News
ສະຖານນີລົດໂດຍສານສາຍເໜືອເພີີ່ມຖ້ຽວລົດ ເພື່ອຮອງຮັບຜູ້ໂດຍສານໃນຊ່ວງປີໃໝ່
(ຂປລ) ສະຖານນີລົດໂດຍສານສາຍເໜືອໄດ້ກະກຽມຖ້ຽວລົດໂດຍສານ ເພື່ອຮອງຮັບຜູ້ໂດຍສານທີ່ຕ້ອງການເດີນທາງກັບພູມລຳເນົາທາງພາກເໜືອຂອງລາວ ໃນຊ່ວງສະເຫຼີມສະຫຼອງປີໃໝ່ລາວ ພສ 2562.ອ່ານຕໍ່ ...
ຂປລ
ລົດບັນທຸກຈີນຕ້ອງລໍຄິວຍາວເພື່ອຂ້າມຊາຍແດນເຂົ້າຢຸນນານ
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ລົດບັນທຸກຈີນຂົນໝາກໄມ້ ແລະ ພືດຜັກຈາກລາວໄປຈີນ ຜ່ານດ່ານຊາຍແດນບໍ່ເຕັນ-ໂມຫານ ແຂວງຫຼວງນ້ຳທາ ຖືກເຮັດໃຫ້ຊັກຊ້າ ເຊິ່ງໝາຍຄວາມວ່າມີຍານພາຫະນະລຳຖ້າເປັນຈຳນວນຫຼວງຫຼາຍຕາມແຄມຖະໜົນ.ໃນຂະນະທີ່ລົດບັນທຸກຈຳນວນຫຼາຍຕ້ອງຈອດລໍຖ້າ, ແລະ ຄົນຂັບນອນຄ້າງໃນລົດ ເພື່ອລໍຖ້າໃຫ້ດ່ານເປີດໃນວັນຖັດໄປ. ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ການເປີດເສລີດ້ານການຂົນສົ່ງອາດຊ່ວຍຫຼຸດຕົ້ນທຶນດ້ານການບໍລິການຂົນສົ່ງ: ຕາມຜົນຄົ້ນຄວ້າຫຼ້າສຸດ
ການຄົ້ນຄວ້າຫຼ້າສຸດສະແດງວ່າ ຕົ້ນທຶນດ້ານການບໍລິການຂົນສົ່ງໃນລາວອາດຖືກລົງ ຖ້າລັດຖະບານລາວອະນຸຍາດໃຫ້ບໍລິສັດຕ່າງປະເທດໃນການໃຫ້ບໍລິການ.ການຄົ້ນຄວ້າ ພາຍໃຕ້ການສະໜັບສະໜູນທຶນຂອງກຸ່ມທະນາຄານໂລກ ແລະ ຄູ່ຮ່ວມພັດທະນາສາກົນໃນລາວ ສະແດງວ່າຕົ້ນທຶນຂອງການບໍລິການຂົນສົ່ງຕາມເສັ້ນທາງ ອາດຫຼຸດຜ່ອນລົງໄດ້ ຖ້າລັດຖະບານອະນຸຍາດໃຫ້ບໍລິສັດຕ່າງປະເທດເຂົ້າມາດຳເນີນກິດຈະການ ແທນທີ່ການຜູກຂາດບໍລິສັດຂົນສົ່ງພາຍໃນ.ອ່ານຕໍ່ ...
ເອກະພອນ ພູທອນສີ
