News
ຜູ້ຮັບເໝົາທາງດ່ວນວັງວຽງຊີ້ແຈງຄວາມຊັກຊ້າທີ່ຈະສຳເລັດ
ຜູ້ຮັບເໝົາທີ່ຮັບຜິດຊອບກ່ຽວກັບທາງດ່ວນວັງວຽງ ໄດ້ຢືນຢັນວ່າ ເສັ້ນທາງດັ່ງກ່າວຈະເປີດໃຫ້ບໍລິການໃນວັນທີ 31 ທັນວາ ປີນີ້. ນັກຂັບຂີ່ທີ່ໄດ້ຂີ່ລົດໄປວັງວຽງໃນຊ່ວງພັກຜ່ອນເນື່ອງໃນວັນຊາດຄົບຮອບ 45 ປີ ໄດ້ມີຄວາມຜິດຫວັງໃນເສັ້ນທາງທີ່ຍັງບໍ່ທັນໄດ້ເປີດໃຫ້ບໍລິການ. ອ່ານເພິ່ມເຕີມ . ...
ໄພບູນ ທະນະບົວສີ
DriveUp ບໍລິການລົດຮັບສົ່ງໃໝ່ ຄູ່ແຂ່ງ LOCA
ກຸ່ມບໍລິສັດ Meal Temple ຂອງກຳປູເຈຍ ໄດ້ເປີດບໍລິການລົດຮັບສົ່ງໃນລາວ, ກາຍເປັນບໍລິສັດທີສອງຂອງປະເທດລາວທທີ່ໃຫ້ບໍລິການດັ່ງກ່າວ ນອກຈາກບໍລິສັດທ້ອງຖິ່ນ LOCA.ກຸ່ມບໍລິສັດ Meal Temple ເຊິ່ງໄດ້ມີການກໍ່ຕັ້ງໃນປີ 2013 ໄດ້ຂະຫຍາຍກິດຈະການເຂົ້າມາໃນລາວໃນເດືອນກໍລະກົດປີນີ້ ດ້ວຍການຊື້ກິດຈະການ MyDelivery ບໍລິການຈັດສົ່ງອາຫານຜ່ານໂທລະສັບມືຖື ຈາກບໍລິສັດ Kiwi Group ຂອງລາວ. ປະຈຸບັນ ທາງບໍລິສັດມີກິດຈະການຢູ່ໃນປະເທດມຽນມາ, ເນປານ ແລະ ພູຖານ.ກຸ່ມບໍລິສັດດັ່ງກ່າວຈະເຂົ້າມາເປີດບໍລິການລົດຮັບສົ່ງໃນລາວ ທ່າມກາງການຂະຫຍາຍຕົວຂອງຂະແໜງການທ່ອງທ່ຽວໃນປະເທດ.ອ່ານຕໍ່ ...
Taejun Kang
ລົດເມໂດຍສານນະຄອນຫຼວງວຽງຈັນກ້າວສູ່ລະບົບການຈ່າຍຄ່າໂດຍສານແບບບໍ່ໃຊ້ເງິນສົດ
ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ຜູ້ໃຫ້ບໍລິການລົດເມໂດຍສານໃນນະຄອນຫຼວງວຽຈັນ ກຳລັງຈະເລີ່ມການນຳໃຊ້ລະບົບການຈ່າຍຄ່າໂດຍສານແບບອີເລັກໂທຣນິກໂດຍບໍ່ໃຊ້ເງິນສົດສຳລັບລົດໂດຍສານບາງສາຍໃນນະຄອນຫຼວງວຽງຈັນ.ປະຈຸບັນ ຜູ້ໂດຍສານລົດເມສາຍສະໜາມບິນ ແລະ ສູນການຄ້າລາວ-ໄອເຕັກ ສາມາດຈ່າຍຄ່າໂດຍສານຜ່ານລະບົບບໍລິການກອງທຶນຂອງ ທພລ, ເຊິ່ງເປັນລະບົບການຈ່າຍເງິນຜ່ານລະຫັດ QR code ຂອງທະນາຄານພັດທະນາລາວ (ທພລ).ນອນນີ້ ລູກຄ້າຍັງສາມາດຈ່າຍເງິນໂດຍໃຊ້ບັດ VISA, MasterCard, UnionPay ແລະ JCB, ຕາມຮູບຖ່າຍການບໍລິການທີ່ເຜີຍແຜ່ໂດຍອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ປະຈຳລາວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/22/vientiane-city-bus-moves-toward-cashless-payment/
ປະຊາຊົນຊາວນະຄອນຫຼວງວຽງຈັນຂັດຂ້ອງຕໍ່ການຈ່າຍຄ່່າຊົດເຊີຍຕໍ່ການສູນເສຍທີ່ດິນຍ້ອນໂຄງການທາງດ່ວນທີ່ຕ່ຳກວ່າຕະຫຼາດ
