອພັດທະນາໂຄງການ Lao Logistics Link (LLL) ເຊິ່ງລວມມີທ່າເຮືອ.ອ່ານເພິ່ມເຕີມ ...
ສຸກສາຄອນ ແວ່ນແກ້ວ
ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ
ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. ອ່ານເພິ່ມເຕີມ.. ...
ສົມສັກ ປ້ອງຂາວ
ພິທີເຊັນສັນຍາການສຳປະທານທ່າໂຄກທີ່ເມືອງທ່າແຂກ
ໃນວັນສຸກຜ່ານມາ ລັດຖະບານລາວ ແລະ ບໍລິສັດ ທ່າແຂກທ່າໂຄກ ຈຳກັດ ໄດ້ລົງນາມໃນສັນຍາສຳປະທານ 30 ປີ ໃນໂຄງການ ທ່າໂຄກຢູ່ເມືອງທ່າແຂກ. ໂຄງການດັ່ງກ່າວຕັ້ງຢູ່ຂ້າງຂົວມິດຕະພາບລາວ-ໄທແຫ່ງທີ 3 ຂອງແຂວງຄຳມ່ວນ ມີມູນຄ່າ 15,7 ລ້ານໂດລາສະຫະລັດ. ບໍລິສັດດັ່ງກ່າວມີເປົ້າໝາຍເພື່ອພັດທະນາທ່າເຮືອໂຄກຢູ່ທີ່ທ່າແຂກ ໃຫ້ກາຍເປັນປະຕູສູ່ສິນຄ້າສາກົນ ແລະ ເຮັດໃຫ້ລາວກາຍເປັນສູນບໍລິການຂົນສົ່ງສິນຄ້າຂອງພາກພື້ນ ແລະ ສາກົນ ໂດຍຜ່ານດ່ານຊາຍແດນຄໍາມ່ວນ.ອ່ານເພິ່ມເຕີມ ...
ໜ່ວຍງານໂຄສະນາ
ທ່ານາແລ້ງ ແລະ ສວນອຸທິຍານການຂົນສົ່ງວຽງຈັນ, ແຮງຂັບເຂື່ອນເສດຖະກິດແຫ່ງໃໝ່ຂອງປະເທດລາວ
ໂຄງການດັ່ງກ່າວ ແມ່ນສ່ວນໜຶ່ງຂອງຍຸດທະສາດການຂົນສົ່ງແຫ່ງຊາດຂອງລາວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງຂອງລາວ, ເຊິ່ງຈະຊ່ວຍຫັນປ່ຽນປະເທດລາວຈາກການບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດທີ່ເຊື່ອມຈອດທາງພື້ນດິນ; ຊຶ່ງຄາດການຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນໜ້າ. ຜູ້ພັດທະນາກ່າວວ່າໂຄງການນີ້ ຄາດວ່າຈະສ້າງລາຍຮັບເຂົ້າງົບປະມານຂອງລັດໂດຍກົງຈາກຄ່າທຳນຽມການບໍລິການຕ່າງໆ.ອ່ານຕໍ່ທີ່ນີ້ . ...
ໜ່ວຍງານໂຄສະນາ
ເກົາຫຼີໃຕ້ ຈະຊ່ວຍເຫຼືອລາວໃນການສົ່ງເສີມການເປັນ "ສູນກາງການຂົນສົ່ງ"
ທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ກ່າວໃນວັນອັງຄານນີ້ວ່າ ເກົາຫຼີໃຕ້ຈະຊ່ວຍເຫຼືອປະເທດລາວ ໃຫ້ບັນລຸເປົ້າໝາຍການເປັນ “ສູນກາງການຂົນສົ່ງ ແລະ ໂລຈິສ໌ຕິກ” ໃນພາກພື້ນ.ທ່ານປະທານປະເທດໄດ້ໃຫ້ຄຳໝັ້ນ ໃນການຫາລືສອງຝ່າຍຮ່ວມກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ທີ່ເມືອງປູຊານ, ເຊິ່ງຢູ່ຫ່າງຈາກນະຄອນຫຼວງໂຊນ ປະມານ 450 ກມໄປທາງຕາເວັນອອກສຽງໃຕ້. ທ່ານນາຍົກໄດ້ເດີນທາງຢ້ຽມຢາມເມືອງທ່າເຮືອດັ່ງກ່າວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ-ສາທາລະນະລັດເກົາຫຼີ ເພື່ອສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນ.ອ່ານຕໍ່ ...
Yonhap
ແຂວງສະຫວັນນະເຂດຍົກເລີກຈຸດກວດກາ ເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງສະຫວັນນະເຂດ ໄດ້ແຈ້ງການຍົກເລີກຈຸດກວດຕາມຖະໜົນສາຍຫຼັກ ເພື່ອເພີ່ມຄວາມໄວໃນການຂົນສົ່ງສິນຄ້າ ແລະ ການສົ່ງອອກ.ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ອອກຄຳສັ່ງໃນອາທິດແລ້ວນີ້ ກ່ຽວກັບການຍຸບເລີກຈຸດກວດກາສິນຄ້າ ເຊິ່ງເປັນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນແຂວງພາກກາງ.ຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມເສັ້ນທາງຫຼວງເລກທີ 9 ເຊິ່ງເຊື່ອມຕໍ່ລະຫວ່າງຂົວມິດຕະພາບລາວ-ໄທ ແລະ ດ່ານກວດແດນສະຫວັນ-ລາວບາວຊາຍແດນຫວຽດນາມ ໄດ້ມີການຍຸບເລີກຢ່າງເປັນທາງການ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/savannakhet-laos-slashes-red-tape-ease-freight-transport-105203
ລາວຕ້ອງຂົນສົ່ງສິນຄ້າຜ່ານຖ້ຽວລົດໄຟຂ້າມຊາຍແດນໃຫ້ຫຼາຍຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມຊາຍແດນທີ່ຫາກໍ່ເປີດໂຕ ຕ້ອງການການຂົນສົ່ງສິນຄ້າຈາກລາວໄປໄທທີ່ເພີ່ມຂຶ້ນເພືື່ອຄວາມສຳເລັດທາງທຸລະກິດ.ຂະບວນລົດໄຟດັ່ງກ່າວສາມາດຂົນສົ່ງສິນຄ້າ 10 ເຖິງ 20 ຕູ້ເຂົ້າ ແລະ ອອກປະເທດ, ແຕ່ວ່າປະເທດລາວມີຈຳນວນຜູ້ສົ່ງອອກໜ້ອຍກວ່າຈຳນວນຜູ້ນຳເຂົ້າ. ນີ້ແມ່ນບັນຫາທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງຮ່ວມກັນແກ້ໄຂ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/more-lao-cargo-needed-fill-cross-border-freight-train-101904
ລາວເປີດໂຕການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດ
ການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດເພື່ອເຂົ້າ ແລະ ອອກປະເທດລາວໄດ້ມີການເປີດຕົວໃນມື້ວານນີ້, ເຊິ່ງມີການຂົນສົ່ງເບຍລາວຂ້າມຂົວມິດຕະພາບໄທ-ລາວ.ປະຈຸບັນສາມາດຂົນສົ່ງສິນຄ້າຈາກສະຖານນີລົດໄຟສາງທ່ານາແລ້ງ ວຽງຈັນຂອງລາວ ຜ່ານເສັ້ນທາງລົດໄຟໄປເຖິງທ່າເຮືອແຫຼມຊະບັງຂອງໄທໄດ້ແລ້ວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/02/first-freight-train-launched-from-laos/