ຊາວບ້ານຈາກ 18 ບ້ານໃນສອງເມືອງໃນນະຄອນຫຼວງວຽງຈັນ ປະຕິເສດທີ່ຈະຮັບຄ່າຊົດເຊີຍການສູນເສຍທີ່ດິນຈາກລັດເນື່ອງຈາກໂຄງການກໍ່ສ້າງທາງດ່ວນ, ໂດຍກ່າວວ່າເງິນຈຳນວນດັ່ງກ່າວແມ່ນຕ່ຳກວ່າມູນຄ່າຕະຫຼາດຫຼາຍ.ເຈົ້າໜ້າທີ່ໄດ້ສະເໜີເງິນຄ່າຊົດເຊີຍໃນອັດຕາ US$ 9-12 ໂດລາຕໍ່ຕາແມັດສຳລັບພື້ນທີ່ດິນທັງໝົດ 242 ເຮັກຕາ (600 ເອເຄີ), ຕາມການລາຍງານຂອງຊາວບ້ານບ້ານໄຊ ເມືອງໄຊທານີ ຕໍ່ໜ່ວຍຂ່າວ RFA ລາວໃນວັນອັງຄານຜ່ານມາ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-capital-villagers-balk-08142019151459.html
ບໍລິສັດລາວລົງນາມໃນ MOU ຮ່ວມກັບບໍລິສັດແຫ່ງລັດຂອງສີສວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພັດທະນາແຫ່ງລັດ AAA ສີສວນ ຈຳກັດ ແລະ ບໍລິສັດ ASIN Intl (ລາວ) ຈຳກັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງທຸລະກິດ ພາຍໃຕ້ໂຄງການລິເລີ່ມຖະໜົນ ແລະ ແລວທາງ ໃນກວາງອັນ ແຂວງສີສວນ ປະເທດຈີນ.ອີງຕາມສະມາຄົມສົ່ງເສີມເສດຖະກິດການຄ້າລາວ-ຈີນ (LCETPA), ສອງຝ່າຍຈະສົ່ງເສີມການສ້າງຜົນປະໂຫຍດຮ່ວມສູງສຸດທາງດ້ານພື້ນຖານໂຄງລ່າງ “ຖະໜົນ ແລະ ແລວທາງ” ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນຍຸດທະສາດ “ຖະໜົນ ແລະ ແລວທາງ” ໃຫ້ປະກົດຜົນເປັນຈິງ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-company-inks-mou-sichuan-public-listed-firm-101596
ລາວເປີດໂຕການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດ
ການບໍລິການລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດເພື່ອເຂົ້າ ແລະ ອອກປະເທດລາວໄດ້ມີການເປີດຕົວໃນມື້ວານນີ້, ເຊິ່ງມີການຂົນສົ່ງເບຍລາວຂ້າມຂົວມິດຕະພາບໄທ-ລາວ.ປະຈຸບັນສາມາດຂົນສົ່ງສິນຄ້າຈາກສະຖານນີລົດໄຟສາງທ່ານາແລ້ງ ວຽງຈັນຂອງລາວ ຜ່ານເສັ້ນທາງລົດໄຟໄປເຖິງທ່າເຮືອແຫຼມຊະບັງຂອງໄທໄດ້ແລ້ວ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/02/first-freight-train-launched-from-laos/
ສາທາລະນະຊົນສະໜັບສະໜູນການກໍ່ສ້າງເສັ້ນທາງດ່ວນວຽງຈັນ
ອຳນາດການປົກຄອງວຽງຈັນກ່າວວ່າ ປະຊາຊົນທີ່ຈະໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງດ່ວນເລກທີ 1 ວຽງຈັນ ລ້ວນແຕ່ສະໜັບສະໜູນໂຄງການກໍ່ສ້າງດັ່ງກ່າວ ເນື່ອງຈາກເຂົາເຈົ້າເຫັນໄດ້ເຖິງຜົນປະໂຫຍດທີ່ຈະໄດ້ຮັບຈາກເສັ້ນທາງດັ່ງກ່າວ.ເສັ້ນທາງດ່ວນໄລຍະ 15.3 ກມ ດັ່ງກ່າວຈະຕັດຈາກເຂດເສດຖະກິດພິເສດບຶງທາດຫຼວງເຖິງດົງໝາກຄາຍ ພາຍໃຕ້ການກໍ່ສ້າງຂອງບໍລິສັດທາງດ່ວນເລກທີ 1 ວຽງຈັນ ຈຳກັດຜູ້ດຽວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ລາວສະໜັບສະໜູນການຂະຫຍາຍພື້ນຖານໂຄງລ່າງດ້ານການຄ້າ BRI ຂອງຈີນ
ປັກກິ່ງ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຢືນຢັນການສະໜັບສະໜູນຂອງລັດຖະບານລາວກ່ຽວກັບ ການລິເລີ່ມແຖບ ແລະ ເສັ້ນທາງ (BRI) ຂອງຈີນ, ໂດຍກ່າວວ່າໂຄງການລະດັບໂລກດັ່ງກ່າວຈະຊ່ວຍໃຫ້ປະເທດລາວ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.ໃນກອງປະຊຸມ ແຖບ ແລະ ເສັ້ນທາງຄັ້ງທີສອງ ເພື່ອການຮ່ວມມືສາກົນ ທີ່ນະຄອນປັກກິ່ງໃນອາທິດແລ້ວນີ້, ທ່ານປະທານປະເທດລາວກ່າວວ່າ ການລິເລີ່ມແຖບ ແລະ ເສັ້ນທາງ ເຊິ່ງລິເລີ່ມໂດຍປະເທດຈີນໃນປີ 2013, ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ອອສ໌ເຕຣເລຍສົມຄວນໄດ້ຮັບເຄຣດິດໃນການເຊື່ອມໂຍງປະເທດລາວກັບທົ່ວໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມຢູ່ໃນໄລຍະການຫັນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດທີ່ເປັນສູນກາງການເຊື່ອມຕໍ່ທາງບົກໃນພາກພື້ນ ເຊິ່ງກຳລັງຢູ່ໃນໄລຍະການກໍ່ສ້າງຂົວຂ້າມນ້ຳຂອງ, ຖະໜົນ ແລະ ພື້ນຖານໂຄງລ່າງຕ່າງໆ ເພື່ອເຊື່ອມຕໍ່ກັບປະເທດເພື່ອບ້ານໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນ.ໜຶ່ງໃນໂຄງການທີ່ມີບົດບາດສຳຄັນໃນການເຊື່ອມຕໍ່ປະເທດລາວກັບທົ່ວໂລກແມ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ພວມກຳລັງດຳເນີນ. ຕອນທາງລົດໄຟ ເຊິ່ງຕັດຈາກຊາຍແດນຈີນເຖິງນະຄອນວຽງຈັນ ຈະເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟສິງກະໂປ-ຄຸນໝິງ, ຊຶ່ງເປັນເສັ້ນທາງເຊື່ອມຕໍ່ທີ່ສຳຄັນຂອງບັນດາປະເທດໃນອາຊຽນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ຂົວຂ້າມນ້ຳຂອງແຂວງຫຼວງພະບາງແມ່ນຈຸດເຊື່ອມໂຍງທີ່ສຳຄັນໃນໂຄງການທາງລົດໄຟລາວ-ຈີນ
ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ໃນສອງປີຕໍ່ໜ້າ, ຂະບວນລົດໄຟລາວ-ຈີນຈະເດີນອອກມາຈາກອຸໂມງ, ຜ່ານຂົວທາງລົດໄຟຂ້າມນ້ຳຂອງທີ່ຫຼວງພະບາງ ແລະ ແລ່ນເຂົ້າໄປໃນສາຍພູໃນອີກຟາກໜຶ່ງ.ຢູ່ຈຸດທີ່ສ້າງຂົວ, ນ້ຳຂອງມີຄວາມກວ້າງປະມານໜຶ່ງກິໂລແມັດ, ແລະ ລົດໄຟໂດຍສາຍຈະສາມາດແລ່ນໃນລະດັບຄວາມໄວປະມານ 160 ກມ ຕໍ່ຊົ່ວໂມງ ໃນຂະນະທີ່ລົດໄຟຂົນສົ່ງສິນຄ້າຈະແລ່ນດ້ວຍຄວາມໄວ 120 ກມ ຕໍ່ຊົ່ວໂມງ.ອ່ານຕໍ່ ...
ໂຕະຂ່າວ